ໃນຕອນບ່າຍຂອງວັນທີ 21 ພະຈິກ 2025, ທ່ານ ສຸລິວັດ ສຸວັນນະຈູມຄຳ, ຮອງລັດຖະມົນຕີ ກະຊວງການເງິນ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຊອງ ປີແອ ມາເຊລີ, ຫົວໜ້າອົງການຝຣັ່ງເພື່ອການພັດທະນາ (AFD) ປະຈຳພາກພື້ນອາຊີຕາເວັນອອກສຽງໃຕ້ ພ້ອມດ້ວຍຄະນະ, ການພົບກັນຄັ້ງນີ້ ເປັນການພົບປະທາງການຄັ້ງທຳອິດ ເພື່ອປຶກສາຫາລືກ່ຽວກັບວຽກງານການຮ່ວມມືສອງຝ່າຍ ພາຍໃຕ້ແຜນຍຸດທະສາດການຮ່ວມມືເພື່ອການພັດທະນາ ຂອງສອງປະເທດ.
ໃນໂອກາດດັ່ງກ່າວ, ທ່ານ ຊອງ ປີແອ ມາເຊລີ, ຫົວໜ້າອົງການຝຣັ່ງເພື່ອການພັດທະນາປະຈຳພາກພື້ນອາຊີຕາເວັນອອກສຽງໃຕ້ ຕີລາຄາສູງຕໍ່ການຮ່ວມມືອັນດີງາມທີ່ມີມາຍາວນານຂອງສອງປະເທດ ລາວ-ຝຣັ່ງ ໂດຍຜ່ານອົງການຝຣັ່ງເພື່ອການພັດທະນາ (AFD) ໃນໄລຍະຜ່ານມາ ພ້ອມທັງຖືໂອກາດດັ່ງກ່າວ ລາຍງານ ບັນດາໂຄງການ/ແຜນງານ ພາຍໃຕ້ແຜນຍຸດທະສາດການຮ່ວມເພື່ອການພັດທະນາ ແລະ ການຈັດຕັ້ງປະຕິບັດໂຄງການ ທີ່ໃຫ້ການສະໜັບສະໜູນ ດ້ານທຶນຮອນ ແລະ ວິຊາການ ທີ່ກໍາລັງຈັດຕັ້ງປະຕິບັດໃນຂະແໜງບູລິມະສິດ ແລະ ແຜນບູລິມະສິດ ທີ່ ຈະສະໜັບສະໜູນໃນປີ 2026 ເຊັ່ນ: ຂະແໜງກະສິກຳ ແລະ ຄໍ້າປະກັນສະບຽງອາຫານ, ການປົກປັກຮັກສາ ວັດທະນະທຳ ແລະ ການສົ່ງເສີມການທ່ອງທ່ຽວ, ການປົກຄອງທີ່ດີ ແລະ ການສ້າງຄວາມເຂັ້ມແຂງໃນການນໍາໃຊ້ພະລັງງານນໍ້າໃນການຜະລິດໄຟຟ້າແບບຍືນຍົງ ເປັນຕົ້ນ ແລະ ທ່ານ ໄດ້ໃຫ້ຄຳໝັ້ນສັນຍາຈະສືບຕໍ່ສະໜັບສະໜູນ ໃນການຈັດຕັ້ງປະຕິບັດການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ຂອງ ສປປ ລາວ ໃນໄລຍະຂ້າມຜ່ານການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາໃນປີ 2026 ນີ້.
ໃນການພົບປະນີ້ ທ່ານ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ແຈ້ງໃຫ້ຊາບກ່ຽວກັບຜົນສໍາເລັດຂອງກອງປະຊຸມໂຕະມົນລະດັບສູງ ທີ່ໄດ້ຈັດຂຶ້ນໃນວັນທີ 19 ພະຈິກ 2025 ທີ່ຜ່ານມາ ແລະ ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນຝຣັ່ງ ທີ່ໃຫ້ການສະໜັບສະໜູນດັ່ງກ່າວ ພ້ອມທັງຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມື ໃນໄລຍະຜ່ານມາ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນພັດທະນາສາດຖະກິດ-ສັງຄົມ ແຫ່ງຊາດ. ພ້ອມນັ້ນ ຍັງໄດ້ສະເໜີໃຫ້ທັງສອງຝ່າຍສືບຕໍ່ຮັກສາກົນໄກເພື່ອທົບທວນການຮ່ວມມື, ການປະສານງານ ແລະ ການຄຸ້ມຄອງຕິດຕາມບັນດາໂຄງການ/ແຜນງານ ທີ່ກຳລັງຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນ.