ໃນວັນທີ 20 ພະຈິກ 2025 ທີ່ຜ່ານມາ, ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ພົບປະໂອ້ລົມກັບ ຄະນະຜູ້ແທນ ຈາກທະນາຄານ ພັດທະນາອາຊີ (ADB) ເຊິ່ງນຳພາໂດຍທ່ານ Nail Valiyev ຫົວໜ້າຄະນະ. ການພົບປະໃນຄັ້ງນີ້ ແມ່ນໄດ້ຫາລືກ່ຽວກັບຄວາມຄືບໜ້າຂອງໂຄງການເພີ່ມລາຍຮັບສ່ວຍສາອາກອນພາຍໃນ ແບບທັນສະໄໝ DRMM. ໂອກາດນີ້, ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ສະແດງຄວາມເພີ່ງພໍໃຈຕໍ່ຜົນການດຳເນີນງານຂອງໂຄງການ ແລະ ໃຫ້ຄວາມມຸ່ງໝັ້ນ ຂອງລັດຖະບານ ສປປ ລາວ ໃນການຮ່ວມມື ກັບ ທະນາຄານ ພັດທະນາອາຊີ (ADB) ຢ່າງຕໍ່ເນື່ອງ. ເຊິ່ງທ່ານ ຮອງລັດຖະມົນຕີ ໄດ້ເນັ້ນເຖິງຄວາມສຳຄັນ ຂອງວຽກງານການພັດທະນາ ລະບົບຂໍ້ມູນຂ່າວສານດ້ານສ່ວຍສາອາກອນ ແລະ ການດຳເນີນການນຳໃຊ້ລະບົບໃບອາກອນອິເລັກໂຕຣນິກ (e-invoicing) ໃຫ້ສຳເລັດ ເນື່ອງຈາກທັງສອງຢ່າງເປັນອົງປະກອບທີ່ສຳຄັນໃນການປະຕິຮູບການຄຸ້ມຄອງລະບົບສ່ວຍສາອາກອນ ຂອງ ລັດຖະບານ. ຄະນະທີມງານ ທະນາຄານພັດທະນາອາຊີ ADB ໄດ້ສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນ ຕໍ່ຄຳເຫັນ ຂອງ ທ່ານຮອງລັດຖະມົນຕີ ແລະ ຊົມເຊີຍ ກົມສ່ວຍສາອາກອນ ທີ່ມີ ຄວາມພະຍາຍາມຢ່າງຕໍ່ເນື່ອງ ໃນການບັນລຸເປົ້າໝາຍສຳຄັນຂອງໂຄງການ, ໂດຍສະເພາະ ແມ່ນ ທະນາຄານພັດທະນາອາຊີ (ADB) ແລະ ກົມສ່ວຍສາອາກອນ ໄດ້ສຳເລັດ ການກຳນົດຂອບເຂດການເຮັດວຽກ (TOR) ສຳລັບ ການພັດທະນາລະບົບ ຂອງໂຄງການ ໃນຕໍ່ໜ້າ. ໃນນີ້, ໂຄງການດັ່ງກ່າວຈະໃຫ້ຄວາມສຳຄັນເປັນພິເສດ ຕໍ່ການສ້າງຄວາມອາດສາມາດ ໃຫ້ແກ່ເຈົ້າໜ້າທີ່ຄຸ້ມຄອງອາກອນ ໃນການປັບປຸງ ແລະ ນຳໃຊ້ລະບົບສ່ວຍສາອາກອນ ຢ່າງມີປະສິດທິຜົນ ແລະ ຍືນຍົງ, ໂດຍໂຄງການ ຈະສະໜັບສະໜູນ ລັດຖະບານ ສປປ ລາວ ໃນການຫັນເປັນທັນສະໄໝ ໃນການຄຸ້ມຄອງສ່ວຍສາອາກອນ ແລະ ພັດທະນາລະບົບການເກັບລາຍຮັບ ພາຍໃນປະເທດ ເພື່ອສົ່ງເສີມສະຖຽນລະພາບທາງດ້ານການເງິນ ແລະ ການພັດທະນາຢ່າງຍືນຍົງ.



