ໃນວັນທີ 06 ທັນວາ 2025, ໜ່ວຍພັກຮາກຖານ ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງເປີດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ພູວົງ ກິດຕະວົງ ກໍາມະການປະຈໍາພັກກະຊວງ, ປະທານກວດກາພັກ, ຮອງລັດຖະມົນຕີກະຊວງການເງິນ, ສະຫາຍ ອຸບັນ ສຸພິດາ ກໍາມະການປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ສະຫາຍ ອຸຕະແກ້ວ ແກ້ວດວງສິນ ກໍາມະການຄະນະພັກກະຊວງ, ເລຂາໜ່ວຍພັກຮາກຖານກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ, ມີຄະນະໜ່ວຍພັກຮາກຖານ ພ້ອມດ້ວຍສະມາຊິກພັກ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.
ກອງປະຊຸມ ໄດ້ຜ່ານບົດຄຸນລັກສະນະຜູ້ແທນກອງປະຊຸມໃຫຍ່; “ຮ່າງ” ລາຍງານການເມືອງ; ບົດສະຫຼຸບແຜນພັດທະນາຂະແໜງປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ໄລຍະ 5 ປີ ຜ່ານມາ ແລະ ທິດທາງແຜນການ 2026-2030 ພ້ອມກັບຜ່ານຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະພັກຊຸດເກົ່າ.
ໃນກອງປະຊຸມ, ບັນດາສະຫາຍສະມາຊິກພັກ ຍັງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງຄະນະໜ່ວຍພັກຮາກຖານ ຊຸດໃໝ່, ເຊິ່ງຜ່ານການປ່ອນບັດ ສາມາດເລືອກໄດ້ບັນດາສະຫາຍ ດັ່ງນີ້:
1. ສະຫາຍ ອຸຕະແກ້ວ ແກ້ວດວງສິນ ເປັນເລຂາໜ່ວຍພັກ;
2. ສະຫາຍ ສົມບູນ ແກ່ນປະເສີດ ເປັນຮອງເລຂາໜ່ວຍພັກ, ທັງເປັນປະທານກວດກາໜ່ວຍພັກ;
3. ສະຫາຍ ນາງ ອຸດາລອນ ສີໂພວົງ ເປັນກຳມະການໜ່ວຍພັກ;
4. ສະຫາຍ ທອງປັກ ມະຫາຫິງ ກຳມະການໜ່ວຍພັກ;
5. ສະຫາຍ ວິລະພັນ ດວງທອງຄໍາ ກຳມະການໜ່ວຍພັກ.
ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ພູວົງ ກິດຕະວົງ ເຊິ່ງສະຫາຍໄດ້ສະແດງຄວາມຊົມເຊີຍ ຕໍ່ການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກຊຸດເກົ່າ ທີ່ໄດ້ນໍາພາ ສະມາຊິກພັກ-ພະນັກງານ ພາຍໃນໜ່ວຍພັກ ປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນງານ ແລະ ມີຜົນສໍາເລັດຫຼາຍດ້ານ; ພ້ອມກັນນັ້ນ ສະຫາຍຍັງໄດ້ມີຄວາມເປັນຫ່ວງ ເປັນໃຍຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ ໄດ້ຮຽກຮ້ອງໃຫ້ຄະນະໜ່ວຍພັກຮາກຖານ ຕ້ອງໄດ້ສືບຕໍ່ນໍາພາປັບປຸງ ແກ້ໄຂ ແລະ ເນັ້ນໜັກໃຫ້ຄະນະໜ່ວຍພັກຮາກຖານຊຸດໃໝ່ ໃຫ້ເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ, ເຊີດຊູສະຕິປັນຍາ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນ, ເຮັດໃຫ້ວຽກງານວິຊາສະເພາະຂອງກົມມີການຫັນປ່ຽນໃໝ່ ຢ່າງຕັ້ງໜ້າ ເພື່ອກໍ່ສ້າງພັກ ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.