ໃນວັນທີ 4 ທັນວາ 2025; ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ຮອງຫົວໜ້າຄະນະຊີ້ນໍາລະດັບຊາດການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025, ໄດ້ລົງເຄື່ອນໄຫວ, ຊຸກຍູ້ຕິດຕາມວຽກງານການເດີນສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງວຽງຈັນ;ໂດຍມີທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງໆວຽງຈັນ, ຫົວໜ້າຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຂັ້ນແຂວງພ້ອມດ້ວຍຄະນະ, ມີຫົວໜ້າຄະນະຊີ້ນຳຂັ້ນເມືອງ, ມີທ່ານ ປັກຕີຢໍ ກາເດີຣົບ ຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ປະຈໍາ ສປປ ລາວ, ຜູ້ຕາງໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ, ອຸປະທູດປະເທດລຸກຊໍາບວກ ປະຈໍາ ສປປ ລາວ, ຮອງຫົວໜ້າສູນສະຖິຕິແຫ່ງຊາດ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກ່ອນວາລະດຳເນີນກອງປະຊຸມ,ທ່ານ ສັນຕິພາບ ພົມວິຫານ ໄດ້ເຂົ້າພົບປະຢ້ຽມຢາມກັບເຈົ້າແຂວງວຽງຈັນ ຫຼັງຈາກນັ້ນ, ໄດ້ສືບຕໍ່ດຳເນີນກອງປະຊຸມພ້ອມທັງໄດ້ຮັບຟັງການປະກອບຄຳຄິດຄໍາເຫັນ,ການລາຍງານການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງວຽງຈັນ, ເຊິ່ງມາຮອດປັດຈຸບັນການເດີນສໍາຫຼວດສາມາດປະຕິບັດໄດ້ແລ້ວ 65.32 ສ່ວຍຮ້ອຍຂອງຈໍານວນທີ່ຢູ່ອາໄສທັງໝົດ ແລະ ຄາດວ່າຈະສາມາດປະຕິບັດໃຫ້ແລ້ວຕາມແຜນການ.
![]() | ![]() |
ສຳລັບການຈັດຕັ້ງປະຕິບັດການສຳຫຼວດຄະນະຊີ້ນຳທຸກຂັ້ນ,ນັບແຕ່ຂັ້ນແຂວງລົງຮອດຂັ້ນເມືອງ ແລະ ການປົກຄອງບ້ານ, ໄດ້ເອົາໄຈໃສ່ໂຄສະນາ, ເຜີຍແຜ່ຈຸດປະສົງຄວາມໝາຍ, ຄວາມສໍາຄັນຂອງການສໍາຫຼວດພົນລະເມືອງໃນຄັ້ງນີ້ບັນດາປະຊາຊົນບັນດາເຜົ່າພາຍໃນແຂວງວຽງຈັນແມ່ນໄດ້ປະກອບສ່ວນໃຫ້ຄວາມຮ່ວມມືເປັນຢ່າງດີ; ສໍາລັບແຂວງວຽງຈັນມີເຂດສໍາຫຼວດທັງໝົດ 551 ເຂດ, ເຂດສໍາຮອງ 55 ເຂດ ແລະ ເຂດສຸດທ້າຍ 496 ເຂດ; ປະກອບມີນັກເດີນ ແລະ ນັກກວດກາທັງໝົດ 775 ຄົນ. ໃນນັ້ນ, ນັກເດີນສໍາຫຼວດ 612 ຄົນ, ສຳຮອງ 61 ຄົນ ແລະ ນັກກວດກາ 163 ຄົນ, ສໍາຮອງ 19 ຄົນ; ມາຮອດປັດຈຸບັນທົ່ວແຂວງສຳຫຼວດສໍາເລັດແລ້ວ 103,602 ທີ່ຢູ່ອາໄສ ຫຼື ເທົ່ກັບ 65.32 ສ່ວນຮ້ອຍຂອງທີ່ຢູ່ອາໄສທັງໝົດ ແລະ ຄາດວ່າທີ່ຢູ່ອາໄສທີ່ຍັງເຫຼືອຈະສາມາດເກັບກໍາຂໍ້ໃຫ້ສໍາເລັດຕາມແຜນການທີ່ໄດ້ວາງໄວ້.

ໃນກອງປະຊຸມ,ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ຮອງຫົວໜ້າຄະນະຊີ້ນຳລະດັບຊາດ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ໄດ້ຄໍາເຫັນຊີ້ນໍາກ່ຽວກັບ ການລົງຊຸກຍູ້ ແລະ ຕິດຕາມວຽກງານການເດີນສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງວຽງຈັນວ່າການກະກຽມແມ່ນສໍາຄັນທີ່ສຸດເປັນຕົ້ນ: ດ້ານບຸກຄະລາກອນ ແລະ ການຝຶກອົບຮົມໃຫ້ຄູຝຶກ, ຝຶກອົບຮົມນັກເດີນສຳຫຼວດ ແລະ ນັກກວດກາ, ພ້ອມທັງການລົງເກັບກຳຂໍ້ມູນພາກສະໜາມຕາມແຜນການທີ່ກຳນົດໄວ້.
![]() | ![]() |
ສະນັ້ນ, ເພື່ອຮັບປະກັນໃນການການເກັບກຳຂໍ້ມູນພາກສະໜາມມີປະສິດທິພາບ ແລະ ປະສິດຜົນສູງຮອງຫົວໜ້າຄະນະຊີ້ນໍາລະດັບຊາດການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ໄດ້ເນັ້ນໜັກບາງບັນຫາສະເໜີໃຫ້ບັນດາຄະນະຊີ້ນຳແຕ່ລະຂັ້ນສືບຕໍ່ເພີ່ມທະວີວຽກງານໂຄສະນາໃຫ້ກວ້າງຂວາງ ແລະ ທົ່ວເຖິງໃນແຕ່ລະຊຸມຊົນ; ຊຸກຍູ້ຕິດຕາມ ແລະ ໃຫ້ການສະໜັບສະໜູນທາງດ້ານວິຊາການ ແລະ ສ້າງກົນໄກໃນການປະສານງານ, ແບ່ງຄວາມຮັບຜິດຊອບແຕ່ລະຂັ້ນຢ່າງຈະແຈ້ງ, ເອົາໃຈໃສ່ປະສານສົມທົບກັບຫ້ອງການສຳຫຼວດຂັ້ນສູນກາງ ແລະ ລາຍງານໃຫ້ເປັນລະບົບຕໍ່ເນື່ອງ.

ພ້ອມດຽວກັນນີ້, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ຮອງຫົວໜ້າຄະນະຊີ້ນໍາລະດັບຊາດການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ, ຕິດຕາມການເດີນສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຢູ່ບ້ານໜອງນາກ, ບ້ານພູສັນ ເມືອງໂພນໂຮງ ແຂວງວຽງຈັນ, ພ້ອມທັງໄດ້ຮັບຟັງການລາຍງານຈາກນາຍບ້ານ ນໍາອີກດ້ວຍ.
![]() | ![]() |






