ໃນລະຫວ່າງວັນທີ 26-27 ພະຈິກ 2025 ທີ່ບາງກອກ ຣາຊະອານາຈັກໄທ, ຄະນະຜູ້ແທນ ຈາກ ສປປ ລາວ ນໍາໂດຍ ທ່ານ ນາງ ແພງຄ່ຽມ ໄຊຍະແກ້ວ ຮອງຫົວໜ້າກົມຮ່ວມມື ແລະ ການເງິນສາກົນ ກະຊວງການເງິນ ພ້ອມດ້ວຍຄະນະຈາກ ກະຊວງການຕ່າງປະເທດ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງສາທາລະນະສຸກ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແລະ ບັນດາຜູ້ຕາງໜ້າຈາກ ແຂວງຫຼວງພະບາງ, ບໍລິຄໍາໄຊ, ຄໍາມ່ວນ ແລະ ແຂວງຈໍາປາສັກ ທີ່ນອນຢູ່ໃນແຜນງານພັດທະນາທາງດ້ານເສດຖະກິດຕາມແລວທາງອະນຸພາກພື້ນແມ່ນ້ຳຂອງ ເພື່ອເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອະນຸພາກພື້ນແມ່ນ້ຳຂອງ ແລະ ກອງປະຊຸມປິ່ນອ້ອມ ໂດຍມີບັນດາເຈົ້າໜ້າທີ່ອາວຸໂສ ແລະ ຜູ້ແທນ ຈາກ 6 ປະເທດສະມາຊິກອະນຸພາກພື້ນແມ່ນ້ຳຂອງ ຄື: ສປ ຈີນ, ຣາຊະອານາຈັກ ກຳປູເຈຍ, ສປປ ລາວ, ມຽນມາ, ສສ ຫວຽດນາມ, ຣາຊະອານາຈັກໄທ ແລະ ທະນາຄານພັດທະນາອາຊີ ເຊິ່ງເປັນຄູ່ຮ່ວມຍຸດທະສາດ ເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວ ເພື່ອປຶກສາຫາລື ແລະ ກະກຽມຄວາມພ້ອມທາງດ້ານພິທີການ ແລະ ເນື້ອໃນ ໂດຍສະເພາະ ແມ່ນບັນດາເອກະສານທີ່ຈະຮັບຮອງຮ່ວມກັນ ໃນກອງປະຊຸມລັດຖະມົນຕີອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 27 (MC 27) ເຊັ່ນ: ຖະແຫຼງການຮ່ວມກອງປະຊຸມ MC 27, ຍຸດທະສາດສົ່ງເສີມການມີສ່ວນຮ່ວມຂອງພາກເອກະຊົນ, ບົດລາຍງານຜົນສໍາເລັດການຈັດຕັ້ງປະຕິບັດວຽກງານອະນຸພາກພື້ນແມ່ນໍ້າຂອງ ແລະ ຂອບການລົງທຶນອະນຸພາກພື້ນແມ່ນໍ້າຂອງ (RIF 2026-2028) ເຊິ່ງເປັນພື້ນຖານສໍາຄັນໃຫ້ແກ່ການຈັດກອງປະຊຸມ MC 27.
