• ກະຊວງການເງິນ
  • |
  • 2025-12-01
  • |
  • ວຽກຮ່ວມມື

ເຈົ້າໜ້າທີ່ອາວຸໂສ ລາວ-ຫວຽດນາມ ຫາລືກະກຽມເນື້ອໃນກອງປະຊຸມຄັ້ງທີ 48

ຂອງຄະນະກຳມະການຮ່ວມມືທະວິພາຄີ ປະຈຳປີ 2026

ໃນວັນທີ 1 ທັນວາ 2025, ໄດ້ມີກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສ ກະກຽມເນື້ອໃນກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການຮ່ວມມືທະວິພາຄີ ປະຈຳປີ 2026, ໂດຍການເປັນປະທານ ຂອງທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະ ມົນຕີກະຊວງການເງິນ ແລະ ທ່ານ ເຈິ່ນ ກັວກ  ເຟືອງ , ຮອງລັດຖະມົນຕີກະຊວງການເງິນ, ຮອງປະທານຄະນະກຳມະການຮ່ວມມື ຫວຽດນາມ-ລາວ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.

          ໃນກອງປະຊຸມສອງຝ່າຍໄດ້ທົບທວນຕີລາຄາຄືນ ສະພາບການຈັດຕັ້ງຜັນຂະຫຍາຍ ຄໍາເຫັນຊີ້ນໍາຂອງສອງກົມການເມືອງສູນກາງພັກ, ຂໍ້ຕົກລົງ ຂອງສອງລັດຖະບານປະຈຳປີ 2025 ກໍ່ຄືໝາກຜົນຂອງການຮ່ວມມືໄລຍະ 2021-2025, ອັນໃດທີ່ປະ ຕິບັດໄດ້, ອັນໃດທີ່ຍັງປະຕິບັດບໍ່ທັນໄດ້ດີ ແລະ ພ້ອມກັນປຶກສາຫາລື ກ່ຽວກັບ ທິດທາງແຜນການຮ່ວມມື ປະຈຳປີ 2026 ແລະ ໃນໄລຍະ 2026-2030 ຕໍ່ໜ້າ ເພື່ອນໍາສະເໜີຕໍ່ສອງລັດຖະບານ ພິຈາລະນາ ໃນກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານສອງປະເທດ, ດ້ວຍໄມຕີຈິດ ມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ຜ່ານການປຶກສາຫາລືກັນຢ່າງເປີດເຜີຍ, ກົງໄປກົງມາ, ແທດຕົວຈິງ ແລະ ດ້ວຍຄວາມຮັບຜິດຊອບສູງຂອງສອງຝ່າຍ ກອງປະຊຸມຈະມີຜົນສຳເລັດຢ່າງຈົບງາມ.

​          ກອງປະຊຸມດັ່ງກ່າວແມ່ນເປັນຂີດໝາຍສຳຄັນ ໃນການສືບຕໍ່ເພີ່ມທະວີ ການພົວພັນຕາມແຜນຍຸດທະສາດລວມ ຂອງສອງພັກ ສອງລັດ ໃຫ້ນັບມື້ ນັບດີຂຶ້ນເປັນກ້າວໆ ພາຍໃຕ້ການຊີ້ນຳນຳພາຢ່າງໃກ້ສິດຂອງ ສອງພັກ ສອງລັດ ລາວ-ຫວຽດນາມ ບວກກັບຄວາມສາມາດ ບົດຮຽນປະສົບການ ຂອງຄະນະຜູ້ແທນເຂົ້າຮ່ວມຄັ້ງນີ້ ເຊື່ອໝັ້ນວ່າ ກອງປະຊຸມຈະສາມາດບັນລຸໄດ້ຕາມລະດັບຄາດໝາຍຂອງກອງປະຊຸມ ຢ່າງມີປະສິດທິຜົນສູງສຸດ.

ໃນວາລະກອງປະຊຸມ ໄດ້ລາຍງານສະພາບການຈັດຕັ້ງຜັນຂະຫຍາຍ ຂໍ້ຕົກລົງຂອງສອງລັດຖະບານ ປະຈຳປີ 2025 ກໍ່ຄື ໝາກຜົນຂອງການຮ່ວມມື ໄລຍະ 2021-2025; ສ່ວນລາຍລະອຽດ ຂອງທິດທາງແຜນການຮ່ວມມືປີ 2026 ກໍ່ຄື ໃນໄລຍະຕໍ່ ໜ້າ, ໂດຍໄດ້ລົງເລິກ, ສົນທະນາ, ປຶກສາຫາລື, ແລກປ່ຽນຄຳຄິດເຫັນໃສ່ບົດລາວງານດັ່ງກ່າວ ແລະ ແຜນຮ່ວມມືຮອບດ້ານຢ່າງກົງໄປ ກົງໄປມາ, ພ້ອມທັງ ເອກະພາບບັນດາເອກະສານທີ່ຈະເຊັນ ໃນກອງປະຊຸມ ຄັ້ງທີ 48 ປະຈຳປີ 2026 ອີກດ້ວຍ.

 

© 2025 Copyright: ກະຊວງການເງິນ, ສປປ ລາວ