• ກົມການເງິນຕ່າງປະເທດ
  • |
  • 2025-12-09
  • |
  • ວຽກຮ່ວມມື

ໃນວັນທີ 8 ທັນວາ 2025 ທີ່ນະຄອນຫຼວງວຽງຈັນ; ລັດຖະບານ ສປປ ລາວກໍ່ຄືກະຊວງການເງິນຮ່ວມມືກັບ 4 ອົງການໃນເຄືອຂ່າຍອົງການ ສປຊ (UNDP, UNFPA, UNICEF ແລະ WFP), ໄດ້ຈັດກອງປະຊຸມປຶກສາຫາລືດ້ານຍຸດທະສາດ, ການແລກປ່ຽນຄຳຄິດຄໍາເຫັນ, ເພື່ອສ້າງຂອບແຜນການຮ່ວມມືໃນປີ 2027-2031, ໂດຍການເປັນປະທານຂອງທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງການເງິນ; ເຊິ່ງມີຜູ້ຕາງໜ້າຈາກ 4 ອົງການ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນທີ່ປະຊຸມ, ທ່ານ ສຸລິວັດ ສຸວັນນະຈູມຄຳຮອງລັດຖະມົນຕີກະຊວງການເງິນ ຕາງໜ້າລັດຖະບານ ສປປ ລາວ ກໍ່ຄືກະຊວງການເງິນ, ໄດ້ກ່າວເປີດກອງປະຊຸມ, ສະແດງຄວາມຊົມເຊີຍມາຍັງ 4 ອົງການໃນເຄືອຂ່າຍ ສປຊ ທີ່ມີຄວາມພະຍາຍາມສູງ, ສຸມທຸກເຫື່ອແຮງບໍ່ວ່າຈະເປັນດ້ານເຕັກນິກວິຊາການ ແລະ ທຶນຮອນເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນງານການຮ່ວມມືດັ່ງກ່າວໃນໄລຍະຜ່ານມາກໍ່ຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ຢ່າງມີປະສິດທິຜົນສູງໃນໄລຍະປັດຈຸບັນ. 

ໃນກອງປະຊຸມຍັງໄດ້ຮັບຟັງຄຳເຫັນ, ການນຳສະເໜີຈາກຜູ້ຊ່ຽວຊານຈາກ UNDP, UNFPA, UNICEF ແລະ WFP ກ່ຽວກັບຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງຂອງສະຫະປະຊາຊາດ, ສິ່ງທ້າທາຍ ແລະ ຜົນງານການພັດທະນາ, ເຊິ່ງຍົກໃຫ້ເຫັນການຮ່ວມມືລະຫວ່າງສປປ ລາວ ແລະ ອົງການ ສປຊ, ລວມເຖິງການລິເລີ່ມສ້າງດ້ານຍຸດທະສາດ ແລະ ຂອບແຜນງານການຮ່ວມມືລະຫວ່າງລັດຖະບານສປປ ລາວ ແລະ 4 ອົງການໃນເຄືອຂ່າຍສະຫະປະຊາຊາດແຕ່ປີ 2027-2031.

ໃນຕອນທ້າຍຂອງກອງປະຊຸມ, ທ່ານ ຮອງລັດຖະມົນຕີກະຊວງການເງິນ ໄດ້ໃຫ້ຄໍາແນະນໍາໂດຍໄດ້ເນັ້ນ ໜັກເຖິງສິ່ງສໍາຄັນທີ່ຈະເປັນທິດທາງໃນຕໍ່ໜ້າກ່ຽວກັບການຮ່ວມມືກັບສະຫະປະຊາຊາດໃຫ້ມີຄວາມຍືນຍົງທີ່ຕິດພັນກັບວຽກງານການພັດທະນາຊັບພະຍາກອນມະນຸດ, ການປົກປ້ອງທາງສັງຄົມ, ການຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການຫັນປ່ຽນດິຈິຕອນເພື່ອການສອດຄ່ອງກັບແຜນການບຸລິມະສິດແຫ່ງຊາດຂອງສປປ ລາວ ແລະ ແຜນການສະໜັບສະໜູນຂອງ ສປຊ ເປັນຕົ້ນ: ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ (NSEDP)ຄັ້ງທີ 10 ແລະ ບຸລິມະສິດເປົ້າໝາຍການພັດທະນາແບບຍືນຍົງ ແລະ ອື່ນໆ.

© 2025 Copyright: ກະຊວງການເງິນ, ສປປ ລາວ