ໃນວັນທີ 10 ທັນວາ 2025 ທີ່ແຂວງເຊກອງ, ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນໄດ້ຈັດກອງປະຊຸມຝຶກອົບຮົມເຜີຍແຜ່ວຽກງານປະເມີນຜົນ ແລະ ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສຸກັນ ວໍລະປັນໄຊ ຮອງຫົວໜ້າພະແນກການເງິນແຂວງເຊກອງ ແລະ ທ່ານ ທອງປັກ ມະຫາຫິງ ຮອງຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ, ມີນັກວິທະຍາກອນຈາກກະຊວງ ການເງິນ, ນັກສໍາມະນາກອນຈາກພະແນກການເງິນແຂວງ ແລະ ບັນດາຂະແໜງການອ້ອມຂ້າງແຂວງເຊກອງເຂົ້າຮ່ວມ.

ກອງປະຊຸມຝຶກອົບຮົມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍໂຄງການປັບປຸງການຄຸ້ມຄອງການເງິນແຫ່ງລັດ ໄລຍະ 3 ຈາກກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕຣາລີ ແລະ ສະຫະພາບເອີລົບຜ່ານທະນາຄານໂລກ; ວຽກງານປະເມີນຜົນການລົງທຶນຂອງລັດ ແລະ ວຽກງານການຈັດຊື້້-ຈັດຈ້າງດ້ວຍທຶນຂອງລັດເປັນວຽກທີ່ສຳຄັນຕິດພັນໂດຍກົງກັບການນໍາໃຊ້ງົບປະມານຂອງລັດ.ວຽກງານປະເມີນຜົນໂຄງການລົງທຶນຂອງລັດ ເປັນວຽກທີ່ລັດຖະບານໃຫ້ຄວາມສຳຄັນເພື່ອເຮັດໃຫ້ການລົງ ທຶນຂອງລັດດຳເນີນໄປຢ່າງຖືກຕ້ອງ, ສອດຄ່ອງກັບລັດຖະທໍາມະນູນ, ກົດໝາຍ, ນະໂຍບາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແນ່ໃສ່ຮັບປະກັນໃຫ້ໂຄງການລົງທຶນຂອງລັດມີປະສິດທິພາບ,ປະສິດທິຜົນສູງ, ມີຄວາມຍືນຍົງ ແລະ ມີຄວາມໂປງໃສ ແລະ ວຽກງານການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດກໍ່ແມ່ນໜຶ່ງໃນນະໂຍບາຍຂອງລັດ ແລະ ມີການສົ່ງເສີມເຂົ້າໃນວຽກງານດັ່ງກ່າວ ດ້ວຍການກໍານົດມາດຕະການ, ວິທີການທີ່ເໝາະສົມໃນການຈັດຊື້-ຈັດຈ້າງ,ການບຳລຸງສ້າງບຸກຄະລາກອນ, ການສະໜອງວັດຖຸອຸປະກອນ ແລະ ສິ່ງອຳນວຍຄວາມສະດວກໃຫ້ແກ່ການກໍ່ສ້າງພື້ນຖານໂຄງລ່າງ ເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວເຄື່ອນໄຫວຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ ພ້ອມດຽວກັນນັ້ນ ຍັງໄດ້ຊຸກຍູ້ສົ່ງເສີມ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມໃນການປະມູນ ການກໍ່ສ້າງ, ສ້ອມແປງ, ສະໜອງສິນຄ້າ, ການບໍລິການວຽກງານ ແລະ ການບໍລິການທີ່ປຶກສາບົນພື້ນຖານສິດສະເໝີພາບ ແລະ ເທົ່າທຽມກັນ.

ສຳລັບກອງປະຊຸມຝືກອົບຮົົມວຽກງານໃນຄັ້ງນີ້ຜູ້ເຂົ້າຮ່ວມຈະໄດ້ຮັບຮູ້ກ່ຽວກັບຂໍ້ມູນ,ຂັ້ນຕອນ ແລະ ວິທີການນໍາໃຊ້ແບບຟອມຕ່າງໆບໍ່ວ່າຈະເປັນວຽກງານປະເມີນຜົນ ແລະ ວຽກງານການຈັດຊື້-ຈັດຈ້າງ ກໍ່ຄືຂະບວນການ, ຂັ້ນຕອນຕ່າງໆເຂົ້າໃນການຈັດຕັ້ງປະຕິບັດຕົວຈິງ. ພ້ອມນີ້, ໄດ້ມີການນໍາສະເໜີກ່ຽວກັບການຄຸ້ມຄອງການປະຕິບັດສັນຍາຈັດຊື້-ຈັດຈ້າງ, ການຄຸ້ມຄອງ ແລະ ນໍາໃຊ້ເວບໄຊຈັດຊື້-ຈັດຈ້າງ, ຫຼັກການການຂຽນໂຄງການລົງທຶນຂອງລັດ ແລະ ແບບຟອມບົດສະເໜີໂຄງການລົງທຶນຂອງລັດ ລວມທັງແນະນໍາວິທີການຂຽນບົດສະເໜີໂຄງການກັບແແບບຟອມຕົວຈິງໂດຍສະເພາະແມ່ນແບບຟອມບົດສະເໜີໂຄງການກໍ່ສ້າງສ້ອມແປງ ແລະ ໂຄງການສະໜອງວັດຖຸອຸປະກອນ ແລະ 5 ມາດຖານການປະເມີນຜົນໂຄງການລົງທຶນຂອງລັດນໍາອີກດ້ວຍ.

ຫຼັງຈາກທີ່ໄດ້ມີການນໍາສະເໜີບົດຕ່າງໆ, ຜູ້ເຂົ້າຮ່ວມໄດ້ມີການປະກອບຄໍາເຫັນ ແລະ ຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ຕັ້ງຄໍາຖາມເຈາະຈີ້ມເພື່ອແລກປ່ຽນບົດຮຽນປະສົບການຈາກຜູ້ບັນຍາຍ ເພື່ອໃຫ້ສອດຄ່ອງກັບການປະຕິບັດວຽກງານຕົວຈິງ ແລະ ສາມາດນໍາໄປຜັນຂະຫຍາຍ ແລະ ນຳໃຊ້ເຂົ້າໃນໜ້າວຽກຕົວຈິງ ຢ່າງມີປະສິດທິຜົນ ແລະ ເຫັນຜົນປະໂຫຍດສູງສຸດ.

ໂອກາດດັ່ງກ່າວ, ປະທານກອງປະຊຸມໄດ້ມີຄໍາເຫັນຕໍ່ກອງປະຊຸມຝຶກອົບຮົມໂດຍໃຫ້ເຫັນໄດ້ຄວາມໝາຍຄວາມສໍາຄັນຂອງວຽກງານປະເມີນຜົນ ແລະ ການຈັດຊື້-ຈັດຈ້າງເຊິ່ງຈະເປັນພື້ນຖານອັນດີໃຫ້ແກ່ທຸກພາກສ່ວນໄດ້ນຳໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຂົງເຂດຄວາມຮັບຜິດຊອບຂອງບັນດາຂະແໜງການອ້ອມຂ້າງແຂວງໃຫ້ມີຜົນສໍາເລັດ.
