• ກົມສ່ວຍສາອາກອນ
  • |
  • 2025-12-08
  • |
  • ວຽກງານພັກ-ພະນັກງານ

       ໃນວັນທີ 08 ທັນວາ 2025, ກົມສ່ວຍສາອາກອນ ໄດ້ໄຂກອງປະຊຸມໃຫຍ່ ຄັ້ງທີ V ໜ່ວຍພັກຮາກຖານຂອງກົມ ຂື້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການເງິນ, ສະຫາຍ ອຸບັນ ສຸພິດາ ຄະນະປະຈຳພັກກະຊວງ ແລະ ສະຫາຍ ບຸນປະເສີດ ສີກຸນລະບຸດ ເລຂາໜ່ວຍພັກຮາກຖານກົມສ່ວຍສາອາກອນ ມີຄະນະໜ່ວຍພັກຮາກຖານ, ສະມາຊິກພາຍໃນໜ່ວຍພັກ ພ້ອມດ້ວຍແຂກຖືກເຊີນແຂົ້າຮ່ວມ.

         ໃນກອງປະຊຸມໄດ້ຮັບຟັງ ບົດລາຍງານການເມືອງ, ບົດສຳຫຼວດການນຳພາລວມ ແລະ ບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາຂະແໜງສ່ວຍສາອາກອນ ເຊິ່ງເຫັນໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ ທີ່ສາມາດຍາດມາໄດ້ຕະຫຼອດໄລຍະການຈັດຕັ້ງປະຕິບັດໃນ 01 ສະໄໝຜ່ານມາ  ພ້ອມດຽວກັນນັ້ນ ຍັງໄດ້ເຫັນດີ ຮັບຮອງເອົາ ບົດລາຍງານດັ່ງກ່າວ, ແຜນພັດທະນາຂະແໜງສ່ວຍສາອາກອນແຕ່ປີ 2026-2030 ທີ່ຈະຈັດຕັ້ງປະຕິບັດ 05 ປີຕໍ່ໜ້າ                        ເພື່ອຮັບປະກັນໃຫ້ການຈັດເກັບລາຍຮັບເພີ່ມຂື້ນ ສາມາດຕອບສະໜອງໄດ້ ລາຍຈ່າຍງົບປະມານຂອງລັດ ແລະ ການພັດທະນາເສດຖະກິດໃນແຕ່ລະໄລຍະ.

ພ້ອມນັ້ນ ໃນກອງປະຊຸມ, ບັນດາສະຫາຍສະມາຊິກພັກ ຍັງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງຄະນະໜ່ວຍພັກຮາກຖານກົມສ່ວຍສາອາກອນ ຊຸດໃໝ່, ເຊິ່ງຜ່ານການປ່ອນບັດ ສາມາດເລືອກໄດ້ ບັນດາສະຫາຍ ດັ່ງນີ້:

  1. ສະຫາຍ ຄໍາພັນ ພັນທຸລັກ                    ເປັນເລຂາໜ່ວຍພັກ;
  2. ສະຫາຍ ປອ ສາຍມະໂນລິນ ສິນບັນດິດ     ຮອງເລຂາໜ່ວຍພັກ, ປະທານກວດກາໜ່ວຍພັກ;
  3. ສະຫາຍ ສຸພັນ ວິລະວົງ                       ຮອງປະທານກວດກາໜ່ວຍພັກ;
  4. ສະຫາຍ ອານຸວົງ ບົວພັນ                     ກຳມະການໜ່ວຍພັກ;
  5. ສະຫາຍ ເອກກະໄຊ ພູທອນສີ               ກຳມະການໜ່ວຍພັກ;
  6. ສະຫາຍ ນາງ ອາວິນາ ຫຼວງອາມາດ           ກຳມະການໜ່ວຍພັກ;
  7. ສະຫາຍ ນາງ ບຸນສະຫວັນ ວິໄລສອນ         ກຳມະການໜ່ວຍພັກ.

       ຕອນທ້າຍຂອງກອງປະຊຸມ ໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການເງິນ ເຊິ່ງສະຫາຍ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນໍາພາ-ຊີ້ນໍາ ຂອງຄະນະພັກຊຸດເກົ່າ ທີ່ໄດ້ນໍາພາສະມາຊິກພັກ-ພະນັກງານ ປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນງານ ແລະ ຜົນສໍາເລັດຫຼາຍດ້ານຜ່ານມາ ພ້ອມນີ້ ສະຫາຍ ຍັງຮຽກຮ້ອງໃຫ້ຄະນະພັກຊຸດໃໝ່, ພະນັກງານ-ລັດຖະກອນ ກົມສ່ວຍສາອາກອນ ສືບຕໍ່ນໍາພາປັບປຸງ, ແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ ອອກແຮງຄົ້ນຄວ້າ ເຊື່ອມຊຶມເອົາ ທິດທາງ, ແຜນການ, ແຜນງານ ເຊີດຊູຄວາມສາມັກຄີ ເປັນປຶກແຜ່ນແໜ້ນໜາ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ ສືບຕໍ່ຝຶກອົບຮົມຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ, ຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງຂອງຕົນ, ເຮັດໃຫ້ການຄຸ້ມຄອງການຈັດເກັບລາຍຮັບຂອງກົມສ່ວຍສາອາກອນ ມີທ່າຫັນປ່ຽນໃໝ່ທີ່ຕັ້ງໜ້າດີຂຶ້ນກວ່າເກົ່າ.

© 2025 Copyright: ກະຊວງການເງິນ, ສປປ ລາວ