ໃນວັນທີ 24 ພະຈິກ 2025 ທີ່ພະແນກການເງິນ ແຂວງຈໍາປາສັກ ໄດ້ຈັດກອງປະຊຸມປະເມີນການເຮັດທົດລອງມອບຫົວໜ່ວຍວິສາຫະກິດຂອງສູນກາງ ໃຫ້ແຂວງຈໍາປາສັກ ຄຸ້ມຄອງ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສົມຈິດ ຄໍາມຸງຄຸນ ຫົວໜ້າຫ້ອງການ ກະຊວງການເງິນ ແລະ ທ່ານ ສະໜັ່ນ ສີດາວົງ ຫົວຫນ້າພະແນກການເງິນແຂວງຈໍາປາສັກ, ມີຄະນະຮັບຜິດຊອບຈາກກະຊວງການເງິນ, ຫົວໜ້າພະແນກການອ້ອມຂ້າງແຂວງ, ຫົວໜ້າ ແລະ ຮອງຂະແໜງ ອ້ອມຂ້າງພະແນກການເງິນ ແລະ ສາມຂະແໜງສາຍຕັ້ງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສະໜັ່ນ ສີດາວົງ ຫົວໜ້າພະແນກການເງິນແຂວງຈໍາປາສັກ, ໄດ້ລາຍງານຫຍໍ້ ກ່ຽວກັບການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານງົບປະມານ ໃນໄລຍະ 10 ເດືອນຜ່ານມາ, ແຂວງຈໍາປາສັກ ສາມາດປະຕິບັດລາຍຮັບງົບປະມານໄດ້ທັງໝົດ 3,044.98 ຕື້ກີບ, ບັນລຸໄດ້ 97.42% ຂອງແຜນປະຈຳປີ ແລະ ເພີ່ມຂຶ້ນ 31.86% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ. ໃນນັ້ນ: ລາຍຮັບບ້ວງສູນກາງ ປະຕິບັດໄດ້ 1,655.28 ຕື້ກີບ, ລາຍຮັບປົກກະຕິ 1,653.78 ຕື້ກີບ, ລາຍຮັບຈາກການຂາຍໄມ້ 1.50 ຕື້ກີບ,ທຽບໃສ່ແຜນການປີ ເທົ່າກັບ 96.59% ທຽບໃສ່ໄລຍະດຽວກັນຂອງປີກ່ອນເພື້ມຂື້ນ 28.45%; ລາຍຮັບບ້ວງທ້ອງຖິ່ນ ປະຕິບັດໄດ້ 1,389.69 ຕື້ກີບ, ທຽບໃສ່ແຜນການປີເທົ່າກັບ 98.42 % ທຽບໃສ່ໄລຍະດຽວກັນຂອງປີກ່ອນເພື້ມຂື້ນ 36.16%, ດ້ານລາຍຈ່າຍງົບປະມານໃນທົ່ວແຂວງ: ປະຕິບັດລາຍຈ່າຍງົບປະມານທັງໝົດ ຈໍານວນ 880.37 ຕື້ກີບ ໃນນີ້: ລາຍຈ່າຍປົກະຕິ : 740.86 ຕື້ກີບ, ເງິນເກີນແຜນ : 139.51 ຕື້ກິບ, ທຽບໃສ່ແຜນການປີ ເທົ່າກັບ 78.30% .
ດ້ານການທົດລອງມອບຫົວໜ່ວຍວິສາຫະກິດຂອງສູນກາງໃຫ້ແຂວງຄຸ້ມຄອງ, ແຕ່ປີ 2023 ຫາ ປີ 2025 ທັງໝົດ 5 ຫົວໜ່ວຍ, ໃນປີ 2025 ແມ່ນໄດ້ໂອນກັບໃຫ້ກົມຄຸ້ມຄອງຄືນ 1 ຫົວໜ່ວຍ, ສຳລັບການມອບພັນທະຂອງ 04 ຫົວໜ່ວຍທີ່ສູນກາງມອບໃຫ້ແຂວງຄຸ້ມຄອງ ແລະ ຜູ້ຮັບເໝົາຊ້ວງຕໍ່ ເຫັນວ່າມີການຂະຫຍາຍຕົວໄດ້ຕາມທິດທາງເສດຖະກິດສະແດງໃຫ້ເຫັນວ່າການລົງທຶນ ແລະ ການຄຸ້ມຄອງຂອງແຂວງສາມາດສ້າງປະສິດທິຜົນໄດ້ດີ.
ສໍາລັບທິດທາງແຜນການ ຄາດຄະເນສູ້ຊົນ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໝົດປີ 2025 ດ້ານລາຍຮັບງົບປະມານ: ຄາດຄະເນໝົດປີ ຈະປະຕິບັດໄດ້ທັງໝົດ ຈຳນວນ: 3,292.23 ຕື້ກີບ ເທົ່າກັບ 105.38% ຂອງແຜນການປີ ໃນນີ້: ລາຍຮັບພູດສູນກາງ: ຈະປະຕິບັດໄດ້ 1,797.81 ຕື້ກີບ ເທົ່າກັບ 105% ຂອງແຜນການປີ; ລາຍຮັບພູດທ້ອງຖິ່ນ: ຈະປະຕິບັດໄດ້ 1,494.42 ຕື້ກີບ ເທົ່າກັບ 105.84% ຂອງແຜນການປີ, ດ້ານລາຍຈ່າຍງົບປະມານ: ຄາດຄະເນໝົດປີ ຈະປະຕິບັດໄດ້ 946.16 ຕື້ກີບ ເທົ່າກັບ 100% ຂອງແຜນການປີ.