• ກະຊວງການເງິນ
  • |
  • 2025-12-08
  • |
  • ວຽກວິຊາສະເພາະ

        ໃນວັນທີ 05 ທັນວາ 2025 ທີ່ຜ່ານມາ ກະຊວງການເງິນ ໄດ້ຈັດກອງປະຊຸມວິທະຍາສາດ ເພື່ອປຶກສາຫາລືເນື້ອໃນ ວຽກງານຈຸດສຸມ, ຄວາມເປັນເຈົ້າການ ແລະ ຕົວຊີ້ວັດ ໃນ ຮ່າງ ຄຳແນະນຳ ກ່ຽວກັບ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ຂອງຂະແໜງການເງິນ ຂື້ນ, ໂດຍການເປັນປະທານຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ, ມີບັນດາທ່ານ ຫົວໜ້າກົມ, ຮອງກົມ ຂອງກະຊວງການເງິນເຂົ້າຮ່ວມ.

         ໃນກອງປະຊຸມ ທ່ານ ພະນົມພອນ ແກ້ວວົງວິຈິດ ຮອງຫົວໜ້າກົມນະໂຍບາຍເສດຖະກິດ ແລະ ການເງິນ ໄດ້ລາຍງານຫຍໍ້ກ່ຽວກັບ ຮ່າງ ຄຳແນະນຳ ກ່ຽວກັບ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ຂອງຂະແໜງການເງິນ ເຊິ່ງ ຮ່າງ ດັ່ງກ່າວ ປະກອບມີ 10 ໜ້າວຽກຈຸດສຸມ ທີສຳຄັນຄື: 1) ການສ້າງ ແລະ ປັບປຸງນິຕິກຳ; 2) ການດັດສົມເສດຖະກິດມະຫາພາກໃຫ້ມີຄວາມສົມດຸນ; 3) ປັບປຸງໂຄງສ້າງດ້ານງົບປະມານແຫ່ງລັດ; 4) ຄຸ້ມຄອງວິສາຫະກິດລັດລົງທຶນ; 5) ຄຸ້ມຄອງ ແລະ ແກ້ໄຂໜີ້ສິນສາທາລະນະ; 6) ຫັນເປັນທັນສະໄໝກ້າວໄປສູ່ດີຈິຕອນ; 7) ຄຸ້ມຄອງວຽກງານບັນຊີ ແລະ ກວດສອບອິດສະລະ; 8) ວຽກງານສະຖິຕິແຫ່ງຊາດ; 9) ການຮ່ວມມື ແລະ ການເງິນສາກົນ ກັບພາກພື້ນ ແລະ ສາກົນ; 10) ຄຸ້ມຄອງພະນັກງານ ແລະ ວຽກງານກວດກາ. ພ້ອມນີ້, ທິດທາງ ເປົ້າໝາຍສູ້ຊົນ ຕາມທິດ ສອຈ ໃນຕໍ່ໜ້າ (2026-2030) ຊຸກຍູ້ໃຫ້ການຂະຫຍາຍຕົວເສດຖະກິດ ບັນລຸ 5,5% ຫັນໂຄງປະກອບໄປຕາມທິດຄຸນນະພາບ, ເລັ່ງເກັບລາຍຮັບໃຫ້ໄດ້ 19-20% ຂອງ GDP ໂດຍເນັ້ນໃສ່ການຍົກລະດັບການຫັນເປັນທັນສະໄໝຂະແໜງການເກັບລາຍຮັບ, ປັບປຸງອັດຕາພາສີ-ອາກອນທີ່ເປັນທ່າແຮງ, ຫຼຸດຜ່ອນການຍົກເວັນພາສີ-ອາກອນ; ສ້າງແຜນງົບປະມານທີ່ເກີນດຸນ ຫຼື ຂາດດຸນ, ແກ້ໄຂໜີ້ສິນສາທາລະນະ ໃຫ້ຫຼຸດລົງໃນລະດັບຕຳກ່ວາ 70% ຂອງ GDP ໂດຍນໍາໃຊ້ແຫຼ່ງງົບປະມານພາຍໃນໃຫ້ຫຼາຍຂຶ້ນ ໃນການຊຳລະໜີ້ສິນ, ປັບປຸງ ແລະ ສ້າງຄວາມເຂັ້ມແຂງໃຫ້ລັດວິສາຫະກິດ ເພື່ອສາມາດສ້າງຜົນກະໄລ ເພື່ອປະກອບເຂົ້າໃນງົບປະມານແຫ່ງລັດ, ຍົກສູງຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດກົດໝາຍ, ລະບຽບການ ແລະ ວິໄນແຜນການ-ການເງິນ ໃຫ້ມີຄວາມໂປ່ງໃສ ແລະ ສາມາດກອດສອບໄດ້.

