• ກະຊວງການເງິນ
  • |
  • 2025-11-24
  • |
  • ວຽກຮ່ວມມື

       ໃນວັນທີ 24 ພະຈິກ 2025, ທີ່ນະຄອນຫຼວງວຽງຈັນ ໄດ້ໄຂກອງປະຊຸມ ແລກປ່ຽນດ້ານເສດຖະກິດ-ການຄ້າ ລາວ-ຢຸນນານ ພາຍໃຕ້ “ກອງປະຊຸມ ຄັ້ງທີ XV ຂອງຄະນະປະສານງານຮ່ວມມື ລະຫວ່າງ ພາກເໜືອ ສປປ ລາວ ກັບ ແຂວງຢູນນານ ສປ ຈີນ”  ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ແສງເດືອນ ໄຊຍະສອນ ຮອງປະທານຜູ້ປະຈຳການ ທັງເປັນຫົວໜ້າຫ້ອງການຄະນະກຳມະການຮ່ວມມືລາວ-ຈີນ ຫົວໜ້າຄະນະຝ່າຍລາວ ແລະ ຕາງໜ້າຝ່າຍຈີນ ໂດຍ ທ່ານ ນາງ ເສີນຢີ (Chen Yu) ປະທານ ສະມາຄົມການຄ້າສາກົນ ແຂວງຢູນນານ ສປ ຈີນ ເປັນຫົວໜ້າຄະນະ, ມີຄະນະຜູ້ແທນຈາກບັນດາຂະແໜງການທີ່ກ່ຽວຂ້ອງຈາກສູນກາງ ແລະ ບັນດາແຂວງພາກເໜືອຂອງລາວ, ລວມທັງບັນດາຫົວໜ່ວຍວິສາຫະກິດ 02 ຝ່າຍ ເຂົ້າຮ່ວມ.

        ກອງປະຊຸມຄັ້ງນີ້ ເພື່ອເຜີຍແຜ່ນະໂຍບາຍການລົງທຶນຂອງ ສປປ ລາວ ພ້ອມທັງເປັນການສ້າງໂອກາດໃຫ້ແກ່ບັນດາຫົວຫນ່ວຍທຸລະກິດຂອງ ສປປ ລາວ  ແລະ ແຂວງຢຸນນານ ສປ ຈີນ ໄດ້ລາຍງານສະພາບການດໍາເນີນທຸລະກິດ ແລະ ສະເໜີຂໍ້ສົນໃຈຕ່າງໆຂອງຕົນ, ແນໃສ່ເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ລະຫວ່າງ ລາວ-ຈີນ ໃຫ້ນັບມື້ນັບເພີ່ມຂຶ້ນ ແລະ ມີຄວາມເຕີບໃຫຍ່ເຂັ້ມແຂງ; ປະກອບສ່ວນຊຸກຍູ້ການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຂອງການນໍາຂັ້ນສູງຂອງສອງປະເທດ ໃນການຮ່ວມກັນສ້າງແລວທາງເສດຖະກິດ ລາວ-ຈີນ ໂດຍມີເສັ້ນທາງລົດໄຟ ລາວ-ຈີນ ເປັນພື້ນຖານທີ່ສໍາຄັນ, ເອົາໃຈໃສ່ປະກອບສ່ວນ ພັດທະນາໂຄງການປິ່ນອ້ອມທາງລົດໄຟ ລາວ-ຈີນ ໃຫ້ເກີດດອກອອກຜົນຍິ່ງ​ໆຂຶ້ນ ແລະ ນໍາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ.

