ໃນວັນທີ 11 ທັນວາ 2025 ທີ່ແຂວງຫຼວງພະບາງ, ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດກອງປະຊຸມເຜີຍແຜ່ໂຄງການເພີ່ມລາຍຮັບສ່ວຍສາອາກອນພາຍໃນປະເທດແບບທັນສະໄໝຂຶ້ນ (DRMM) ໂດຍການເປັັນປະທານຂອງ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ມີຕາງໜ້າຈາກຂະແໜງການກ່ຽວຂ້ອງ ເປັນຕົ້ນແມ່ນ: ສ່ວຍສາອາກອນປະຈຳແຂວງ, ນະຄອນ ແລະ ອາກອນປະຈຳເມືອງ ເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກ ທະນາຄານພັດທະນາອາຊີ.
ໃນໄລຍະຊຸມປີ ຜ່ານມາ ກົມສ່ວຍສາອາກອນ ໄດ້ຮ່ວມມືກັບອາກອນສາກົນ ໂດຍການເຂົ້າເປັນສະມາຊິກໃນຂອບການຮ່ວມມືຕ່າງໆ ເພື່ອແລກປ່ຽນບົດຮຽນ ກ່ຽວກັບ ວຽກງານການຄຸ້ມຄອງລາຍຮັບ ສ່ວຍສາອາກອນໃຫ້ມີຄວາມຮັດກຸມ, ໂປ່ງໃສ ແລະ ມີຄວາມຍຸດຕິທໍາ. ລະບົບ TaxRIS ໄດ້ເລີ່ມຈັດຕັ້ງຜັນຂະຫຍາຍໄປໃນຂອບເຂດທົ່ວປະເທດ ນັບແຕ່ປີ 2018 ເປັນຕົ້ນມາ ແລະ ໄດ້ສຳເລັດໃນ 2022 ຊຶ່ງສາມາດນໍາໃຊ້ລະບົບ ຢູ່ ກົມສ່ວຍສາອາກອນ, ນະຄອນຫຼວງວຽງຈັນ ແລະ 17 ແຂວງ, 148 ເມືອງ (ລວມ 3 ນະຄອນ) ແລະ 6 ເຂດເສດຖະກິດພິເສດ.
![]() | ![]() |
ກອງປະຊຸມເຜີຍແຜ່ໃນຄັ້ງນີ້, ຍັງໄດ້ມີການນຳສະເໜີ ກ່ຽວກັບ ລະບົບຄຸ້ມຄອງອາກອນທີ່ດິນ-ຄ່າທາງ, ການແຈ້ງມອບອາກອນມູນຄ່າເພີ່ມ ຈາກ 28 ຫ້ອງ ມາເປັນ 21 ຫ້ອງ, ການແຈ້ງມອບອາກອນມູນຄ່າເພີ່ມຕາມໂຄງສ້າງນໍ້າມັນ ແລະ ອື່ນໆ, ຮັບຟັງ ວຽກງານການຄົ້ນຄ້ວາສົນທິສັນຍາ ເພື່ອຫຼີກເວັ້ນການເກັບອາກອນຊ້ຳຊ້ອນ ແລະ ສະກັດກັ້ນການຫຼົບຫຼີກການເສຍອາກອນລາຍໄດ້ (Double Tax Convention/DTC) ເພື່ອຍົກລະດັບຈາກ TaxRIS 1 ໃຫ້ມີປະສິດທິພາບສູງຂຶ້ນກ່ວາເກົ່າ ໃນນີ້ແມ່ນມີໜ້າວຽກການຖ່າຍຂໍ້ມູນຈາກລະບົບເກົ່າສູລະບົບໃຫມ່, ໂມດູນ ການວິເຄາະ-ວິໄຈ, ພັດທະນາ ໃບເກັບເງິນແບບອີເລັກໂຕຣນິກ (Electronic Tax Invoice), ວຽກງານສ້າງຄວາມເຂັ້ມແຂງໃຫ້ສ່ວຍສາອາກອນທົ່ວປະເທດ ແລະ ສ້າງຫ້ອງຝຶກອົບຮົມໃຫ້ສ່ວຍສາອາກອນປະຈໍາແຂວງທີ່ນອນໃນເປົ້າໝາຍຈໍານວນໜຶ່ງ, ປັບປຸງລະບົບຖານຂໍ້ມູນ. 
ໂອກາດນີ້ ທ່ານ ສາຍມະໂນລິນ ສິນບັນດິດ ໄດ້ຮຽກຮ້ອງມາຍັງ ບັນດາທ່ານນັກສຳມະນາກອນ ທີ່ເຂົ້າຮ່ວມໃນຊຸດນີ້ ຈົ່ງຍົກສູງຄວາມເອົາໃຈໃສ່ ດ້ວຍຄວາມຮັບຜິດຊອບສູງ ໃນການຄົ້ນຄວ້າຮໍ່າຮຽນ, ເຊື່ອມຊຶມ ພ້ອມກັບສົນທະນາແລກປ່ຽນບົດຮຽນຂອງແຕ່ລະບັນຫາກັບນັກວິທະຍາກອນຢ່າງເລິກເຊິ່ງ, ເຮັດໃຫ້ສາມາດເກັບກ່ຽວເອົາບົດຮຽນໄປນໍາໃຊ້ ແລະ ສາມາດຖ່າຍທອດຕໍ່ໃຫ້ໄດ້ໝາກຜົນຫຼາຍທີ່ສຸດ ແລະ ໃຫ້ວຽກງານບໍລິການຜູ້ເສຍອາກອນມີຄວາມເຂັ້ມແຂງຂື້ນເປັນກ້າວໆໄປ.

