ໃນລະຫວ່າງວັນທີ 25-28 ພະຈິກ 2025, ຄະນະຜູ້ແທນ ກະຊວງການເງິນ ນໍາໂດຍ ທ່ານ ປອ ວົງຄໍາແຫງ ວົງທະຈັກ ຫົວໜ້າກົມຮ່ວມມື ແລະ ການເງິນສາກົນ ໄດ້ເຂົ້າຮ່ວມກອງປະຊຸມລະດັບຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າທະນາຄານກາງອາຊຽນ ບວກ 3 (AFCDM+3) ແລະ ບັນດາກອງປະຊຸມປິ່ນອ້ອມ ຢູ່ ຮົງກົງ, ສປ ຈີນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານກາງ ສປ ຈີນ ແລະ ມາເລເຊຍ ໂດຍມີຕາງໜ້າຈາກກະຊວງການເງິນ ແລະ ທະນາຄານກາງ ປະເທດສະມາຊິກອາຊຽນ+3, ກອງເລຂາອາຊຽນ, ອົງການຄົ້ນຄວ້າເສດຖະກິດມະຫາພາກອາຊຽນ+3 (AMRO), ທະນາຄານພັດທະນາອາຊີ (ADB), ອົງການກອງທຶນສາກົນ (IMF) ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງເຂົ້າຮ່ວມ. 
ຄະນະຜູ້ແທນ ກະຊວງການເງິນ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມເວທີລະດັບສູງ ໃນວັນທີ 25 ພະຈິກ 2025 ໃນຫົວຂໍ້ “4th ASEAN+3 Economic Cooperation and Financial Stability Forum”, ເຊິ່ງເປັນກອງປະຊຸມປິ່ນອ້ອມທີ່ຈັດໂດຍ AMRO ຮ່ວມກັບເຈົ້າພາບ ທະນາຄານກາງຮົງກົງ (HKMA), ໂດຍມີການນໍາລະດັບສູງຈາກປະເທດສະມາຊິກ, ສະຖາບັນການເງິນພາກພື້ນ ແລະ ສາກົນ ເຂົ້າຮ່ວມແລກປ່ຽນ ກ່ຽວກັບ ນະໂຍບາຍດ້ານເສດຖະກິດມະຫາພາກ ແລະ ການເຊື່ອມໂຍງການເງິນ-ເງິນຕາ ໃນພາກພື້ນອາຊຽນ+3 ໂດຍສະເພາະບັນຫາຄວາມບໍ່ແນ່ນອນແລະ ຄວາມກົດດັນດ້ານການຄ້າໂລກ. 
ສໍາລັບວັນທີ 26-27 ພະຈິກ 2025, ກອງປະຊຸມ AFCDM+3 ໄດ້ມີການປຶກສາຫາລື ແລກປ່ຽນ ແລະ ຮັບຮອງເອົາບັນດາໜ້າວຽກງານຕ່າງໆໃນຂອບການຮ່ວມມືດ້ານການເງິນອາຊຽນ+3 ແລະ ຍັງໄດ້ຮັບຊາບຄວາມຄືບໜ້າຂອງຂໍ້ລິເລີ່ມການພັດທະນາຕະຫຼາດພັນທະບັດອາຊີ (Asian Bond Market Initiative - ABMI) ໂດຍທະນາຄານພັດທະນາອາຊີ (ADB) ທີ່ໄດ້ຊ່ວຍສະໜັບສະຫນູນການສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາຕະຫຼາດພັນທະບັດ ສຳລັບປະເທດສະມາຊິກອາຊຽນ+3 ແລະ ຂໍ້ລິເລີ່ມໃໝ່ອື່ນໆ ຕາມແຜນການຮ່ວມມືດ້ານການເງິນອາຊຽນ+3. 
ວັນທີ 28 ພະຈິກ 2025, ຄະນະຜູ້ແທນ ໄດ້ເຂົ້າຮ່ວມສໍາມະນາໃນຫົວຂໍ້ “ການສ້າງຍຸດທະສາດແຫ່ງຊາດ ເພື່ອຫຼຸດຜ່ອນຄວາມແຕກໂຕນ ລະຫວ່າງ ມູນຄ່າຄວາມເສຍຫາຍຕົວຈິງຈາກໄພພິບັດທາງທໍາມະຊາດ ແລະ ມູນຄ່າທີ່ໄດ້ຮັບຜົນປະໂຫຍດຈາກການປະກັນໄພ” ພາຍໃຕ້ໂຄງການສ້າງຂີດຄວາມສາມາດ ເພື່ອການຕ້ານຄວາມສ່ຽງຂອງ ADBI ແລະ GAIP, ເຊິ່ງເປັນກອງປະຊຸມປິ່ນອ້ອມທີ່ຕິດພັນກັບວາລະການສະໜອງທຶນເພື່ອຫຼຸດຜ່ອນຄວາມສ່ຽງທີ່ເກີດຈາກໄພພິບັດຂອງກອງປະຊຸມ AFCDM+3 ເພື່ອສ້າງໂອກາດ ແລະ ເງື່ອນໄຂໃນການຊຸກຍູ້ການປະຕິບັດ, ການເຂົ້າເຖິງແຫຼ່ງທຶນ ແລະ ການກໍານົດແຜນງານໃນຕໍ່ໜ້າ. 
ການເຂົ້າຮ່ວມໃນເວທີການຮ່ວມມືຶດ້ານການເງິນໃນພາກພື້ນອາຊຽນ+3 ດັ່ງກ່າວ ແມ່ນເປັນການປະຕິບັດພັນທະອາຊຽນ ແລະ ອາຊຽນ+3 ທີ່ ສປປ ລາວ ເຂົ້າເປັນພາຄີ ແລະ ຍົກສູງສິດໜ້າທີ່ຂອບການຮ່ວມມືໃຫ້ມີບົດບາດຄວາມສໍາຄັນ ໃນການຍົກບົດບາດວຽກງານຂອງກະຊວງການເງິນ ໃນພາກພື້ນ, ສາກົນ ແລະ ຊຸກຍູ້ການຮ່ວມມືຂອງປະເທດສະມາຊິກອາຊຽນ+3 ເພື່ອສ້າງສະຖຽນລະພາບທາງດ້ານເສດຖະກິດ ໂດຍປະສົມປະສານລະຫວ່າງການສ້າງຜົນປະໂຫຍດຮ່ວມກັນ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການພັດທະນາໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ.