• ກົມພາສີ
  • |
  • 2025-12-04
  • |
  • ວຽກງານພັກ-ພະນັກງານ

 

   


        ໃນວັນທີ 04 ທັນວາ 2025 ໜ່ວຍພັກຮາກຖານກົມພາສີ ໄດ້ເປີດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VIIຂຶ້ນຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ພູວົງ ກິດຕະວົງ ຄະນະປະຈໍາພັກກະຊວງ, ປະທານກວດກາພັກ, ຮອງລັດຖະມົນຕີກະຊວງການເງິນ, ສະຫາຍ ອຸບັນ ສຸພິດາ ຄະນະປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ສະຫາຍ ພູເຂົາຄຳ ວັນນະວົງໄຊ ເລຂາໜ່ວຍພັກຮາກຖານກົມພາສີ, ມີຄະນະໜ່ວຍພັກຮາກຖານ, ສະມາຊິກພັກພາຍໃນໜ່ວຍພັກ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມ.
               ໃນກອງປະຊຸມໄດ້ຄົ້ນຄວ້າ ແລະ ໄດ້ຮັບຮອງເອົາບົດລາຍງານການເມືອງ, ບົດສໍາຫຼວດນໍາພາລວມ ແລະ ແຜນພັດທະນາຂະແໜງການພາສີ ໄລຍະ 05 ປີຜ່ານມາ ທີ່ໄດ້ສະຫຼຸບຕີລາຄາໃຫ້ເຫັນຜົນງານອັນພົ້ນເດັ່ນຫຼາຍດ້ານ ທີ່ສາມາດຍາດມາໄດ້ຕະຫຼອດໄລຍະການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI, ຊີ້ໃຫ້ເຫັນ ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ມາດຕະການການແກ້ໄຂໃນຕໍ່ໜ້າ, ພ້ອມທັງ ກຳນົດທິດ ທາງແຜນການ ແລະ ຄາດໝາຍສູ້ຊົນ ການພັດທະນາຂະແໜງການພາສີ ໃນ 01 ສະໄໝ ຕໍ່ໜ້າ ກໍຄື ປີ 2026 - 2030.
       
        ພ້ອມກັນນັ້ນ, ບັນດາສະຫາຍສະມາຊິກພັກ ຍັງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາເລຂາໜ່ວຍພັກຮາກຖານ, ຮອງເລຂາໜ່ວຍພັກ ຈຳນວນ 07 ສະຫາຍ ຜ່ານກອງປະຊຸມປະຖົມມະລຶກ ຂອງໜ່ວຍພັກຮາກຖານກົມສາມາດເລືອກໄດ້ບັນດາສະຫາຍ ດັ່ງນີ້:

1. ສະຫາຍ ພູເຂົາຄໍາ ວັນນະວົງໄຊ ເປັນ ເລຂາ ໜ່ວຍພັກ;
2. ສະຫາຍ ວົງວັນເພັງ ພູມສະຫວັນ ຮອງເລຂາໜ່ວຍພັກ, ປະທານກວດກາໜ່ວຍພັກ;
3. ສະຫາຍ ພຸດທະນິກອນ ເຄນນະວົງ ກຳມະການ ໜ່ວຍພັກ, ຮອງປະທານກວດກາໜ່ວຍພັກ;
4. ສະຫາຍ ກໍລະກັນ ສຣິດທິຣາດ ກຳມະການ ໜ່ວຍພັກ;
5. ສະຫາຍ ພົມມະຈັກ ສີພັນດອນ ກຳມະການ ໜ່ວຍພັກ;
6. ສະຫາຍ ນາງ ອານິດສະຣາ ສົມບູນຂັນ ກຳມະການ ໜ່ວຍພັກ;
7. ສະຫາຍ ຫັດສະດີ ດວງພະຈັນ ກຳມະການ ໜ່ວຍພັກ.


        ໃນໂອກາດນີ້ໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ພູວົງ ກິດຕະວົງ ຄະນະປະຈຳພັກກະຊວງ, ປະທານກວດກາພັກ, ຮອງລັດຖະມົນຕີກະຊວງການເງິນ ເຊິ່ງສະຫາຍໄດ້ສະແດງຄວາມຊົມເຊີຍ ຕໍ່ການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກ ທີ່ໄດ້ນໍາພາ ສະມາຊິກພັກ-ພະນັກງານ ພາຍໃນໜ່ວຍພັກ ປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນງານ ແລະ ມີຜົນສໍາເລັດຫຼາຍດ້ານ; ພ້ອມກັນນັ້ນ ສະຫາຍຍັງໄດ້ມີຄວາມເປັນຫ່ວງ ເປັນໃຍຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ ໄດ້ຮຽກຮ້ອງໃຫ້ ຄະນະໜ່ວຍພັກຮາກຖານ ຕ້ອງໄດ້ສືບຕໍ່ນໍາພາປັບປຸງ ແກ້ໄຂ.
         ພ້ອມດຽວກັນນັ້ນ ສະຫາຍ ຍັງໄດ້ເນັ້ນໜັກ ຄະນະໜ່ວຍພັກຮາກຖານກົມພາສີ ຊຸດໃໝ່ ໃຫ້ເພີ້ມທະວີສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ທັງໝົດພາຍໃນໜ່ວຍພັກ, ເຊີດຊູສະຕິປັນຍາ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນ, ເຮັດໃຫ້ວຽກງານວິຊາສະເພາະຂອງກົມພາສີມີການຫັນປ່ຽນໃໝ່ ຢ່າງຕັ້ງໜ້າດີຂຶ້ນ ເພື່ອກໍ່ສ້າງພັກ ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.

© 2025 Copyright: ກະຊວງການເງິນ, ສປປ ລາວ