ໃນວັນທີ 09 ທັນວາ 2025, ກົມນະໂຍບາຍເສດຖະກິດ ແລະ ການເງິນ ກະຊວງການເງິນ ຮ່ວມກັບ ອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ ໄດ້ຈັດຊຸດຝຶກອົບຮົມ ການວິເຄາະການສູນເສຍລາຍຮັບ ພາສີ-ອາກອນຈາກການໃຫ້ນະໂຍບາຍແກ່ບັນດາໂຄງການສໍາປະທານ (Introductory Workshop on Tax Expenditure Analysis)” ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ສີສະຫວັນ ດີດາຣາວົງ ຮອງຫົວໜ້າກົມນະໂຍບາຍເສດຖະກິດ ແລະ ການເງິນ ແລະ ທ່ານ Dao Xuan Lai ຮອງຜູ້ຕາງໜ້າ ອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ, ມີວິທະຍາກອນ ຈາກອົງການຈັດຕັ້ງສາກົນ, ນັກສໍາມະນະກອນ ຈາກບັນດາກົມອ້ອມຂ້າງກະຊວງການເງິນ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີເປີດຊຸດຝຶກອົບຮົມ, ທ່ານ ສີສະຫວັນ ດີດາຣາວົງ ໄດ້ສະແດງຄວາມຂອບໃຈໂຄງການວາງແຜນ ແລະ ການເງິນແຫ່ງຊາດ ເພື່ອການພັດທະນາແບບມີສ່ວນຮ່ວມ (NPFID) ທີ່ໄດ້ໃຫ້ການສະໜັບສະໜູນຈັດຝຶກອົບຮົມ ພ້ອມທັງສະແດງຄວາມຊົມເຊີຍວິທະຍາກອນ, ນັກສໍາມະນາກອນ, ຄະນະຊີ້ນໍາ ແລະ ຄະນະຮັບຜິດຊອບໂຄງການ ທີ່ໄດ້ເປັນເຈົ້າການຮ່ວມກັນຈັດຊຸດຝຶກອົບຮົມໃນຄັ້ງນີ້ ເພື່ອສ້າງຄວາມສາມາດໃຫ້ແກ່ພະນັກງານ ຈາກກະຊວງການເງິນ ແລະ ຂະແໜງການທີ່ກ່ຽວຂ້ອງ ທີ່ມີສ່ວນໃນການຄົ້ນຄວ້າອະນຸມັດ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດໂຄງການທີ່ໄດ້ຮັບນະໂຍບາຍສົ່ງເສີມດ້ານພາສີ-ອາກອນ ໂດຍສະເພາະ ໂຄງການສຳປະທານ.
ເຊິ່ງນັບແຕ່ຊຸມປີ 1990 ເປັນຕົ້ນມາ ລັດຖະບານ ສປປ ລາວ ໄດ້ດຶງດູດການລົງທຶນຈາກຕ່າງປະເທດ (FDI) ໂດຍການໃຫ້ນະໂຍບາຍສົ່ງເສີມການລົງທຶນຍົກເວັ້ນພາສີ-ອາກອນ ໂດຍສະເພາະໂຄງການສຳປະທານ ຂະແໜງພະລັງງານໄຟຟ້າ, ບໍ່ແຮ່, ຄົມມະນາຄົມ ແລະ ໂຄງລ່າງພື້ນຖານ. ສະນັ້ນ, ເພື່ອສືບຕໍ່ດຶງດູດການລົງທຶນ FDI ແລະ ຮັບປະກັນການໃຫ້ນະໂຍບາຍດຶງດູດເປັນໄປຕາມເປົ້າໝາຍທີ່ຕັ້ງໄວ້. ປັດຈຸບັນ ສປປ ລາວ ກໍາລັງຢູ່ໃນຊ່ວງສືບຕໍ່ຄວາມພະຍາຍາມໃນການປັບປຸງຄວາມໂປ່ງໃສດ້ານງົບປະມານ ເພື່້ອເພີ່ມປະສິດທິພາບການຈັດເກັບລາຍຮັບ ແລະ ຮັບປະກັນ ບັນດານະໂຍບາຍສົ່ງເສີມດ້ານພາສີ-ອາກອນ ຈະສາມາດສ້າງຜົນປະໂຫຍດຢ່າງແທ້ຈິງມາສູ່ເສດຖະກິດ ແລະ ສັງຄົມ; ການປະເມີນ, ວິເຄາະ, ວິໄຈການສູນເສຍລາຍຮັບທາງດ້ານພາສີ-ອາກອນ (TE) ແລະ ຜົນຕອບແທນທາງດ້ານເສດຖະກິດ-ສັງຄົມ ແມ່ນມີຄວາມຈໍາເປັນຈະຕ້ອງໄດ້ທົບທວນ ແລະ ປະເມີນຄືນເປັນປົກກະຕິ ໂດຍສະເພາະການຄຸ້ມຄອງຕາມ 05 ໄລຍະຂອງວົງຈອນນະໂຍບາຍ TE ໄດ້ແກ່: ການກຽມຄວາມພ້ອມ, ການຈັດຕັ້ງປະຕິບັດ, ການລາຍງານ, ການປະເມີນຜົນ, ແລະ ການປະຕິຮູບ ເນື່ອງຈາກຜົນຂອງການຈັດຕັ້ງປະຕິບັດໃນແຕ່ລະໄລຍະລ້ວນສົ່ງຜົນກະທົບຕໍ່ຜົນລາຍຮັບງົບປະມານໂດຍລວມ.

ການຝຶກອົບຮົມຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 2 ວັນ ແຕ່ວັນທີ 9-10 ທັນວາ 2025 ໃນ 09 ຫົວຂໍ້:
ຫົວຂໍ້ທີ 1 : Establishing a benchmark tax system
ການຈໍາແນກລະຫວ່າງ ເກນມາດຕະຖານ (Benchmark) ກັບ ຂໍ້ກໍານົດຂອງ TE, ຄໍານິຍາມຂອງການ ຜ່ອນຜັນທາງດ້ານໂຄງສ້າງ (structural reliefs) ແລະ ເຮັດຝຶກຫັດຕົວຈິງເພື່ອຈັດປະເພດ TEs.
ຫົວຂໍ້ທີ 2: (Redesigning tax return forms and data requirements)
ທົບທວນແບບຟອມແຈ້ງມອບພັນທະ ແລະ ຂໍ້ມູນທີີ່ຈໍາເປັນສໍາລັບການຄິດໄລ່ TE, ແບບຟອມການແຈ້ງມອບພັນທະທີ່ຈະແຈ້ງ ແລະ ມີໂຄງສ້າງທີ່ລະອຽດແມ່ນສິ່ງຈຳເປັນສຳລັບການປະເມີນ TE. ພ້ອມທັງຮັບຟັງການນໍາສະເໜີຕົວຢ່າງແບບຟອມການແຈ້ງມອບທີ່ດີຂອງສາກົນ.
ຫົວຂໍ້ທີ 3: TE reporting and communication
ການລາຍງານ ແລະ ການເຜີຍແຜ່ຜົນການປະເມີນ TE, ຜູ້ເຂົ້າຮ່ວມຈະໄດ້ຮັບຟັງຂັ້ນຕອນການກະກຽມລາຍງານ TE ຕັ້ງແຕ່ເລີ່ມຕົ້ນຈົນຮອດລາຍງານຜົນໄດ້ຮັບ. ພ້ອມທັງຮັບຟັງການນໍາສະເໜີຕົວຢ່າງ ຮ່າງບົດລາຍງານທີ່ດີຂອງສາກົນ.
ຫົວຂໍ້ 4 ແລະ 5 : Estimating revenue forgone (direct taxes, indirect taxes)
ນໍາສະເໜີວີທີການຄິດໄລ່ TE ແລະ ເຮັດຝຶກຫັດຕົວຈິງ ສໍາລັບພາສີ-ອາກອນທາງກົງ ແລະ ທາງອ້ອມ.
ຫົວຂໍ້ 6 : (Evaluation framework and ex-ante assessment of TEs)
ນໍາສະເໜີ ວິທີການປະເມີນ TE ກ່ອນໄດ້ຮັບນະໂຍບາຍສົ່ງເສີມ ພ້ອມທັງຍົກຕົວຢ່າງ.
ຫົວຂໍ້ 7 : Ex-post evaluation of TEs
ນໍາສະເໜີ ວີທີການປະເມີນ TE ຫຼັງໄດ້ຮັບນະໂຍບາຍສົ່ງເສີມ, ໂດຍສະເພາະຈະໄດ້ຮຽນຮູ້ວີທີການວິເຄາະແບບສາເຫດ (Causality) ພ້ອມທັງຍົກຕົວຢ່າງ.
ຫົວຂໍໍ້ 8 : ເຄື່ອງມື ຂອງ UNDP ກ່ຽວກັບ TE ແລະ SDGs
ແນະນໍາ ເຄື່ອງມືເພື່ອວິເຄາະການເຊື່ອມໂຍງລະຫວ່າງ TE ແລະ ເປົ້າໝາຍ SDGs, ແລະ ຕາຕະລາງປະເມີນຜົນ ທີ່ສາມາດຊ່ວຍຈັດລຽງ ພ້ອມທັງຍົກຕົວຢ່າງ TE ໃຫ້ສອດຄ່ອງກັບບູລິມະສິດການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
ຫົວຂໍ້ທີ 9: ການຄຸ້ມຄອງລະບອບ TE (Governing TE regimes)
ນຳສະເໜີກ່ຽວກັບການຄຸ້ມຄອງ TE ຕາມ 05 ໄລຍະຂອງວົງຈອນນະໂຍບາຍ TE ໄດ້ແກ່: ການສ້າງຕັ້ງ, ການຈັດຕັ້ງປະຕິບັດ, ການລາຍງານ, ການປະເມີນຜົນ, ແລະ ການປະຕິຮູບ ເພື່ອເນັ້ນໃຫ້ເຫັນວ່າເປັນຫຍັງການຄຸ້ມຄອງທີ່ເຂັ້ມແຂງຈຶ່ງມີຄວາມສຳຄັນຕໍ່ການຮັບປະກັນ TE ທີ່ໂປ່ງໃສ, ມີເປົ້າໝາຍ ແລະ ມີຄວາມຮັບຜິດຊອບທາງດ້ານງົບປະມານ.