• ກະຊວງການເງິນ
  • |
  • 2025-12-08
  • |
  • ວຽກຮ່ວມມື

 

          ກອງປະຊຸມໄດ້ຮັບຟັງ, ແລກປ່ຽນ ແລະ ປະກອບຄຳຄິດຄຳເຫັນຕໍ່ກັບເນື້ອໃນການນຳສະເໜີ ຂອງ ທີມງານຊ່ຽວຊານປະເມີນກາງສະໄໝ ແຜນງານ/ໂຄງການ ICP V ທີ່ຕິດພັນກັບກົນໄກ, ວິທີການ ແລະ ຂະບວນການ ທີ່ຈະນຳມາຈັດຕັ້ງປະຕິບັດໃນຊ່ວງໄລຍະການປະເມີນ. ພ້ອມນີ້, ຍັງໃຫ້ບັນດາຄະນະກໍາມະທິການຮ່ວມມື ລາວ-ລຸກຊໍາບວກໄດ້ພົບປະ ແລະ ປຶກສາລືກ່ຽວກັບຄວາມຄຶບໜ້າ ຂອງການຈັດຕັ້ງປະຕິບັດແຜນຍຸດທະສາດການຮ່ວມມື ICP V ຢູ່ໃນລະດັບສູນກາງ ແລະ ທ້ອງຖິ່ນ; ນອກຈາກນັ້ນ ພວກເຮົາຈະໄດ້ພ້ອມກັນກວດກາຄືນບັນດາວຽກງານການຮ່ວມມືລາວ-ລຸກຊໍາບວກ ໃນໄລຍະຜ່ານມາເປັນຕົ້ນ ແມ່ນຄວາມຄືບໜ້າ, ສິ່ງທ້າທາຍ ແລະ ລວມທັງແຜນການຮ່ວມມືໃນຕໍ່ໜ້າ.   

 

         ລັດຖະບານລຸກຊໍາບວກ ໄດ້ເລີ່ມໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ດ້ວຍມູນຄ່າປະມານ 2 ລ້ານ ໂດລາສະຫະລັດ ຕໍ່ປີ. ສິ່ງທີ່ພົ້ນເດັ່ນທີ່ສຸດແມ່ນໃນປີ 2001, ລັດຖະບານລຸກຊໍາບວກ ໄດ້ເອົາລາວເຂົ້າເປັນປະເທດເປົ້າໝາຍໃຫ້ການຊ່ວຍເຫຼືອ (Target Country). ທັງ​ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃນ​​ແຜ​ນງານ​ການ​ຮ່ວມ​ມື ລະຫວ່າງ ​ສອງ​ລັດຖະບານ (Indicative Cooperation Programme, ICP)​ ເຊິ່ງເຮັດໃຫ້ການຊ່ວຍເຫຼືອຈາກລຸກຊໍາບວກ ໃຫ້ແກ່ການພັດທະນາໃນ ສປປ ລາວ ນັບມື້ນັບເພີ່ມຂຶ້ນ, ລວມມູນຄ່າການຊ່ວຍເຫຼືອທັງໝົດ ນັບແຕ່ (ICP I) ຮອດ (ICP V) ປະມານເກືອບຮອດ 300 ລ້ານ ເອີໂຣ.

        ໃນປັດຈຸບັນການຮ່ວມມື ລະຫວ່າງ ສປປ ລາວ ແລະ ລຸກຊໍາບວກ ກຳລັງດຳເນີນການຈັດຕັ້ງປະ​ຕິ​ບັດແຜນງານການຮ່ວມມື ໄລຍະ​ (ICP V) ໂດຍໄດ້ແນ່ໃສ່ສ້າງຄວາມເຂັ້ມແຂງຂອງການມີສ່ວນຮ່ວມຂອງລັດຖະບານ ສປປ ລາວ ເພື່ອການພັດທະນາຊັບພະຍາກອນມະນຸດແບບຍືນຍົງ, ຮັບປະກັນການສ້າງໂອກາດໃຫ້ທຸກພາກສ່ວນໄດ້ຮັບການປັບປຸງລາຍຮັບ ແລະ ຊີວິດການເປັນຢູ່ທີ່ດີຂຶ້ນ ໂດຍສະເພາະໄດ້ສຸມໃສ່ຂົງເຂດສາທາລະນະສຸກ, ພັດທະນາທ້ອງຖິ່ນ, ອາຊີວະສຶກສາ ແລະ ການປົກຄອງທີ່ດີ, ອັນສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ​​5 ປີ ຄັ້ງທີ IX (2021-2025) ແລະ ຍັງຈະໄດ້ສືບຕໍ່ປຶກສາຫາລືສໍາລັບແຜນພັດທະນາເສດຖະກິດ-ສັງຄົມ ​​5 ປີ ຄັ້ງທີ X (2026-2030).

        ໂອກາດດັ່ງກ່າວ ທັງສອງຝ່າຍໄດ້ສືບຕໍ່ ຈັດກອງປະຊຸມພົບປະສອງຝ່າຍ ເພື່ອປຶກສາຫາລື ແລະ ລາຍງານການຈັດຕັ້ງປະຕິບັດ ຂອງ ບັນດາແຜນງານ/ໂຄງການ ພາຍໃຕ້ ICP V, ພ້ອມທັງວາງແຜນການຮ່ວມມືສອງຝ່າຍໃນຕໍ່ໜ້າ ໂດຍສະເພາະການກະກຽມຈັດກອງປະຊຸມຄະນະກໍາມາທິການຮ່ວມມື ລາວ-ລຸກຊຳບວກ ຄັ້ງທີ 17 ທີ່ ສປປ ລາວ ພາຍໃນປີ 2026 ທີ່ຈະມາເຖິງນີ້.

        ພ້ອມດ່ຽວກັນນີ້, ທ່ານ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ລຸກຊຳບວກ ສຳລັບການຊ່ວຍເຫຼືອ ແລະ ສະໜັບສະໜູນ ໃຫ້ແກ່ ສປປ ລາວ ໂດຍຜ່ານອົງການ LuxDev ແລະ ພ້ອມທີ່ຈະໃຫ້ການຮ່ວມມື-ສະໜັບສະໜູນ ໃຫ້ວຽກງານການຮ່ວມມື ຂອງ ສອງປະເທດນັບມື້ນັບແຕກດອກອອກຜົນຍິ່ງຂຶີ້ນຕະຫຼອດໄປ.

© 2025 Copyright: ກະຊວງການເງິນ, ສປປ ລາວ