        ພ້ອມດ່ຽວກັນນີ້: ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ ຍັງໄດ້ເນັ້ນໃສ່ທິດທາງລວມທີ່ຕິດພັນກັບຂະແໜງການເງິນ ຕ້ອງຍົກສູງບົດບາດນໍາໜ້າໃນການເພີ່ມທະວີການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການເງິນ-ງົບປະມານ ສາມາດເປັນເຄື່ອງມືໃນການດັດສົມ, ສົ່ງເສີມໃນການສ້າງເສດຖະກິດ ດ້ວຍການສ້າງລະບົບງົບປະມານແຫ່ງລັດ ໃຫ້ມີຄວາມເຂັ້ມແຂງ ໂດຍຜັນຂະຫຍາຍເອົາທິດທາງລວມ, ເປົ້າໝາຍສູ້ຊົນ ແລະ ແຜນນະໂຍບາຍລວມ ທີ່ຕິດພັນກັບຄວາມຮັບຜິດຊອບຂອງຂະແໜງການເງິນ ອອກມາເປັນຫຼັກການລວມ ເພື່ອສຸມໃສ່ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນເປັນຈິງ, ເຊິ່ງ ທິດການສ້າງເສດຖະກິດເປັນເຈົ້າຕົນເອງ (ສອຈ) ໄດ້ກໍານົດ ຕ້ອງສູ້ຊົນຈັດຕັ້ງປະຕິບັດແຜນລາຍຮັບ ໃຫ້ໄດ້ 20% ຂອງ GDP ແລະ ແຜນລາຍຈ່າຍ ຕ້ອງບໍ່ເກີນການເພີ່ມຂຶ້ນຂອງລາຍຮັບ ຫຼື ບໍ່ເກີນ 20% ຂອງ GDP. 

        ກອງປະຊຸມ ໄດ້ພ້ອມກັນປຶກສາຫາລື, ແລກປ່ຽນປະກອບຄໍາຄິດຄໍາເຫັນດ້ວຍຄວາມຮັບຜິດຊອບສູງຕໍ່ຮ່າງຄຳແນະນຳດັ່ງກ່າວ ເພື່ອເປັນການຢັ້ງຢືນຕໍ່ບັນດາເນື້ອໃນ, ໜ້າວຽກຈຸດສຸມ, ຄວາມເປັນເຈົ້າການ ແລະ ຕົວຊີ້ວັດ ທີ່ຕິດພັນກັບຄວາມຮັບຜິດຊອບຂອງບັນດາກົມ ທີ່ໄດ້ກໍານົດເຂົ້າໃນ ຮ່າງ ຄໍາແນະນໍາສະບັບດັ່ງກ່າວ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ຄວາມເປັນເອກະພາບດ້ານເນື້ອໃນ ແລະ ນຳສະເໜີຂັ້ນເທິງເພື່ອພິຈາລະນາຕາມຂັ້ນຕອນ ແລະ ລະບຽບການ. 

 

© 2025 Copyright: ກະຊວງການເງິນ, ສປປ ລາວ