• ກົມງົບປະມານແຫ່ງລັດ
  • |
  • 2025-11-28
  • |
  • ວຽກງານພັກ-ພະນັກງານ

                 ໃນວັນທີ 28 ພະຈິກ 2025 ໜ່ວຍພັກຮາກຖານກົມງົບປະມານແຫ່ງ​ລັດ ໄດ້ເປີດກອງປະຊຸມໃຫຍ່ສະ​ມາ​ຊິກ​ພັກ ຄັ້ງ​ທີ V ​ຂຶ້ນນ​ຢ່າງ​ເປັນ​ທາງ​ການ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ພູວົງ ກິດຕະວົງ ກໍາມະການປະຈໍາພັກກະຊວງ, ປະທານກວດກາພັກ, ຮອງລັດຖະມົນຕີກະຊວງການເງິນ; ສະຫາຍ ອຸບັນ ສຸພິດາ ກໍາມະການປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ສະຫາຍ ໜູເຊີຍ ພົມສີຈັນ ເລຂາໜ່ວຍພັກຮາກຖານກົມງົບປະມານແຫ່ງລັດ, ມີຄະນະໜ່ວຍພັກຮາກຖານ, ສະມາຊິກພັກພາຍໃນໜ່ວຍພັກ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.

        ໃນກອງປະຊຸມ ໄດ້ຜ່ານຮ່າງບົດລາຍງານການເມືອງ,​ ແຜນພັດທະນາຂະແໜງງົບປະມານ ແລະ ບົດສໍາຫຼວດການນໍາພາລວມ ເພື່ອເປັນການຢັ້ງຢືນຄືນເຖິງຜົນງານການເຄື່ອນໄຫວໃນໄລຍະ 5 ປີ ຜ່ານມາ. ທັງເປັນການຕີລາຄາຄືນ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກ ໃນ 05 ປີຜ່ານມາ (2021-2025), ຍົກໃຫ້ເຫັນຜົນສໍາເລັດອັນພົ້ນເດັ່ນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອນຖອນໄດ້, ພ້ອມດຽວກັນນັ້ນ ກໍ່ໄດ້ກໍານົດທິດທາງ, ຄາດໝາຍສູ້ຊົນ ແລະ ມາດຕະການວຽກງານຈຸດສຸມໃນແຕ່ລະດ້ານໃນ 5 ປີຕໍ່ໜ້າ (2026-2030) ທີ່ເປັນສິ່ງທ້າທາຍພໍສົມຄວນ, ຊຶ່ງຮຽກຮ້ອງໃຫ້ຄະນະໜ່ວຍພັກ ແລະ ສະມາຊິກພັກທຸກສະຫາຍ ພ້ອມກັນຕັດສິນໃຈ ເຊີດຊູຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບຂອງຕົນ ໃນການປະກອບສ່ວນເຫື່ອແຮງ ແລະ ອຸທິດສະຕິປັນຍາຂອງຕົນ ບົນຈິດໃຈບຸກທະລຸທາງດ້ານແນວຄິດ ແລະ ຈິນຕະນາການ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍພັກຮາກຖານກົມງົບປະມານແຫ່ງລັດ ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ໄດ້ກໍານົດ.

        ພ້ອມກັນນັ້ນ, ໃນກອງປະຊຸມ ຍັງໄດ້ຮັບຟັງການປະກອບຄໍາເຫັນຂອງບັນດາສະຫາຍສະມາຊິກພັກພາຍໃນໜ່ວຍພັກ ເພື່ອເຮັດໃຫ້ຮ່າງບົດລາຍງານການເມືອງ,​ ແຜນພັດທະນາຂະແໜງງົບປະມານ ແລະ ບົດສໍາຫຼວດການນໍາພາລວມມີເນື້ອໃນຄົບຖ້ວນ ແລະ ຖືກຕ້ອງກັບການຈັດຕັ້ງປະຕິບັດຕົວຈິງ ທັງເປັນການຢັ້ງຢືນເຖິງຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ. ຈາກນັ້ນ, ບັນດາສະຫາຍສະມາຊິກພັກ ທີ່ເຂົ້າຮ່ວມກອງປະຊຸມ ຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາເລຂາໜ່ວຍພັກຮາກຖານ, ຮອງເລຂາໜ່ວຍພັກ ແລະ ຄະນະ​ໜ່ວຍພັກຮາກຖານກົມງົບປະມານແຫ່ງ​ລັດ ຊຸດໃໝ່ ແລະ ຜ່ານກອງປະຊຸມຄັ້ງປະຖົມມະລຶກ ສາມາດເລືອກໄດ້ບັນດາສະຫາຍດັ່ງນີ້:

  1. ສະຫາຍ ໜູເຊີຍ ພົມສີຈັນ                ເປັນເລຂາໜ່ວຍພັກຮາກຖານກົມງົບປະມານແຫ່ງລັດ;
  2. ສະຫາຍ ສຸພາວັນ ພັນທະວິໄລ            ເປັນຮອງເລຂາ, ປະທານກວດກາພັກ;
  3. ສະຫາຍ ນາງ ວຽງຄອນ ຈິນດາວົງ       ກໍາມະການໜ່ວຍພັກ, ຮອງປະທານກວດກາໜ່ວຍພັກ;
  4. ສະຫາຍ ສຸກຂີວັນ ດວງດີ                 ກໍາມະການໜ່ວຍພັກ;
  5. ສະຫາຍ ປອ ສຸວັນຄໍາ ຊຸມພົນພັກດີ      ກໍາມະການໜ່ວຍພັກ.
      ເພື່ອສືບຕໍ່ ນໍາພາ-ຊີ້ນໍາ ໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກຮາກຖານກົມງົບປະມານແຫ່ງລັດ ໃຫ້ບັນລຸຜົນສໍາເລັດ ຕາມລະດັບຄາດໝາຍໃຫ້ປະກົດຜົນເປັນຈິງ.