          ໃນກອງປະຊຸມ, ທ່ານ ນາງ ແສງເດືອນ ໄຊຍະສອນ ຮອງປະທານ ຜູ້ປະຈໍາການ, ທັງເປັນຫົວໜ້າຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ ໄດ້ຕີລາຄາສູງຕໍ່ການຮ່ວມມືສອງຝ່າຍໂດຍໄດ້ເນັ້ນໜັກໃນການຜັນຂະຫຍາຍ ແຜນແມ່ບົດຄູ່ຮ່ວມຊາຕາກໍາ ລາວ-ຈີນ 2024-2028, ເຊິ່ງມີຄວາມໝາຍຄວາມສຳຄັນຫຼາຍໃນການຊຸກຍູ້ການພັດທະນາ ແລະ ຮ່ວມມືເສດຖະກິດ ເຕັກນິກຂອງສອງຝ່າຍ, ​ເພາະໄດ້ສ້າງໂອກາດ ແລະ ເງື່ອນໄຂອັນດີໃຫ້ແກ່ການສົ່ງເສີມການພົວພັນການຄ້າ, ການລົງທຶນລະຫວ່າງ ລາວ-ຈີນ, ລວມທັງພາກພື້ນ ໃຫ້ນັບມື້ນັບຂະຫຍາຍຕົວ. ກອງປະຊຸມຄັ້ງນີ້ ຈະເປັນໂອກາດອັນດີ ໃຫ້ແກ່ຜູ້ປະກອບການ ກໍຄືຫົວໜ່ວຍວິສາຫະກິດຂອງສອງປະເທດ ໄດ້ຮັບຟັງນະໂຍບາຍ ທາງພາກລັດຂອງລາວ, ພ້ອມກັນນັ້ນ ກໍຈະເຮັດໃຫ້ພາກລັດ ໄດ້ຮັບຟັງຂໍ້ສະເໜີ ແລະ ຄວາມຄອງຄອຍຂອງພາກທຸລະກິດ ເພື່ອພ້ອມກັນຊອກຊ່ອງທາງແກ້ໄຂ ເຮັດໃຫ້ການຮ່ວມມືຕົວຈິງ ບົນຫລັກການຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ບົນຫລັກການ ການສົມທົບລະຫວ່າງ ກົນໄກຕະຫຼາດ ກັບການດັດສົມຂອງລັດຢ່າງມີປະສິດທິຜົນ.

         ນອກນັ້ນ, ທ່ານ ນາງ ເສີນຢີ (Chen Yu) ປະທານ ສະມາຄົມການຄ້າສາກົນ ແຂວງຢຸນນານ ສປ ຈີນ ກໍໄດ້ມີຄຳເຫັນຕໍ່ຜົນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ຂອງພາກທຸລະກິດ ເປັນເນື້ອໃນສໍາຄັນຂອງການຮ່ວມມືສອງຝ່າຍ, ເຊິ່ງເປັນສິ່ງທີ່ນໍາເອົາຜົນປະໂຫຍດຕົວຈິງມາສູ່ສັງຄົມ ກໍຄືປະເທດຊາດ ແລະ ຫວັງຢ່າງຍິ່ງວ່າທຸກພາກສ່ວນທີ່ກ່ຽວຂ້ອງ ຂອງສອງຝ່າຍຈະໄດ້ຮັບຂໍ້ມູນທີ່ດີ, ນໍາເອົາໄປຄົ້ນຄວ້າເພື່ອນໍາໃຊ້, ແນໃສ່ຊຸກຍູ້ສົ່ງເສີມໃຫ້ສອງຝ່າຍ ມີການຮ່ວມມືກັນໃຫ້ນັບມື້ນັບຫຼາຍຂຶ້ນ ແລະ ແຫນ້ນແຟ້ນກວ່າເກົ່າ.

        ໃນຕອນທ້າຍ, ສອງຝ່າຍໄດ້ຕີລາຄາສູງ ຕໍ່ໝາກຜົນການຮ່ວມມືໃນໄລຍະຜ່ານມາ ແລະ ໄດ້ຊຸກຍູ້ໃຫ້ສືບຕໍ່ຜັນຂະຫຍາຍກົນໄກການຮ່ວມມື ລະຫວ່າງ ພາກເໜືອລາວ ກັບ ແຂວງຢູນນານ ທີ່ມີຢູ່ໃນປັດຈຸບັນໃຫ້ມີປະສິດທິພາບ ແລະ ມີຄວາມຄ່ອງຕົວຍິ່ງຂຶ້ນ.

© 2025 Copyright: ກະຊວງການເງິນ, ສປປ ລາວ