
ໃນວັນທີ 27 ພະຈິກ 2025 ໜ່ວຍພັກຮາກຖານຄັງເງິນແຫ່ງລັດ ໄດ້ເປີດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IV ຂື້ນຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ພູວົງ ກິດຕະວົງ ກໍາມະການປະຈໍາພັກກະຊວງ ຮອງລັດຖະມົນຕີກະຊວງການເງິນ, ສະຫາຍ ອຸບັນ ສຸພິດາ ກໍາມະການປະຈໍາພັກກະຊວງ ຫົວໜ້າກົມຈັດຕັ້ງ ແລະ ສະຫາຍ ນາງ ຍອດ ແພງສົມບັດ ເລຂາໜ່ວຍພັກຮາກຖານຄັງເງິນແຫ່ງລັດ, ມີຄະນະໜ່ວຍພັກຮາກຖານ, ສະມາຊິກພັກພາຍໃນໜ່ວຍພັກ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄຂຂຶ້ນໃນທາມກາງທົ່ວພັກ, ທົ່ວກອງທັບ ແລະ ປວງຊົນຊາວທັງຊາດ ເວົ້າລວມ, ເວົ້າສະເພາະ ແມ່ນສະມາຊິກພັກ-ພະນັກງານ ຂະແໜງຄັງເງິນ ພວມອອກແຮງແຂ່ງຂັນສ້າງຂະບວນການຝົດຟື້ນ ແລະ ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກ ແລະ ມະຕິກອງກອງປະຊຸມໃຫ່ຍ ຄັ້ງທີ III ຂອງອົງຄະນະພັກກະຊວງການເງິນ ແລະ ມະຕິກອງປະຊຸມໃຫ່ຍ ຄັ້ງທີ III ຂອງໜ່ວຍພັກຮາກຖານຄັງເງິນແຫ່ງລັດ, ແຜນພັດທະນາຂະແໜງຄັງເງິນ ໄລຍະ 5 ປີ (2021-2025). ສະນັ້ນ ໃນວາລະກອງປະຊຸມຄັ້ງນີ້ ບັນດາສະມາຊິກພັກ ໄດ້ພ້ອມກັນຮັບຟັງ ແລະ ຮັບຮອງເອົາ ຮ່າງບົດລາຍງານການເມືອງ, ແຜນພັດທະນາຂະແໜງຄັງເງິນ ແລະ ບົດສໍາຫຼວດການນໍາພາລວມ ເພື່ອເປັນການຢັ້ງຢືນຄືນເຖິງຜົນງານການເຄື່ອນໄຫວໃນໄລຍະ 5 ປີ ຜ່ານມາ. ພ້ອມທັງຮັບຟັງການປະກອບຄໍາເຫັນຂອງບັນດາສະຫາຍສະມາຊິກພັກພາຍໃນໜ່ວຍ.
ພ້ອມກັນນັ້ນ, ບັນດາສະຫາຍສະມາຊິກພັກ ຍັງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາເລຂາໜ່ວຍພັກຮາກຖານ, ຮອງເລຂາໜ່ວຍພັກ ແລະ ຄະນະໜ່ວຍພັກຮາກຖານຄັງເງິນແຫ່ງລັດ ຊຸດໃໝ່ ແລະ ຜ່ານກອງປະຊຸມຄັ້ງປະຖົມມະລຶກ ສາມາດເລືອກໄດ້ບັນດາສະຫາຍ ດັ່ງນີ້:
![]() | ![]() |
![]() | ![]() |
- ສະຫາຍ ນາງ ບົວເລີງຄິນ ດວງສະຫວັນ ເປັນເລຂາໜ່ວຍພັກຮາກຖານຄັງເງິນແຫ່ງລັດ;
- ສະຫາຍ ນິເວດ ຟອງແສງແກ້ວ ເປັນຮອງເລຂາ, ປະທານກວດກາພັກ;
- ສະຫາຍ ວັນເພັງ ກ້ານ ຮອງເລຂາໜ່ວຍພັກ;
- ສະຫາຍ ມີໄຊ ພຸດທະວົງ ກໍາມະການໜ່ວຍພັກ;
- ສະຫາຍ ນາງ ເນກຂະຫຼາ ຈັນທະວົງ ກໍາມະການໜ່ວຍພັກ;
- ສະຫາຍ ວຽງຄອນ ເພັດສີນວນ ກໍາມະການໜ່ວຍພັກ;
- ສະຫາຍ ໄຊສະໝອນ ທິບວິໄຊ ຮອງປະທານກວດກາໜ່ວຍພັກ;
- ສະຫາຍ ນາງ ວັນເພັງ ປອງມາລາ ຜູ້ກວດກາໜ່ວຍພັກ.
ເພື່ອສືບຕໍ່ ນໍາພາ-ຊີ້ນໍາ ໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກຮາກຖານ ຄັງເງິນແຫ່ງລັດ ໃຫ້ບັນລຸຜົນສໍາເລັດ ຕາມລະດັບຄາດໝາຍໃຫ້ປະກົດຜົນເປັນຈິງ.

ໂອກາດດັ່ງກ່າວ, ຍັງໄດ້ຮັບຟັງ ການໂອ້ລົມໃຫ້ທິດຊີ້ນໍາ ເພື່ອເປັນທິດເຍືອງທາງ ໃນການປັບປຸງວຽກງານການນໍາພາ, ຊີ້ນໍາຂອງໜ່ວຍພັກຮາກຖານຄັງເງິນແຫ່ງລັດໃນຕໍ່ໜ້າ ຈາກສະຫາຍ ພູວົງ ກິດຕະວົງ ກໍາມະການປະຈໍາພັກກະຊວງ ຮອງລັດຖະມົນຕີກະຊວງການເງິນ ໂດຍໄດ້ເນັ້ນໃຫ້ຄະນະໜ່ວຍພັກຊຸດໃໝ່, ສະມາຊິກພັກ ແລະ ພະນັກງານພາຍໃນຄັງເງິນແຫ່ງລັດ ສຸມທຸກກໍາລັງເຫື່ອແຮງ, ສະຕິປັນຍາ, ມີຄວາມເປັນເອກະພາບ, ຍົກສູງຄວາມຮັບຜິດຊອບ, ເປັນເຈົ້າການບຸກທະລຸທາງດ້ານຈິນຕະນາການ, ສ້າງການຫັນປ່ຽນໃນວຽກງານໃຫ້ວ່ອງໄວ ແລະ ມີຄຸນນະພາບ; ປັບປຸງກໍ່ສ້າງໜ່ວຍພັກ ແລະ ສະມາຊິກພັກ-ພະນັກງານ ທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນໍາພາ, ຕັ້ງໜ້າໃນການຄຸ້ມຄອງຂະແໜງຄັງເງິນ ເປັນທັນສະໄໝ ເພື່ອຄຸ້ມຄອງລາຍຮັບ ແລະ ຈັດຕັ້ງປະຕິບັດລາຍຈ່າຍ ລວມສູນ ຢູ່ທະນາຄານ ແຫ່ງ ສປປ ລາວ; ທັງພ້ອມກັນປະຕິບັດໜ້າທີ່ການເມືອງຂອງຕົນ ໃຫ້ມີຜົນສໍາເລັດ ຕາມຄາດໝາຍທີ່ວາງໄວ້, ເພື່ອຮັກສານາມມະຍົດ ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕະຫຼອດໄປ.



