ໃນວັນທີ 28 ພະຈິກ 2025 ທີ່ຜ່ານມາ, ສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບ (ສວ-ບກລ) ໄດ້ຈັດຝຶກອົບຮົມ ໃນຫົວຂໍ້: ມາດຕະຖານການລາຍງານການເງິນສາກົນ IFRS ( Key IFRS insights every business must know ) ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີລາເພັດ ປະທານສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ, ມີທ່ານ ຢຸດຕະພົງ ສູນທະລິນຄະ ຕາງໜ້າບໍລິສັດ KPMG LAO. LTD ພ້ອມດ້ວຍຄະນະຜູ້ບັນຍາຍ, ນັກຝຶກອົບຮົມ CPA, ພະນັກງານວິຊາການ ສວ-ບກລ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.
ການຝຶກອົບຮົມຄັ້ງນີ້ ຈັດໃນຮູບແບບເຊິ່ງໜ້າ ແລະ ອອນລາຍ ໂດຍການບັນຍາຍຂອງວິທະຍາກອນ ຈາກບໍລິສັດ KPMG LAO. LTD ເຊິ່ງໄດ້ຝຶກໃນຫົວຂໍ້: ມາດຕະຖານການລາຍງານການເງິນສາກົນ IFRS ( Key IFRS insights every business must know ) ໂດຍໄດ້ລົງເລິກກ່ຽວກັບ:
- IFRS Roadmap
- IAS 36 Impairment of assets
- IAS 23 Borrowing Cost
- IFRS 16 Lease

ທ່ານ ສອນໄຊ ສີລາເພັດ ໃຫ້ຮູ່ວ່າ: ການຈັດຝຶກອົບຮົມຮ່ວມ ລະຫວ່າງ ສວ-ບກລ ກັບ ບໍລິສັດ KPMG Lao ໄດ້ຮ່ວມຈັດຝຶກອົບຮົມຂຶ້ນ ຕັ້ງແຕ່ຊ່ວງໄລຍະ 2-3 ປີຜ່ານມາ. ສະນັ້ນ ຫວັງຢ່າງຍິ່ງວ່າ ຄູ່ຮ່ວມງານ ແລະ ຄະນະທີມງານຜູ້ບັນຍາຍຂອງ ບໍລິສັດ KPMG Lao ຈະໄດ້ມາຮ່ວມໃນການ ຈັດຝຶກອົບຮົມໃນຄັ້ງຕໍ່ໄປໃຫ້ກັບ ສະມາຊິກ ແລະ ນັກຝຶກອົບຮົມ CPA ລາວ ໃຫ້ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບ ມາດຕະຖານການລາຍງານການເງິນສາກົນ ຫຼື IFRS ໃຫ້ໄດ້ຄົບ ທຸກມາດຕະຖານ.
ພາຍຫຼັງສໍາເລັດການຝຶກອົບຮົມ ໄດ້ມີພິທີມອບໃບຢັ້ງຢືນໃຫ້ບັນດານັກຝຶກອົບຮົມດ້ວຍຜົນສຳເລັດຢ່າງຈົບງາມ.