ໃນຕອນເຊົ້າຂອງວັນທີ 02 ທັນວາ 2025, ຄະນະບໍລິຫານງານສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ, ແນວລາວສ້າງຊາດ, ກໍາລັງປະກອບອາວຸດ ແລະ ປວງຊົນລາວທັງຊາດ ໄດ້ຮ່ວມເປັນຈິດໜຶ່ງໃຈດຽວ ຈັດຕັ້ງພິທີໂຮມຊຸມນຸມໃຫຍ່ຂຶ້ນ ເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (02 ທັນວາ 1975-02 ທັນວາ 2025), ທີ່ສະໜາມຫຼວງ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມມີສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ມີສະຫາຍ ຈູມມະລີ ໄຊຍະສອນ, ສະຫາຍ ບຸນຍັງ ວໍລະຈິດ ອະດີດ ເລຂາທິການໃຫຍ່, ອະດີດປະທານປະເທດ ແຫ່ງ ສປປ ລາວ.
ເຫດການປະຫວັດສາໃນຄັ້ງນີ້ ແມ່ນ 50 ປີ ແຫ່ງການສ້າງຕັ້ງ, ບູລະນະ ແລະ ພັດທະນາ ສປປ ລາວ ຢ່າງບໍ່ຢຸດຢັ້ງ, ຖືເປັນໝາກຜົນລວມຍອດ ຂອງຂະບວນວິວັດແຫ່ງການຕໍ່ສູ້ອັນດຸເດືອດ, ຂ້ຽວຂາດ, ລໍາບາກ ຍືດເຍື້ອຍາວນານ ທີ່ເຕັມໄປດ້ວຍນໍ້າໃຈຮັກຊາດອັນສູງສົ່ງ, ບໍ່ຍອມຈໍານົນ, ຄວາມຟົດຟື້ນປະຕິວັດ ແລະ ການເສຍສະຫຼະ ຂອງບັນພະບູຣຸດ ແລະ ວິຣະບູຣຸດ ຂອງຊາດລາວວິລະຊົນ ກໍຄື ການຊ່ວຍເຫຼືອອັນລໍ້າຄ່າ ຂອງປະເທດເພື່ອນມິດ, ພິເສດແມ່ນຄວາມສາມັກຄີ ແລະ ການຮ່ວມສໍາພັນສູ້ຮົບ ຂອງ 3 ຊາດອິນດູຈີນ ລາວ-ຫວຽດນາມ-ກໍາປູເຈຍ ອ້າຍນ້ອງ ຈົນສາມາດຍາດໄດ້ໄຊຊະນະອັນຍິ່ງໃຫຍ່ ແລະ ສະຫງ່າງາມ ເຊິ່ງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ, ລູກຜູ້ປະເສີດ ຂອງປະຊາຊົນລາວບັນດາເຜົ່າ ໄດ້ໃຫ້ຂໍ້ສະຫຼຸບວ່າ: “ຕໍ່ສູ້ຍາວນານ, ມີໄຊຍິ່ງໃຫຍ່”.

ຕະຫຼອດໄລຍະ 50 ປີ ແຫ່ງພາລະກິດປົກປັກຮັກສາ ແລະ ພັດທະນາ ສປປ ລາວ, ພວກເຮົາ ໄດ້ຢືນຢັນຢ່າງໜັກແໜ້ນ ເຖິງທາດແທ້, ມູນເຊື້ອປະຕິວັດ ທີ່ເປັນບົດຮຽນໃຫ້ແກ່ການສືບຕໍ່ນໍາພາປະເທດກ້າວຂຶ້ນ, ນັ້ນແມ່ນ “ຍຶດໝັ້ນອຸດົມການສັງຄົມນິຍົມ, ເສີມຂະຫຍາຍມະຫາສາມັກຄີທົ່ວປວງຊົນລາວທັງຊາດ ເພື່ອບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ເຂັ້ມແຂງ, ສ້າງລັດທີ່ມາຈາກປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ, ອໍານາດລັດທັງໝົດ ເປັນຂອງທົ່ວປວງຊົນລາວ ຢ່າງແທ້ຈິງ ແລະ ເຮັດທຸກສິ່ງທຸກຢ່າງ ເພື່ອຄວາມສົມບູນພູນສຸກ ຂອງປະຊາຊົນ” ເຊິ່ງເປັນອຸດົມການອັນເດັດດ່ຽວ, ສະເໝີຕົ້ນສະເໝີປາຍ ຂອງພັກເຮົາ ແລະ ເປັນຄວາມມຸ່ງຫວັງອັນແຮງກ້າ ຂອງປະຊາຊົນລາວ ບັນດາເຜົ່າ ທີ່ພວກເຮົາ ແລະ ຄົນຮຸ່ນໜຸ່ມຜູ້ສືບທອດ ຕ້ອງສືບຕໍ່ຍຶດໝັ້ນເພື່ອນໍາພາພາລະກິດປະຕິວັດ, ນໍາພາປະເທດເຮົາກ້າວຂຶ້ນສູ່ສັງຄົມນິຍົມ ຢ່າງໜັກແໜ້ນ.