ໃນກອງປະຊຸມ, ທ່ານ ນາງ ແພງຄ່ຽມ ໄຊຍະແກ້ວ ຍັງໄດ້ນຳພາຄະນະຜູ້ແທນຝ່າຍລາວ ເຂົ້າຮ່ວມກອງປະຊຸມຄູ່ຮ່ວມພັດທະນາ ເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບ ບັນດາຂໍ້ລິເລີ່ມຕ່າງໆ ໂດຍສະເພາະແມ່ນ ຂໍ້ລິເລີ່ມທາງດ້ານນະວັດຕະກຳ, ການແລກປ່ຽນຄວາມຮູ້ ແລະ ການນໍາສະເໜີຂອບການລົງທຶນອະນຸພາກພື້ນແມ່ນ້ຳຂອງ 2026-2028 ເພື່ອເຊື້ອເຊີນບັນດາຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ເຂົ້າມາມີສ່ວນຮ່ວມ ແລະ ປະກອບສ່ວນເຂົ້າໃນວຽກງານການຮ່ວມມືໃນຂອບອະນຸພາກພື້ນແມ່ນ້ຳຂອງໃຫ້ຫຼາຍຂຶ້ນ ທັງນີ້ກໍເພື່ອເຊື່ອມສານ ແລະ ຮັບປະກັນຄວາມສອດຄ່ອງຂອງບັນດາແຜນງານຂອງຄູ່ຮ່ວມພັດທະນາ ແລະ ບັນດາບຸລິມະສິດຂອງແຜນງານ GMS 2030, ການລະດົມການລົງທຶນຂອງ ພາກເອກະຊົນ ພ້ອມທັງຊອກຫາແຫຼ່ງທຶນໃໝ່ ແລະ ສ້າງກາລະໂອກາດ ເພື່ອລະດົມການຊ່ວຍເຫຼືອທາງດ້ານວິຊາການ ເຂົ້າໃນບັນດາຂົງເຂດຕ່າງໆໃຫ້ຫຼາຍຂຶ້ນ. ຄຽງຄູ່ກັນນີ້, ຍັງມີກອງປະຊຸມອົງການປົກຄອງຂັ້ນທ້ອງຖິ່ນ ເພື່ອຊຸກຍູ້ການມີສ່ວນຮ່ວມຂອງບັນດາແຂວງ ແລະ ເມືອງ ທີ່ຢູ່ຕາມແລວທາງເສດຖະກິດອະນຸພາກພື້ນແມ່ນໍ້າຂອງ ໃຫ້ເປັນຮູບແບບທາງການໃນການປະສານງານ ແລະ ເຮັດວຽກຮ່ວມກັນ ໃນການຈັດຕັ້ງປະຕິບັດແຜນງານ GMS
ນອກຈາກນີ້, ທ່ານຮອງຫົວໜ້າກົມຮ່ວມມື ແລະ ການເງິນສາກົນ ຍັງໄດ້ເຂົ້າຮ່ວມເປັນຄູ່ຮ່ວມສົນທະນາໃນ ເວທີປຶກສາຫາລືພາກທຸລະກິດອະນຸພາກພື້ນແມ່ນ້ຳຂອງ ກ່ຽວກັບການແລກປ່ຽນແນວທາງ ແລະ ຄວາມຕ້ອງການໃນການພັດທະນາຂອງ ສປປ ລາວ ເພື່ອເສີມຂະຫຍາຍວິໃສທັດການພັດທະນາ ໃນການຫັນປະເທດຈາກປະເທດທີ່ບໍ່ມີທາງອອກສູ່ທະເລໃຫ້ກາຍເປັນປະເທດທີ່ເສີມຂະຫຍາຍ ແລະ ເປັນສູນກາງການຂົນສົ່ງ ເຊິ່ງໄດ້ເນັ້ນໃຫ້ເຫັນບັນດາໂຄງການບຸລິມະສິດ ທີ່ສົ່ງເສີມການເຊື່ອມໂຍງ ແລະ ເຊື່ອມຈອດ ບໍ່ວ່າຈະເປັນເສັ້ນທາງ, ຂົວຂ້າມນໍ້າຂອງ ແລະ ການເຊື່ອມຈອດທາງດ້ານພະລັງງານ ກັບບັນດາປະເທດໃກ້ຄຽງ ແລະ ລະບົບສາຍສົ່ງພາກພື້ນອາຊຽນ ເພື່ອໃຫ້ເຫັນເຖິງປະສິດທິຜົນຂອງຂອບການຮ່ວມມືໃນຂອບອະນຸພາກພື້ນແມ່ນໍ້າຂອງ ແລະ ການສ້າງກາລະໂອກາດໃຫ້ບັນດາພາກສ່ວນທຸລະກິດ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດໂຄງການ ໂດຍສະເພາະການຈັດຕັ້ງປະຕິບັດບັນດາໂຄງການຂອງ ສປປ ລາວ ໃນຂອບການລົງທຶນໃນອະນຸພາກພື້ນແມ່ນໍ້າຂອງ 2026-2028.