ຮອງລັດຖະມົນຕີກະຊວງການເງິນ ຕ້ອນຮັບການເຂົ້າພົບປະ ຮອງລັດຖະມົນຕີກະຊວງ ແຜນການ ແຫ່ງຣາດຊາອາ ນາຈັກກໍາປຸເຈຍພ້ອມຄະນະ.
ໃນວັນທີ 26 ພະຈິກ 2025 ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມ ຂອງທ່ານ ປອ. ປົດຊ໌ ບຸນນາກ (Dr. Poch Bunnak), ຮອງລັດຖະມົນຕີກະຊວງ ແຜນການ ແຫ່ງຣາດຊາອານາຈັກກໍາປຸເຈຍພ້ອມຄະນະ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ເຮັດວຽກຢູ່ ສປປ ລາວໃນລະຫວ່າງວັນທີ 25-28 ພະຈິກ 2025.
ໂອກາດດັ່ງກ່າວ ທ່ານ ປອ. ປົດຊ໌ ບຸນນາກ ໄດ້ໃຫ້ຄຳຄິດຄຳເຫັນ ປຶກສາຫາລືແລກປ່ຽນ ທີ່ເປັນປະໂຫຍດຕໍ່ການຮ່ວມມື ແລະ ການພັດທະນາຂະແໜງການເງິນ ກໍຄືການພັດທະນາເສດຖະກິດ-ສັງຄົມ. ໂດຍສະເພາະ ແມ່ນແລກປ່ຽນກ່ຽວກັບຍຸດທະສາດແຜນການຮັບມື ພາລະກິດ ODA ໃນໄລຍະສັ້ນ ແລະ ຍາວນານ.
ຈາກນັ້ນ ທ່ານ ພູວົງ ກິດຕະວົງ ໄດ້ມີຄຳເຫັນແລກປ່ຽນວ່າ: ກະຊວງການເງິນ ແລະ ລັດຖະບານ ສປປ ລາວ ຍາມໃດກໍຕີລາຄາສູງຕໍ່ສາຍພົວພັນຮ່ວມມືສອງຝ່າຍສປປ ລາວ - ຣາດຊາອານາຈັກກໍາປຸເຈຍ ແລະ ສືບຕໍ່ເສີມຂະຫຍາຍຢ່າງຕໍ່ເນື່ອງ. ທັງສອງຝ່າຍ ໄດ້ສືບຕໍ່ເສີມຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ຄວາມໝັ້ນຄົງຍາວນານ ເພື່ອແນ່ໃສ່ຊຸກຍູ້ການພັດທະນາປະເທດ ແລະ ຄວາມຜາສຸກຂອງປະຊາຊົນ, ພ້ອມທັງຮັບມືກັບບັນດາສິ່ງທ້າທາຍໃນພາກພື້ນ ແລະ ສາກົນ ພ້ອມນີ້, ກອງປະຊຸມ ໂຕະມົນລະດັບສູງຄັ້ງທີ່ XIV ຮ່ວມກັບບັນດາຄູ່ຮ່ວມພັດທະນາໃນພາກພື້້ນ ແລະ ສາກົນທີ່ໄດ້ຈັດຂຶ້ນຜ່ານມາບໍ່ດົນນີ້, ຣາດຊາອານາຈັກ ກໍາປູເຈຍກໍ່ໄດ້ເຂົ້າຮ່ວມ, ເຊິ່ງກອງປະຊຸມໄດ້ດໍາເນີນໄປດ້ວຍຜົນສໍາເລັດອັັນຈົບງາມ.
ສໍາລັບການຈັດຕັ້ງປະຕິບັດທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ໃນໄລຍະຜ່ານມາແຕ່ປີ 2021-2025 ສປປ ລາວ ແມ່ນໄດ້ຮັບທຶນ ODA ສະເລ່ຍຢູ່ປະມານ 600 ຫາ 700 ລ້ານໂດລ້າສະຫະລັດຕໍ່ປີ, ລວມທັງເງິນຊ່ວຍເຫຼືອລ້າ ແລະ ເງິນກູ້ຢືມ ຈາກບັນດາຄູ່ຮ່ວມພັດທະນາ ທັງສອງຝ່າຍ ແລະ ຫຼາຍຝ່າຍ. ສໍາລັບແຜນການຈັດຕັ້ງປະຕິບັດ ODA ໃນ 5 ປີ ຕໍ່ໜ້າ 2026 - 2030. ສືບເນື່ອງຈາກ ສປປ ລາວ ຈະຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2026. ພ້ອມນັ້ນ ເພື່ອກຽມຄວາມພ້ອມ ແຜນງານ ODA ໃນຕໍ່ໜ້າ ກະຊວງການເງິນ ກໍ່ຄືລັດຖະບານ ສປປ ລາວ ໄດ້ນຳເອົາແຜນງານດັ່ງກ່າວເຊື່ອມສານ ເຂົ້າໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025) ແລະ 5 ປີຄັ້ງທີ X (2026-2030). 
ລັດຖະບານ ສປປ ລາວ ໄດ້ກຳນົດຄາດໝາຍ ສຸມໃສ່ບາງມາດຕະການ ຢ່າງລະອຽດເປັນຕົ້ນຄື: ສືບຕໍ່ນໍາໃຊ້ກົນໄກປຶກສາຫາລື ແລະ ລະດົມທຶນ ຜ່ານກອງປະຊຸມໂຕະມົນລະດັບສູງ ແລະ ສຸມໃສ່ລົງເລິກກອງປະຊຸມສອງຝ່າຍກັບຄູ່ຮ່ວມພັດທະນາຕ່າງໆ; ສໍາລັບທິດທາງໃນຕໍ່ໜ້າ ຈະໄດ້ສຸມໃສ່: ຊຸກຍູ້, ກວດກາ ຕິດຕາມການຈັດຕັ້ງປະຕິບັດ ບັນດາແຜນງານ, ໂຄງການ ທີ່ໄດ້ອະນຸມັດໄປແລ້ວໃຫ້ສໍາເລັດຕາມແຜນ ຫລີກລ່ຽງການແກ່ຍາວ ການປະຕິບັດໂຄງການ; ເລືອກເຟັ້ນໂຄງການກູ້ຢືມທີ່ເຫັນວ່າຈຳເປັນ ເພື່ອຊຸກຍູ້ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ເພື່ອບັນລຸຄາດຫມາຍສາກົນ; ປັບປຸງກົນໄກການປະສານງານ, ການຄຸ້ມຄອງ ແລະ ນຳໃຊ້ ODA ໃຫ້ມີຄວາມເປັນເອກະພາບ, ມີຄວາມຈະແຈ້ງ ແລະ ສະດວກ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດ ແຜນງານ/ໂຄງການ ທີ່ໄດ້ລົງທຶນໄປແລ້ວໃຫ້ມີຄວາມຍືນຍົງ; ຫັນການຄຸ້ມຄອງ ODA ເປັນທັນສະໄໝລວມສູນ ແລະ ຍົກສູງຂິດຄວາມສາມາດໃນການຄຸ້ມຄອງໂຄງການ ODA.