• ກະຊວງການເງິນ
  • |
  • 2025-11-21
  • |
  • ວຽກງານພັກ-ພະນັກງານ

ເຜີຍແຜ່ເນື້ອໃນເອກະສານ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ

        ໃນວັນທີ 21 ພະຈິກ 2025 ໄດ້ມີກອງປະຊຸມເຜີຍແຜ່ເນື້ອໃນເອກະສານ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໂດຍການເປັນປະທານ ຂອງ ທ່ານ ສັນຕິພາບ ພົມວິຫານ ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການເງິນ ມີຄະນະພັກ ຄະນະປະຈຳພັກກະຊວງ ຄະນະພັກຮາກຖານ ອ້ອມຂ້າງ ແລະ ສະມາຊິກພັກ ເຂົ້າຮ່ວມ.

                ໂອກາດນີ້ ຄະນະພັກກະຊວງການເງິນໄດ້ພັດປ່ຽນກັນຂຶ້ນຜ່ານ ເອກະສານສຳຄັນຕ່າງໆ ເປັນຕົ້ນຄຳແນະນຳ ສະບັບເລກທີ 34/ຄອສພ, ລົງວັນທີ 15ກັນຍາ 2023; ຍົົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກ; ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ ໃນຖັນແຖວພະນັກງານ ສະມາ ຊິກພັກ; ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດ ສິນທຳປະຕິວັດ; ແຈ້ງການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ສະມາຊິກພັກ ໜ່ວຍພັກຮາກຖານຂອງຕົນ ​

        ພ້ອມນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ມີຄຳເຫັນວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນການກະ ກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຂອງບັນດາໜ່ວຍພັກຮາກຖານທີ່ຂຶ້ນກັບອົງຄະນະພັກກະຊວງການເງິນ ຕາມແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 1385/ຄຈສພ, ລົງວັນທີ 19 ສິງຫາ 2025 ກ່ຽວກັບການ ກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຂອງບັນດາຮາກຖານພັກ ທີ່ຂຶ້ນກັບອົງຄະນະພັກຂອງຕົນ. ປັດຈຸບັນອົງຄະນະພັກກະຊວງການເງິນ ປະກອບມີ 24 ໜ່ວຍພັກຮາກຖານ, ໃນນັ້ນ ໜ່ວຍພັກບໍລິ ສັດ ລັດວິສາຫະກິດ ຫວຍພັດທະນາ ແລະ ລັດວິສາຫະກິດ ລາວ ສາກົນ ໂລຈິສ ຕົກ ແມ່ນສໍາເລັດກອງປະຊຸມແລ້ວ. ສະນັ້ນ, ໝາຍຄວາມວ່າຍັງອີກ 22 ໜ່ວຍພັກແມ່ນຈະ ຕ້ອງໄດ້ດໍາເນີນກອງປະຊຸມໃຫຍ່ຂອງຕົນຄືນໃໝ່.

        ເພື່ອຮັບປະກັນໃຫ້ແກ່ການກະກຽມ ແລະ ດໍາເນີນກອງປະຊຸມຂອງບັນດາ ໜ່ວຍພັກມີຄວາມເປັນເອກະພາບ, ມີປະສິດທິພາບ ແລະ ສຳເລັດຕາມກຳນົດເວລາ, ທ່ານ ໄດ້ມີບາງຄໍາເຫັນແນະນໍາຕື່ມດັ່ງນີ້:

        1. ຕໍ່ກັບເນື້ອໃນ 4 ເອກະສານທີ່ສະຫາຍຄະນະພັກກະຊວງໄດ້ ເຜີຍແຜ່ໄປນັ້ນ ສະເໜີໃຫ້ບັນດາສະຫາຍສະມາຊິກພັກ ສືບຕໍ່ນໍາໄປເຊື່ອມຊຶມ ແລະ ຜັນຂະຫຍາຍດ້ວຍຕົນເອງຕື່ມ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈ ເຖິງຄວາມໝາຍຄວາມສໍາຄັນ ແລະ ເປັນເອກະພາບກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຂອງພັກ. 

        2. ໃຫ້ແຕ່ລະຮາກຖານພັກກະກຽມເອກະສານຕິດພັນກັບການດໍາເນີນກອງປະຊຸມໃຫຍ່ ໃຫ້ມີຄວາມພ້ອມ ຕາມທີ່ຫົວໜ້າກົມຈັດຕັ້ງ ໄດ້ແນະນໍາ, ສໍາຄັນແມ່ນເນື້ອໃນ ຂອງບົດລາຍງານການເມືອງ, ບົດສຳຫຼວດການນໍາພາລວມ ແລະ ແຜນພັດທະນາຂະແໜງ ການ ຕ້ອງຕີລາຄາໃຫ້ແຈ້ງ, ສ່ອງແສງກັບຄວາມເປັນຈິງ, ໃຫ້ມີການຫັນປ່ຽນໃໝ່ຢ່າງແຂງແຮງ, ຢ່າງຕັ້ງໜ້າ, ເລິກເຊິ່ງ.

