• ກະຊວງການເງິນ
  • |
  • 2025-11-28
  • |
  • ວຽກງານພັກ-ພະນັກງານ

        ໃນວັນທີ 28 ພະຈິກ 2025 ພະແນກການເງິນ ນະຄອນຫຼວງວຽງຈັນ ຮ່ວມກັບ ໂຮງຮຽນການເມືອງ ແລະ ການປົກຄອງ ໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ X ຊຸດທີ III ຂອງຂະແໜງການເງິນ ນວ ຂຶ້ນ  ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົງສະຫວັນ ສີລິພັນ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫລວງວຽງຈັນ ແລະ ທ່ານ ວຽງສາລີ ອິນທະພົມ ຮອງຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ, ມີຫົວໜ້າ-ຮອງຫົວໜ້າຂະແໜງສາມສາຍຕັ້ງ ແລະ ຂະແໜງການອ້ອມຂ້າງພະແນກການເງິນ ນວ, ມີຄະນະຮັບຜິດຊອບການຮຽນ-ການສອນ ທິດສະດີການເມືອງ ແລະ ການປົກຄອງ ພ້ອມດ້ວຍນັກສຶກສາທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ X ຊຸດທີ III ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

       ໂອກາດດັ່ງກ່າວ, ທ່ານ ສອນສະຫວັນ ມະນີວົງ ຮອງຫົວໜ້າ ໂຮງຮຽນການເມືອງ  ແລະ ການປົກຄອງໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຫຼັກສູດ ການຮຽນ-ການສອນ ທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ X ຊຸດທີ III ໂດຍເຫັນໄດ້ຊຸດຮຽນໃນຄັ້ງນີ້ ແມ່ນເພື່ອສືບຕໍ່ຜັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ຂອງພັກໃຫ້ເລິກເຊິ່ງ, ເຂົ້າສູ່ຊີວິດຕົວຈິງໂດຍສະເພາະການຜັນຂະຫຍາຍຕາມທິດຊີນໍາຂອງພັກເພື່ອສ້າງການປ່ຽນແປງໃໝ່, ແບບວິທີຄົ້ນຄວ້າຮໍ່າຮຽນ, ຍົກສູງຄຸນນະພາບວຽກງານສຶກສາຮໍ່າຮຽນທິດສະດີການເມືອງ, ດໍາເນີນການຍົກລະດັບ ແລະ ສະໜອງຄວາມຮູ້ໃໝ່ໃຫ້ພະນັກງານ, ສະມາຊິກພັກ, ພາຍໃຕ້ການນໍາພາ-ຊີ້ນໍາໂດຍກົງ, ໃກ້ຊິດຕິດແທດເຖິງສະພາບຕົວຈິງ ຂອງຄະນະປະຈຳພັກ, ອົງການປົກຄອງ ນະຄອນຫຼວງວຽງຈັນ ແລະ ການນໍາພາ-ຊີ້ນໍາ ດ້ານວິຊາການ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຢ່າງແຂງແຮງ ເລິກເຊິ່ງ ແລະ ຕໍ່ເນື່ອງ.

        ຊຸດຮຽນຄັ້ງນີ້ ມີນັກສຶກສາ ໄດ້ຮັບການອະນຸມັດເຂົ້າຮຽນ ເບື້ອງຕົ້ນ 63 ສະຫາຍ ຍິງ 28 ສະຫາຍ ແຕ່ສາມາດເຂົ້າຮຽນຕົວຈິງ ມີທັງໝົດ 61 ສະຫາຍ ຍິງ 27 ສະຫາຍ ໂດຍໄດ້ດໍາເນີນການຮຽນ-ການສອນ ເລີ່ມແຕ່ວັນທີ 14 ມີນາ ຫາ ວັນທີ 4 ຕຸລາ 2025 ຜ່ານການຮຽນ-ການສອນ ແລະ ປະເມີນຄວາມຮັບຮູ້ ເຫັນວ່ານັກສຶກສາ ສາມາດກຳໄດ້ບັນດາເນື້ອໃນບົດຮຽນໄດ້ເປັນຢ່າງດີ ພ້ອມທັງກ້າສະແດງຄວາມຄິດເຫັນແລກປ່ຽນບົດຮຽນ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງຮອບດ້ານ ແລະ ສາມາດຍາດໄດ້ຜົນງານດ້ານການຮໍ່າຮຽນ.

        ພ້ອມກັນນັ້ນ, ໃນພິທີ ໄດ້ມອບໃບຢັ້ງຢືນ ໃຫ້ນັກສຶກສາທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ X ຊຸດທີ III ເຊິ່ງປະກອບມີທັງໝົດ 61 ສະຫາຍ ທີ່ສຳເລັດການຮຽນ-ການສອນ ທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ X ໃນຄັ້ງນີ້. ພ້ອມທັງມອບໃບຍ້ອງຍໍໃຫ້ນັກສຶກສາທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ X ທີ່ຮຽນເກັ່ງ-ມີວິໄນດີ ປະເພດ I  ຈຳນວນ 45 ທ່ານ, ຍິງ 19 ທ່ານ ແລະ ປະເພດ II ຈໍານວນ  16 ທ່ານ ຍິງ 8 ທ່ານ. ພ້ອມທັງມອບໃບຍ້ອງຍໍໃຫ້ຄະນະຮັບຜິດຊອບ ທີ່ມີຜົນງານຕິດຕາມການຮຽນ-ການສອນ ແລະ ຄູ-ອາຈານທີ່ມີຜົນງານຂຶ້ນຫ້ອງສອນ ທິດສະດີການເມືອງ ແລະ ການປົກຄອງ ໃນຄັ້ງນີ້.

        ໃນຕອນທ້າຍ, ທ່ານ ພົງສະຫວັນ ສີລິພັນ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ໄດ້ສະແດງຄວາມຊົມເຊີຍຕໍ່ນັກສຶກສາຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ X ຊຸດທີ III ຂອງຂະແໜງການເງິນ ທີ່ມີຄວາມເຊື່ອໝັ້ນຕໍ່ການນຳພາ ຂອງພັກ, ມີຄວາມສາມັກຄີ, ບຸກບືນຫ້າວຫັນປະຕິບັດໜ້າທີ່ວຽກງານວິຊາສະເພາະ ກໍຄືໜ້າທີ່ການເມືອງ ຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດຕາມລະດັບຄາດໜາຍ.

       

 

© 2025 Copyright: ກະຊວງການເງິນ, ສປປ ລາວ