• ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ
  • |
  • 2025-12-03
  • |
  • ວຽກງານພັກ-ພະນັກງານ

        ໃນວັນທີ 03 ທັນວາ 2025 ໜ່ວຍພັກຮາກຖານກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ໄດ້ເປີດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ Iຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຮ່ວມຂອງສະຫາຍ ພູວົງ ກິດຕະວົງ ຄະນະປະຈໍາພັກກະຊວງ, ປະທານກວດກາພັກ, ຮອງລັດຖະມົນຕີ ກະຊວງການເງິນ; ສະຫາຍ ອຸບັນ ສຸພິດາ ກໍາມະການປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ສະຫາຍ ປອ ວິໄລທອງ ສຸດທະວິໄລ ເລຂາໜ່ວຍພັກຮາກຖານກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ, ພ້ອມດ້ວຍຄະນະໜ່ວຍພັກ, ສະມາຊິກພັກພາຍໃນໜ່ວຍພັກ ແລະ ແຂກຖືກເຊີນເຂົ້າຮ່ວມ.

        ໃນກອງປະຊຸມ ໄດ້ຜ່ານຮ່າງບົດລາຍງານການເມືອງ, ບົດສໍາຫຼວດການນໍາພາລວມ, ແຜນພັດທະນາວຽກງານຫັນເປັນທັນສະໄໝ ກ້າວໄປສູ່ລະບົບດິຈິຕອນຂອງຂະແໜງພາກລັດ ແລະ ເພື່ອເປັນການຢັ້ງຢືນເຖິງຜົນງານການເຄື່ອນໄຫວວຽກງານຂອງໜ່ວຍພັກ ໃນໄລຍະ 5 ປີ ຜ່ານມາ. ໂດຍຍົກໃຫ້ເຫັນຜົນສໍາເລັດອັນພົ້ນເດັ່ນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອນຖອນໄດ້, ພ້ອມທັງໄດ້ກໍານົດທິດທາງ, ຄາດໝາຍສູ້ຊົນການພັດທະນາຂະແໜງການເງິນພາກລັດ ເປັນຕິຈິຕອນ ໃນໄລຍະ 5 ປີຕໍ່ໜ້າ (2026-2030) ທີ່ເປັນສິ່ງທ້າທາຍພໍສົມຄວນ.

        ພ້ອມກັນນັ້ນ, ໃນກອງປະຊຸມ ຍັງໄດ້ປະກອບຄໍາເຫັນໃສ່ຮ່າງບົດລາຍງານການເມືອງ, ຮ່າງບົດສໍາຫຼວດ ແຜນພັດທະນາວຽກງານຫັນເປັນທັນສະໄໝ ກ້າວໄປສູ່ລະບົບດິຈິຕອນຂອງຂະແໜງພາກລັດ ເພື່ອເຮັດໃຫ້ເນື້ອໃນຄົບຖ້ວນສົມບູນ ແລະ ຖືກຕ້ອງກັບການຈັດຕັ້ງປະຕິບັດວຽກງານຕົວຈິງ ທັງເປັນການຢັ້ງຢືນເຖິງຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ. ພ້ອມນັ້ນ, ກອງປະຊຸມໄດ້ມີການປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ຊື່ງມີຜູ້ສະໝັກເລືອກຕັ້ງ ທັງໝົດ 05 ສະຫາຍ, ຍິງ 03 ສະຫາຍ, ຈາກນັ້ນ, ບັນດາສະຫາຍສະມາຊິກພັກ ທີ່ເຂົ້າຮ່ວມກອງປະຊຸມ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາ ຄະນະໜ່ວຍພັກຮາກຖານຊຸດໃໝ່ ຈຳນວນ 03 ສະຫາຍ ແລະ ຜົນກອງປະຊຸມຄັ້ງປະຖົມມະລຶກ ໄດ້ປະຊາມະຕິເປັນເອກະສັນເລືອກເອົາຄະນະໜ່ວຍພັກຊຸດໃໝ່ ຄື: 

1. ສະຫາຍ ປອ ວິໄລທອງ ສຸດທະວິໄລ ເປັນເລຂາໜ່ວຍພັກຮາກຖານກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ;

2. ສະຫາຍ ອານຸສັກ ສີສະອາດ ຮອງເລຂາ, ປະທານກວດກາພັກ;

3. ສະຫາຍ ນາງ ອານຸທິບ ວັນນະບຸບຜາ ກໍາມະການໜ່ວຍພັກ, ຮອງປະທານກວດກາໜ່ວຍພັກ;

        ເພື່ອສືບຕໍ່ ນໍາພາ-ຊີ້ນໍາ ໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກຮາກຖານກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ໃຫ້ບັນລຸຜົນສໍາເລັດຕາມລະດັບຄາດໝາຍໃນໜ້າທີ່ການເມືອງໃຫ້ປະກົດຜົນ   ເປັນຈິງ.

        ໂອກາດດັ່ງກ່າວ, ສະຫາຍ ພູວົງ ກິດຕະວົງ ໄດ້ໃຫ້ກຽດໂອ້ລົມຕໍ່ຄະນະໜ່ວຍພັກຊຸດໃໝ່ ເພື່ອເປັນທິດເຍືອງທາງ ໃນການປັບປຸງວຽກງານການນໍາພາ, ຊີ້ນໍາຂອງໜ່ວຍພັກຮາກຖານກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ໃນຕໍ່ໜ້າ ໂດຍໄດ້ເນັ້ນໃຫ້ຄະນະໜ່ວຍພັກ, ສະມາຊິກພັກ ຕ້ອງໄດ້ພ້ອມກັນຕັດສິນໃຈແກ້ໄຂວຽກງານໃຫ້ມີປະສິດທິຜົນສູງ ເພື່ອສ້າງບາດກ້າວປ່ຽນແປງໃໝ່ຂອງໜ່ວຍພັກໃຫ້ມີຄວາມເຂັມແຂງຂື້ນເລື້ອຍໆ ໃຫ້ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ຕາມການຫັນຂະແໜງການເງິນແຫ່ງລັດ ເປັນທັນສະໄໝ. 

© 2025 Copyright: ກະຊວງການເງິນ, ສປປ ລາວ