ໃນວັນທີ 20 ພະຈິກ 2025 ຄັງເງິນແຫ່ງລັດ ໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າ ການຄົ້ນຄວ້າ ສ້າງ ກົດໝາຍ ວ່າດ້ວຍ ຄັງເງິນແຫ່ງລັດ ໂດຍການເປັນປະທານຂອງ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ, ມີຫົວໜ້າກົມ, ຮອງກົມ, ຄະນະພະແນກ, ວິຊາການ ຈາກກະຊວງການເງິນ, ຫ້ອງການສໍານັກງານນາຍົກລັດຖະມົນຕີ, ກະຊວງ ຍຸຕິທຳ, ກໍາມາທິການກົດໝາຍ ສະພາແຫ່ງຊາດ, ທະນາຄານແຫ່ງ ສປປ ລາວ, ຄະນະຮັບຜິດຊອບຄົ້ນຄວ້າ ສ້າງກົດໝາຍ ວ່າດ້ວຍຄັງເງິນແຫ່ງລັດ ເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ນາງ ຍອດ ແພງສົມບັດ ຫົວໜ້າຄັງເງິນແຫ່ງລັດ ໄດ້ລາຍງານຄວາມຄືບໜ້າ ການຄົ້ນຄວ້າ ສ້າງ ກົດໝາຍ ວ່າດ້ວຍຄັງເງິນແຫ່ງລັດ ໂດຍໃຫ້ເຫັນໄດ້ ບັນດາເນື້ອໃນຂອງກົດໝາຍ ໃນແຕ່ລະພາກ, ໝວດ ແລະ ມາດຕາ ທີ່ໄດ້ມີການຮັກສາເນື້ອໃນໄວ້ຄືເກົ່າ, ບາງມາດຕາກໍ່ໄດ້ປັບປຸງເນື້ອໃນຄືນໃໝ່ ແລະ ປັບປຸງເນື້ອໃນໃໝ່ ເພື່ອໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດວຽກງານໃນປັດຈຸບັນ ເປັນຕົ້ນ ໃນພາກບົດບັນຍັດທົ່ວໄປ, ພາກວຽກງານຄັງເງິນແຫ່ງລັດ, ການບັນຊີ ແລະ ແບບພິມຮັບໃຊ້ວຽກງານຄັງເງິນ, ຄວາມຮັບຜິດຊອບຂອງພາກສ່ວນທີ່ກ່ຽວຂ້ອງ, ຂໍ້ຫ້າມ ແລະ ການຄຸ້ມຄອງ ແລະ ການກວດກາ ວຽກງານຄັງເງິນແຫ່ງລັດ.
![]() | ![]() |
![]() | ![]() |
ໂອກາດດັ່ງກ່າວ, ຍັງໄດ້ຮັບຟັງການໃຫ້ທິດຊີ້ນໍາ ຕໍ່ການປັບປຸງຮ່າງກົດໝາຍຄັງເງິນແຫ່ງລັດ ໃນຄັ້ງນີ້ ໂດຍທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ມີຄໍາເຫັນແລກປ່ຽນສົນທະນາເພີ່ມຕື່ມ ທາງດ້ານໂຄງສ້າງ ເຊັ່ນ: ພາກ, ມາດຕາ, ກວດກາຄືນບັນດາເນື້ອໃນຄໍາເວົ້າ, ຄໍາສັບ ໃຫ້ມີຄວາມຖືກຕ້ອງຕາມຫຼັກກົດໝາຍ ທັງນີ້ເພື່ອຄົ້ນຄວ້າ ສ້າງກົດໝາຍວ່າດ້ວຍຄັງເງິນແຫ່ງລັດ ໃຫ້ຖືກຕ້ອງສອດຄ່ອງ ກັບແຜນດຳເນີນງານ, ທັນກຳນົດເວລາ ແລະ ເຮັດໃຫ້ຮ່າງກົດໝາຍສະບັບດັ່ງກ່າວມີເນື້ອໃນສົມບູນ ແລະ ຄົບຖ້ວນ. ພ້ອມນັ້ນ, ທ່ານຍັງໄດ້ໃຫ້ທິດຊີ້ນໍາໃນການກະກຽມທີ່ຈະໄດ້ລົງທາບທາມ ຮ່າງ ກົດໝາຍຄັງເງິນແຫ່ງລັດ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນນໍາອີກດ້ວຍ.



