
ໃນວັນທີ 20 ພະຈິກ 2025 ກະຊວງການເງິນ ຈັດກອງປະຊຸມ ກະກຽມໃຫ້ແກ່ການເດີນທາງມາເຂົ້າຮ່ວມຊີ້ນໍາ ກອງປະຊຸມ ຄັ້ງທີ 48ໂດຍການເປັນປະທານຮ່ວມ ຂອງ ສະຫາຍ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງການເງິນ, ຮອງປະທານ ຜູ້ປະຈໍາການຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ແລະ ສະຫາຍ ຫງວຽນ ແມັງ ເກືອງ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ມີຄະນະວິຊາການຈາກທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື ກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການເດີນທາງມາເຂົ້າຮ່ວມຊີ້ນໍາ ກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມື ທະວິພາຄີ ລະຫວ່າງ ລັດຖະບານລາວ ແລະ ລັດຖະບານຫວຽດນາມ ຢູ່ ນະຄອນຫຼວງວຽງຈັນ, ປຶກສາຫາລືກ່ຽວກັບຄວາມພ້ອມດ້ານຕ່າງໆ, ລົງເລິກໃນດ້ານການກະກຽມຄວາມພ້ອມດ້ານ ພາລາທິການ, ດ້ານພິທີການ, ແຜນການເຄື່ອນໄຫວ ແລະ ກິດຈະກໍາປິ່ນອ້ອມຕ່າງໆ ໃຫ້ແກ່ການມາເຄື່ອນໄຫວຂອງການນໍາຂັ້ນສູງສອງຝ່າຍ ຢູ່ ສປປ ລາວ ໃຫ້ໄດ້ຮັບຜົນດີ.

ໂອກາດນີ້ ສະຫາຍ ນາງ ພອນວັນ ອຸທະວົງ ໄດ້ລາຍງານຜົນສຳເລັດ ໃນໄລຍະຜ່ານມາ, ຄະນະວິຊາການຂອງສອງຄະນະກໍາມະການຮ່ວມມືສອງປະເທດ ໄດ້ຮ່ວມກັນສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດສະພາບການພົວພັນຮ່ວມມື ປີ 2025 ແລະ ວາງທິດທາງຮ່ວມມື ປະຈໍາປີ 2026 ແລະ ປຶກສາຫາລືກ່ຽວກັບ ຮ່າງ ເນື້ອໃນເອກະສານ ຂອງ ກອງປະຊຸມຄັ້ງທີ 48 ຢູ່ນະຄອນຫຼວງວຽງຈັນ, ສປປ ລາວ 02 ຄັ້ງ ແລ້ວ (ໃນເດືອນ 8 ແລະ ເດືອນ 10/2025) ແລະ ຍັງຮ່ວມເຮັດວຽກນໍາກັນ ຄັ້ງທີ 3 ຢູ່ ນະຄອນຫຼວງຮ່າໂນ້ຍ ໃນວັນທີ 14-15 ພະຈິກ 2025 ຜ່ານມາ, ໂດຍລວມ ສອງຝ່າຍ ໄດ້ເຫັນດີເປັນເອກະພາບໂດຍພື້ນຖານຕໍ່ກັບຮ່າງເອກະສານທີ່ໄດ້ເຮັດວຽກຮ່ວມກັນ ເຊິ່ງໄດ້ປັບປຸງຕາມການປະກອບຄໍາເຫັນຂອງບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງສອງຝ່າຍ.
