• ກະຊວງການເງິນ
  • |
  • 2025-12-05
  • |
  • ວຽກວິຊາສະເພາະ

        ໃນວັນທີ 5 ທັນວາ 2025, ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2025 ແລະ ທິດທາງປີ 2026 ຢູ່ແຂວງວຽງຈັນ; ໂດຍການຕ້ອນຮັບຂອງທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ,ມີຄະນະນໍາພະແນກການເງິນ, ບັນດາຄະນະພະແນກ ການຂົງເຂດເສດຖະກິດຂອງແຂວງ, ພະນັກງານຫຼັກແຫຼ່ງຂະແໜງການເງິນຂອງແຂວງເຂົ້າຮ່ວມ.

       ໃນກອງປະຊຸມ,ທ່ານ ເຕັ່ງເມັ່ງ ຢ່າງລືໄຊ ຫົວໜ້າພະແນກການເງິນແຂວງວຽງຈັນ, ໄດ້ລາຍງານໂດຍສັງເຂບກ່ຽວການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປະຈຳປີ 2025 ເຊິ່ງໄດ້ຍົກໃຫ້ເຫັນທ່າແຮງບົ່ມຊ້ອນຂອງແຂວງໃນແຕ່ລະດ້ານ ທີ່ເປັນປັດໄຈພື້ນຖານໃຫ້ແກ່ການຜະລິດ, ການຄ້າ, ການຂົນສົ່ງ ແລະ ການທ່ອງທ່ຽວ, ເຊິ່ງເຮັດໃຫ້ເສດຖະກິດຂອງແຂວງວຽງຈັນຍັງສືບຕໍ່ຂະຫຍາຍຕົວໃນລະດັບ 6% ເທົ່າກັບ 92.31% ຂອງແຜນການ (ແຜນ 6.5%), ລວມຍອດຜະລິດຕະພັນພາຍໃນ (GDP) ໄດ້ 17,441 ຕື້ກີບ, ລື່ນແຜນການ 31.19% (ແຜນການ 13,294 ຕື້ກີບ).

 

       ດ້ານການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຮອດວັນທີ 28 ພະຈິກ 2025 ທົ່ວແຂວງສາມາດຈັດຕັ້ງປະຕິບັດໄດ້ 1,082.17 ຕື້ກີບເທົ່າກັບ 98.92% ຂອງແຜນການປີ. ໃນນີ້, ພູດສູນກາງປະຕິບັດໄດ້ 147.71 ຕື້ກີບ, ລື່ນແຜນການ 19.41%, ລາຍຮັບພູດທ້ອງຖິ່ນປະຕິບັດໄດ້ 934.46 ຕື້ກີບເທົ່າກັບ 96.31% ຂອງແຜນການປີ ແລະ ຄາດຄະເນໝົດປີຈະສາມາດເກັບໄດ້ 1,059.50 ຕື້ກີບເທົ່າກັບ 109.19% ຂອງແຜນການປີ.

      ສ່ວນການຄຸ້ມຄອງລາຍຈ່າຍງົບປະມານແມ່ນໄດ້ສຸມໃສ່ເບີກຈ່າຍເງິນເດືອນ, ເງິນນະໂຍບາຍອຸດໜູນຕ່າງໆ, ເງິນບໍລິຫານ ແລະ ອື່ນໆ...ພ້ອມກັນນີ້,ໃນກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບການເຮັດທົດລອງມອບຫົວໜ່ວຍວິສາຫະກິດໃຫ້ແຂວງວຽງຈັນຄຸ້ມຄອງຈໍານວນ 46 ຫົວໜ່ວຍ,ກ່ຽວກັບການຫັນເປັນທັນສະໄໝວຽກງານຄຸ້ມຄອງລາຍຈ່າຍ (ການນໍາໃຊ້ລະບົບ LIFMIS), ການນໍາໃຊ້ລະບົບຄຸ້ມຄອງໃບເກັບເງິນອາກອນແບບເອເລັກໂຕຣນິກ (E-Tax-invoice), ການນໍາໃຊ້ລະບົບຄຸ້ມຄອງເອກະສານ (I-Office), ບາງຄາດໝາຍສູ້ຊົນ, ມາດຕະການ, ກົນໄກຈັດຕັ້ງປະຕິບັດຈໍານວນໜຶ່ງ.

ສໍາລັບການຫັນເປັນກຸ້ມຕົນເອງດ້ານງົບປະມານໃນປີ 2025 ລັດຖະບານໄດ້ມອບວິສາຫະກິດ ຈໍານວນ 46 ຫົວໜ່ວຍທີ່ສູນກາງຄຸ້ມຄອງໃຫ້ແຂວງສືບຕໍ່ຄຸ້ມຄອງ, ເຊິ່ງເປັນແຂວງທີ 10 ໃນການທົດລອງຫັນເປັນແຂວງກຸ້ມຕົນເອງດ້ານງົບປະມານ; ຄຽງຄູ່ກັນນີ້ແຂວງກໍທົດລອງຈັດຕັ້ງປະຕິບັດຢູ່ 2 ເມືອງຄື: ເມືອງວັງວຽງໄດ້ສູ້ຊົນເກັບລາຍຮັບໃຫ້ໄດ້ 58.57 ຕື້ກີບ, ຄາດວ່າຈະເກີນດຸນ 4.74 ຕື້ກີບ ແລະ ເມືອງຊະນະຄາມສູ້ຊົນເກັບລາຍຮັບໃຫ້ໄດ້ 27.67 ຕື້ກີບ, ຄາດວ່າຈະເກີນດຸນ 0.32 ຕື້ກີບ.

 

       ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ມີຄໍາເຫັນໂອ້ລົມ-ທິດຊີ້ນໍາ​ຕໍ່​ກອງປະຊຸມວ່າ:ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະພັກຄະນະນຳຂອງແຂວງວຽງຈັນ, ທີ່ໄດ້ເອົາໃຈໃສ່ນຳພາ-ຊີ້ນຳພາຢ່າງໃກ້ຊິດຕໍ່ກັບຜົນສຳເລັດດັ່ງກ່າວເປັນຕົ້ນ: ພະແນກການເງິນ, ພະນັກງານຫຼັກແຫຼ່ງຕະຫຼອດຮອດບັນດາຂະແໜງການເສດຖະກິດອື່ນໆປິ່ນອ້ອມທີ່ໄດ້ເປັນເຈົ້າການຈັດຕັ້ງປະຕິບັດແຜນດັ່ງກ່າວດ້ວຍຈິດໃຈບຸກທະລຸດ້ວຍຄວາມຮັບຜິດຊອບສູງຈົນມີຜົນສໍາເລັດເປັນຢ່າງດີ.

      ພ້ອມນີ້, ທ່ານ ລັດຖະມົນຕີກະຊວງການເງິນ ຍັງໄດ້ເນັ້ນບາງບັນຫາໃນໃນການພັດທະນາເສດຖະກິດ ແລະ ການເງິນ, ເພື່ອເປັນທິດທາງນຳໄປຄົ້ນຄ້ວາ ແລະ ຜັນຂະຫຍາຍເປັນອັນລະອຽດເປັນຕົ້ນ: ວຽກພັກ-ພະນັກງານ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2026, ວຽກ​ຄຸ້ມ​ຄອງ​ເກັບ​ລາຍ​ຮັບ, ​ຄຸ້ມ​ຄອງ​ລາຍ​ຈ່າຍ, ແຜນ ການລົງທຶນຂອງລັດ, ວຽກຫັນເປັນທັນສະໄໝ, ນິຕິກຳ, ວຽກກວດສອບ-ກວດກາ, ການ​ປະ​ສານ​ງານ, ການຮ່ວມມື ແລະ ໂຄສະນາຕ້ອງສືບຕໍ່ເປັນເຈົ້າການ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນທີ່ພັກ-ລັດ ແລະ ປະຊາຊົນໄດ້ມອບໝາຍ, ພ້ອມກັນສຸມໃສ່ຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆທີ່ໄດ້ວາງໄວ້, ຍົກສູງຄວາມເປັນເຈົ້າທາງດ້ານເສດຖະກິດ, ຫຼຸດຜ່ອນການເອື່ອຍອີງ ແລະ ເພິ່ງພາຈາກພາຍນອກ ຕາມມະຕິຂອງກົມການເມືອງສູນກາງພັກວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024.

        ໃນຕອນບ່າຍວັນດຽວກັນ,ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ລັດຖະມົນຕີກະຊວງການເງິນພ້ອມດ້ວຍຄະນະໄດ້ລົງຊຸກຍູ້ການນໍາໃຊ້ລະບົບຄຸ້ມຄອງໃບເກັບເງິນອາກອນແບບເອເລັກໂຕຣນິກ (E-Tax-invoice) ຂອງບັນດາຮ້ານຄ້າຕົວແບບຢູ່ເມືອງວັງວຽງ ແຂວງວຽງຈັນ ອີກດ້ວຍ.

© 2025 Copyright: ກະຊວງການເງິນ, ສປປ ລາວ