                ໂອກາດດັ່ງກ່າວ, ສະຫາຍ ພູວົງ ກິດຕະວົງ ໄດ້ໃຫ້ກຽດໂອ້ລົມຕໍ່ໜ່ວຍພັກກົມງົບປະມານແຫ່ງລັດ ເພື່ອເປັນທິດເຍືອງທາງ ໃນການປັບປຸງວຽກງານການນໍາພາ, ຊີ້ນໍາຂອງໜ່ວຍພັກຮາກຖານກົມງົບປະມານແຫ່ງລັດໃນຕໍ່ໜ້າ ໂດຍໄດ້ເນັ້ນໃຫ້ຄະນະ​ໜ່ວຍ​ພັກ, ສະມາຊິກ​ພັກ ​ຕ້ອງ​ໄດ້ພ້ອມ​ກັນຕັດສິນ​ໃຈ​​ແກ້​ໄຂ, ​ປັບປຸງ-​ປ່ຽນ​ແປງ, ​ເພື່ອ​ສ້າງບາດກ້າວ​ປ່ຽນ​ແປງ​ໃໝ່​ຂອງ​  ໜ່ວຍ​ພັກ​ໃຫ້​ມີ​ການ​ພັດທະນາ​ຂຶ້ນ​ເລື້ອຍໆ ໃຫ້​ສາ​ມາດ​ຕອບ​ສະ​ໜອງ​ໄດ້​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງວຽກ​ງານ​ໃນ​ໄລ​ຍະ​ໃໝ່, ເພື່ອ​ສືບຕໍ່​​ເສີມ​ຂະ​ຫ​ຍາຍ​ຜົນ​ງານ​ທີ່​​ສ້າງ​ມາ​ໄດ້ ແລະ ພ້ອມ​ທັງ​ແກ້​ໄຂ​ຈຸດ​ອ່ອນຂໍ້ຄົງ​ຄ້າງ​ຂອງ​ການ​ນຳພາໃນ​ໄລ​ຍະ​ຜ່ານ​ມາ, ເຮັດໃຫ້​​ການກໍ່ສ້າງ ​ແລະ ​ເສີມ​ຂະ​ຫາຍກຳລັງ​ແຮງ​ ຂອງໜ່ວຍພັກ, ​ໃຫ້​ຖືກຕ້ອງ, ​ປອດ​ໃສ ​ແລະ ຂາວ​ສະອາດ. ສ້າງ​ໃຫ້​ໜ່ວຍ​ພັກ​ເປັນໜ່ວຍ​ພັກ​​ປອດໃສ, ເຂັ້ມ​ແຂງ, ໜັກແໜ້ນ, ​ຮູ້ນໍາພາ​ຮອບດ້ານ ຕາ​ມທິດ​ທາງ​ທີ່ໜ່ວຍ​ພັກ ໄດ້​ວາງ​ຄາດໝາຍ​ໄວ້​ນັ້ນ.

         ພ້ອມນັ້ນ, ສະຫາຍຍັງໄດ້ເນັ້ນໃຫ້ ພາຍຫຼັງກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້​ສໍາ​ເລັດ​ລົງ ​ໃຫ້ຮີບ​ຮ້ອນ​​ນໍາເອົາທິດ​ທາງ​ແຜນການທີ່​ກຳ​ນົດ​ໄວ້​ໃນ​ມະ​ຕິ​ກອງ​ປະ​ຊຸມ​ ຜັນ​ຂະ​ຫຍາຍ​ເປັນ​ແຜນ​ວຽກ, ແຜນ​ງານ ແລະ ແບ່ງ​ຄວາມ​ຮັບ​ຜິ​ດ​ຊອບ​ ໃນຄະນະພັກ,​ ສ​ະ​ມາ​ຊິກ​ພັກ ຢ່າງ​ຈະ​ແຈ້ງ. ຄະ​ນະ​ໜ່ວຍ​ພັກ ຕ້ອງ​ເປັນ​ເຈົ້າ​ການນຳ​ພາ​ປະ​ຕິ​ບັດ ແລະ ກວດ​ກາ​ຕິດ​ຕາມ ຢ່າງ​ເປັນ​ປົກ​ກະ​ຕິ ແລະ ຕໍ່​ເນື່ອງ ​ຕໍ່​ກັບບັນ​ດາ​ໜ້າ​ວຽກ​ທີ່ມອບ​ໝາຍ​ໃຫ້ສະ​ມາ​ຊິກ​ພັກແຕ່ລະສະຫາຍ ເພື່ອ​ເຮັດໃຫ້ການປະ​ຕິ​ບັດ​ໜ້າ​ທີ່​ໃຫ້​ສຳ​ເລັດ​ຕາມ​ຄາດ​ໝາຍ​ທີ່​ວາງ​ໄວ້.

© 2025 Copyright: ກະຊວງການເງິນ, ສປປ ລາວ