• ກະຊວງການເງິນ
  • |
  • 2025-12-08
  • |
  • ວຽກງານພັກ-ພະນັກງານ

        ກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍພັກຮາກຖານ ຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ (ຄລຈ) ໄດ້ໄຂຂື້ນ ໃນວັນທີ 08 ທັນວາ 2025, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ພອນວັນ ອຸທະວົງ                    ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງການເງິນ, ສະຫາຍ ອຸບັນ ສຸພິດາ ຄະນະປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ສະຫາຍ ນາງ ແສງເດືອນ ໄຊຍະສອນ ເລຂາໜ່ວຍພັກຮາກຖານ ຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ (ຄລຈ) ມີຕາງໜ້າຈາກໜ່ວຍພັກຮາກຖານອ້ອມຂ້າງກະຊວງການເງິນ, ຕາງໜ້າຈາກ 03 ອົງການຈັດຕັັ້ງມະຫາຊົນ, ສະມາຊິກພັກ ສົມບູນ-ສໍາຮອງ ແລະ ມະຫາຊົນກ້າວໜ້າພາຍໃນໜ່ວຍພັກເຂົ້າຮ່ວມ.

        ໃນກອງປະຊຸມໄດ້ຮັບຟັງ ບົດລາຍງານການເມືອງ, ບົດສຳຫຼວດການນຳພາ ແລະ ບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາຂອງໜ່ວຍພັກຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ ຕະຫຼອດໄລຍະ 01 ສະໄໝຜ່ານມາ ເຊິ່ງເຫັນໄດ້ຜົນສຳເລັດ ແລະ ຜົນງານອັນພົ້ນເດັ່ນຫຼາຍດ້ານ ທີ່ສາມາດຍາດມາໄດ້ ພ້ອມດຽວກັນນັ້ນ ຍັງໄດ້ເຫັນດີ ຮັບຮອງເອົາ ບົດລາຍງານການເມືອງ, ທິດທາງແຜນການ ປີ 2026-2030 ທີ່ຈະຈັດຕັ້ງປະຕິບັດໃນ 05 ປີຕໍ່ໜ້າ.

        ຈາກນັ້ນ ກອງປະຊຸມໜ່ວຍພັກຮາກຖານ ຫ້ອງການ ຄລຈ ໄດ້ດໍາເນີນການປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ ບົນພື້ນຖານ ຫຼັກການລວມສູນປະຊາທິປະໄຕ ຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້, ເຊິ່ງມີຜູ້ອອກຮັບສະໝັກ ທັງໝົດ 05 ສະຫາຍ, ຍິງ 01 ສະຫາຍ ເລືອກໄດ້ 03 ສະຫາຍ, ຍິງ 01 ສະຫາຍ ແລະ ກອງປະຊຸມ ຄັ້ງປະຖົມມະລຶກ ຂອງໜ່ວຍພັກຮາກຖານ ຫ້ອງການ ຄລຈ ເປັນເອກະສັນ ເລືອກເອົາ:

1) ສະຫາຍ ນາງ ແສງເດືອນ ໄຊຍະສອນ   ເປັນເລຂາໜ່ວຍພັກຮາກຖານ; 

2) ສະຫາຍ ປອ ສີສຸລາດ ລາດສະສີສິນ    ເປັນຮອງເລຂາ, ປະທານ ກວດກາໜ່ວຍພັກຮາກຖານ; 

3) ສະຫາຍ ທະນຸສອນ ມະນີ               ເປັນຄະນະໜ່ວຍພັກຮາກຖານ.

          ໂອກາດນີ້ ສະຫາຍ ນາງ ພອນວັນ ອຸທະວົງ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງ ການເງິນ ສະແດງຄວາມຊົມເຊີຍຕໍ່ການປະຕິບັດໜ້າທີ່ວຽກງານ ແລະ ຜົນງານທີ່ຍາດມາໄດ້ ໃນໄລຍະ 05 ປີຜ່ານມາ ຂອງໜ່ວຍພັກຮາກຖານຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ, ຊົມເຊີຍຜົນສໍາເລັດອັນຈົບງາມຂອງກອງປະຊຸມໃຫ່ຍຄັັ້ງ V ຄັ້ງນີ້, ພ້ອມດຽວກັນນັ້ນ, ສະຫາຍ ຍັງໄດ້ໃຫ້ທິດຊີ້ນຳ ເນັັ້ນໜັກໃຫ້ບັນດາສະມາຊິກພັກເອົາໃຈໃສ່ກໍາແໜ້ນ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັັ້ງທີ XI ຂອງພັກ, ຈັດຕັັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ໃຫ້ເປັນອັນລະອຽດ ເພື່ອສືບຕໍ່ຈັດຕັັ້ງປະຕິບັດໜ້າທີ່ການເມືອງ ແລະ ພະລະກິດທີ່ຂັ້ນເທິງໄດ້ມອບໝາຍໃຫ້ປະກົດຜົນເປັນຈິງ.

 

© 2025 Copyright: ກະຊວງການເງິນ, ສປປ ລາວ