        3. ໃຫ້ບັນດາສະຫາຍສະມາຊິກພັກຍົກສູງຄວາມຮັບຜິດຊອບ ໃນການພິຈາລະນາ ເລືອກເຟັ້ນເອົາບຸກຄະລາກອນ ທີ່ຈະປະກອບເຂົ້າໃນຄະນະໜ່ວຍພັກຊຸດໃໝ່, ເລືອກໃຫ້ ໄດ້ຜູ້ທີ່ມີຄວາມຮູ້ ຄວາມສາມາດ ທີ່ຈະສາ ມາດນໍາພາປັບປຸງວຽກງານກົມກອງຂອງຕົນເອງ ໃຫ້ມີທ່າກ້າວດີຂຶ້ນກວ່າເກົ່າ;

        4. ສະມາຊິກພັກຕ້ອງມີຄວາມໜັກແໜ້ນ, ມີຈັນຍາບັນ, ຈັນຍາທໍາ, ມີຄວາມຮັບຜິດຊອບສູງ ຕໍ່ການໃຊ້ສິດຂອງຕົນເອງໃນການເລືອກຕັ້ງ;

        5. ໂຄງປະກອບຄະນະໜ່ວຍພັກໃຫ້ປະກອບມີ ເພດ, ເຜົ່າ ມີຈໍານວນເພີ່ມຂຶ້ນ ຕາມຈຸດ ພິເສດສະເພາະ ຂອງໜ່ວຍພັກ; ຮັບປະກັນ 3 ຮຸ່ນ (ອາວຸໂສ, ກາງ, ໜຸ່ມ), ມີທັງຜູ້ເກົ່າ, ຜູ້ ໃໝ່ ໃນອັດຕາສ່ວນ ທີ່ເໝາະສົມ; ໃນນັ້ນ ຮຸ່ນກາງ ແລະ ຮຸ່ນໜຸ່ມ ໃຫ້ກວມອັດຕາສ່ວນ ຫຼາຍ, ສ້າງໄດ້ພະນັກງານສືບທອດປ່ຽນແທນ ຢ່າງຕໍ່ເນື່ອງ ໃນສະເພາະໜ້າ, ຍາວນານ ຕາມທິດຫັນເປັນໜຸ່ມ ແຕ່ຕ້ອງຮັບປະກັນຄວາມໜັກແໜ້ນທາງດ້ານແນວຄິດການເມືອງ, ຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້, ຄວາມສາມາດ ແລະ ສົມຄູ່ກັບໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ;

        6. ເນື່ອງຈາກວ່າກອງປະຊຸມໃຫຍ່ອົງຄະນະພັກກະຊວງການເງິນ ຄັ້ງທີ IV ໄດ້ສຳເລັດແລ້ວ, ສະນັ້ນ, ການເລືອກ ເຟັ້ນຄະນະໜ່ວຍພັກຊຸດໃໝ່ ສະເໜີໃຫ້ບັນດາສະຫາຍພິຈາລະນາ ເລືອກເຟັ້ນຜູ້ທີ່ເປັນກຳມະການຄະ ນະບໍລິຫານງານພັກກະຊວງ ຊຸດປັດຈຸບັນ ເປັນ ບຸລິມະສິດ ເພື່ອຮັບປະກັນໃຫ້ສອດຄ່ອງກົມກຽວກັບຜົນສໍາເລັດຂອງກອງປະຊຸມໃຫຍ່ ອົງຄະນະພັກກະຊວງການເງິນ ຄັ້ງທີ IV ຊຶ່ງບັນດາສະຫາຍດັ່ງກ່າວ ໄດ້ຜ່ານການເລືອກຕັ້ງ ຈາກຜູ້ແທນກອງປະຊຸມໃຫຍ່ອົງຄະນະພັກກະຊວງການເງິນ ມາແລ້ວ. ໃຫ້ແຕ່ລະໜ່ວຍຮີບຮ້ອນກຽມຄວາມພ້ອມຮອບດ້ານ ໃຫ້ກົມຈັດຕັ້ງ ແບ່ງຄວາມຮັບຜິດຊອບບັນດາສະຫາຍຄະນະປະຈຳ ລົງຊຸກຍູ້ ຕິດຕາມແຕ່ລະໜ່ວຍ ເພື່ອຮັບປະກັນໃຫ້ສຳເລັດຕາມແຜນ ແລະ ຮັບປະກັນປະສິດທິພາບ.

© 2025 Copyright: ກະຊວງການເງິນ, ສປປ ລາວ