ລົງນາມສ້າງຕັ້ງຫ້ອງກວດກາວິໄຈ ແລະ ຢັ້ງຢືນຄຸນນະພາບແຮ່ທາດກ່ອນການສົ່ງອອກ
ໃນວັນທີ 3 ທັນວາ 2025, ໄດ້ມີພິທີລົງນາມເຊັນສັນຍາສ້າງຕັ້ງຫ້ອງກວດກາວິໄຈ ແລະ ຢັ້ງຢືນຄຸນນະພາບແຮ່ທາດກ່ອນການສົ່ງອອກ ຢູ່ດ່ານສາກົນ ແລະ ສະຖານີລົດໄຟ, ລະຫວ່າງ ກະຊວງການເງິນ ແລະ ບໍລິສັດ ລາວສະແຕນດາດ ຄອນໂທຣນ ຈຳກັດ ຕາງໜ້າລັດຖະບານ ລົງນາມໂດຍ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ແລະ ຕາງໜ້າບໍລິສັດ ລົງນາມໂດຍທ່ານ ອຸທັນ ໄຕລິດທິ ຜູ້ອຳນວຍການບໍລິສັດ ລາວສະແຕນດາດ ຄອນໂທຣນ ຈຳກັດ, ໂດຍມີ ທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ຄະນະຫ້ອງການ ກະຊວງການເງິນ ແລະ ຄະນະກົມກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ໃນພິທີ ທ່ານ ສົມຈິດ ຄຳມຸງຄຸນ ຫົວໜ້າຫ້ອງການ ກະຊວງການເງິນ ໄດ້ຂຶ້ນຜ່ານບົດລາຍງານຫຍໍ້ກ່ຽວກັບຄວາມເປັນມາ ຂອງການສ້າງຕັ້ງຫ້ອງກວດກາວິໄຈ ແລະ ຢັ້ງຢືນຄຸນນະພາບແຮ່ທາດກ່ອນການສົ່ງອອກ ຜ່ານມາເຫັນວ່າ ການຄຸ້ມຄອງກວດກາຢັ້ງຢືນຄຸນນະພາບ ແລະ ມາດຕະຖານການສົ່ງອອກແຮ່ທາດ ຍັງບໍ່ທັນຮັດກຸມ, ການຄຸ້ມຄອງການເກັບກຳຂໍ້ມູນການສົ່ງອອກແຮ່ທາດ ແຕ່ລະຊະນິດຍັງບໍ່ທັນລວມສູນ ແລະ ຍັງບໍ່ທັນມີພາກສ່ວນທີ່ກ່ຽວຂ້ອງ ເຮັດໜ້າທີ່ໃນການຄຸ້ມຄອງວຽກງານດັ່ງກ່າວຢູ່ປາຍທາງດ່ານສາກົນ (ດ່ານ ພາສີສາກົນ ແລະ ຈຸດສະຖານີລົດໄຟ). ປັດຈຸບັນ ການກວດກາວິໄຈ ແລະ ຢັ້ງຢືນຄຸນນະພາບແຮ່ທາດກ່ອນສົ່ງ ອອກໄດ້ຈັດຕັ້ງປະຕິບັດພຽງແຕ່ຢູ່ຕົ້ນທາງ ຫຼື ຢູ່ປາກບໍ່ ເທົ່ານັ້ນ ແລະ ຍັງບໍ່ມີການກວດກາວິໄຈຄຸນນະພາບແຮ່ທາດ ຄືນຢູ່ປາຍທາງກ່ອນມີການສົ່ງອອກ, ເຊິ່ງອາດຈະເຮັດໃຫ້ເກີດມີຄວາມສ່ຽງໃນດ້ານການລັກລອບຄ່ຽນ-ຖ່າຍ ຫຼື ປະສົມແຮ່ທີ່ມີລາ ຄາແພງມານໍາ ແລະ ເຮັດໃຫ້ລັດຖະບານເສຍຜົນປະໂຫຍດຈາກການສົ່ງອອກແຮ່ທາດດັ່ງກ່າວ.
ສະນັ້ນ, ການສ້າງຕັ້ງ ຫ້ອງກວດກາວິໄຈ ແລະ ຢັ້ງຢືນຄຸນນະພາບແຮ່ທາດກ່ອນການສົ່ງອອກ ປະຈຳຢູ່ດ່ານສາກົນ ແລະ ສະຖານີລົດໄຟ ຈຶ່ງມີຄວາມຈຳເປັນຢູ່ ສປປລາວ ແນໃສ່ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃນການກວດກາວິໄຈ ແລະ ຢັ້ງຢືນແຮ່ທາດ ແລະ ແຮ່ຫາຍາກອື່ນໆ ຕາມທິດການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່, ທັງເປັນການປະກອບສ່ວນເຂົ້າໃນວຽກງານການຄຸ້ມຄອງ ແລະ ສົ່ງອອກ ຜະລິດຕະພັນແຮ່ທາດ, ເຊິ່ງບໍ່ພຽງແຕ່ ຮັບປະກັນຄວາມຖືກຕ້ອງໃນການສົ່ງອອກແຮ່ທາດເທົ່ານັ້ນ ແຕ່ຍັງ ຮັບປະກັນຄວາມໂປ່ງໃສຂອງການຢັ້ງຢືນການກວດສອບວິໄຈແຮ່ທາດຢູ່ປາຍທາງ ໃຫ້ມີປະສິດຕິພາບ ແລະ ປະສິດທິຜົນ ດ້ວຍການນໍາໃຊ້ເຄື່ອງມືເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການປະຕິບັດວຽກງານດັ່ງກ່າວ ເພື່ອຮັບປະກັນໃຫ້ລັດຖະບານໄດ້ຮັບຜົນປະໂຫຍດສູງສຸດຈາກການເກັບລາຍຮັບເຂົ້າງົບປະມານ.