ພວກເຮົາ ຈະສືບຕໍ່ປົກປັກຮັກສາໝາກຜົນຂອງການປະຕິວັດ, ຜົນງານ ແລະ ໄຊຊະນະຕະຫຼອດໄລຍະ 50 ປີ ດ້ວຍຊີວິດ ແລະ ອຸດົມການອັນເດັດດ່ຽວ ໜຽວແໜ້ນ, ສະເໝີຕົ້ນສະເໝີປາຍ ຂອງຮຸ່ນຄົນສືບທອດ ຕໍ່ໄປຕາບເທົ້າໃດໆ, ດ້ວຍການເສີມຂະຫຍາຍນໍ້າໃຈຮັກຊາດອັນດູດດື່ມ, ຄວາມບໍລິສຸດຜຸດຜ່ອງ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຄວາມເສຍສະຫຼະອັນສູງສົ່ງ ຂອງທົ່ວພັກ, ທົ່ວລັດ ແລະ ທົ່ວກໍາລັງປະກອບອາວຸດ, ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ຂອງປວງຊົນລາວທັງຊາດ. ດ້ວຍຄວາມປາຖະໜາອັນແຮງກ້າ, ຄວາມເຊື່ອໝັ້ນອັນເຕັມປ່ຽມ ຂອງປະຊາຊົນ ຕໍ່ອະນາຄົດອັນສະຫວ່າງສະໄຫວ ຂອງປະເທດຊາດ ທີ່ບັນພະບູຣຸດ ຂອງພວກເຮົາໄດ້ວາງຮາກຖານ ແລະ ປູພື້ນເອົາໄວ້ ເຊິ່ງພວມໄດ້ຮັບການຕໍ່ຍອດ ແລະ ຍົກລະດັບຂຶ້ນດ້ວຍຮຸ່ນຄົນປັດຈຸບັນ ແລະ ຜູ້ສຶບທອດ ທີ່ຈົງຮັກພັກດີນັ້ນ, ພວກເຮົາຈະສາມາດບັນລຸຈຸດໝາຍສ້າງ ສປປ ລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ, ເອກະພາບ ແລະ ວັດທະນະຖາວອນ ເກີດເປັນຈິງຢ່າງແນ່ນອນ.
- ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝັ້ນຍືນ!
- ພັກປະຊາຊົນປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ!
- ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຍືນຍົງໃນພາລະກິດປະຕິວັດ ແລະ ຢູ່ໃນດວງໃຈ ຂອງປະຊາຊົນລາວ ຕະຫຼອດໄປ!
- ນໍ້າໃຈວັນຊາດ ທີ 2 ທັນວາ ໝັ້ນຍືນ!


ຈາກນັ້ນ, ໃນພິທີ ຍັງໄດ້ຮັບຊົມການເດີນຂະບວນສວນສະໜາມຂອງບັນດາກ້ອນກຳລັງປະກອບອາວຸດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກ້ອນບັນດາກະຊວງ, ອົງການຈັດຕັ້ງມະຫາຊົນ ແລະ ຮັບຊົມການສະແດງຂະບວນຝູງບິນ ທີ່ປະກອບດ້ວຍທຸງຊາດ, ທຸງພັກ, ທຸງ 50 ປີ, ຄຳຂວັນນໍ້າໃຈວັນຊາດທີ 2 ທັນວາ ໝັ້ນຍືນ ແລະ ການສະແດງຍົນສູ້ຮົບ ຍັກ 130 ຂອງກອງບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ຢ່າງສະຫງ່າງາມ.