• ກະຊວງການເງິນ
  • |
  • 2025-11-20
  • |
  • ຂ່າວເສດຖະກິດ-ການເງິນ

ຄະນະຜູ້ແທນບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງ  ສາກົນທີ່ເຂົ້າຮ່ວມກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ XIV ເຂົ້າຢ້ຽມຂໍ່ານັບ                            

                       ພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ 

------------------------------------

ໃນວັນທີ 20 ພະຈິກ 2025, ທີ່ຫ້ອງວ່າການສໍານັກງານປະທານປະເທດ ພະນະທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງຈາກ ບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ທີ່ເຂົ້າຮ່ວມກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ XIV ປີ 2025 ນໍາໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຮອງປະທານຄະນະຊີ້ນໍາລະດັບຊາດ ເພື່ອຂະບວນການໂຕະມົນ.

ການຢ້ຽມຂໍ່ານັບ, ທ່ານ ສະເຫຼີມໄຊ ກົມມະສິດ, ໄດ້ກ່າວຈຸດປະສົງໃນການເຂົ້າຢ້ຽມຂ່ຳນັບຄັ້ງນີ້ຢ່າງເປັນທາງການ. ຈາກນັ້ນ ທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີ ກະຊວງການເງິນ ໄດ້ລາຍງານຜົນສໍາເລັດກອງປະ ຊຸມໂຕະມົນລະດັບສູງ ຄັ້ງທີ XIV ປີ 2025 ເຊິ່ງມີ 04 ຫົວຂໍ້ຕົ້ນຕໍ ດັ່ງນີ້:

1) ກອງປະຊຸມໂຕະມົນ ໄດ້ເປັນເອກະພາບກັນ ຮັບຮອງ ແລະ ລົງນາມຖະແຫຼງການວຽງຈັນ ສະບັບທີ III (2026 - 2035), ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ຕາງໜ້າຄູ່ຮ່ວມພັດທະນາ ໂດຍ ທ່ານ ບັກໂຄເດຍ ເບີຄະນ໋ອຟ, ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ ແລະ ມີບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ ຈຳນວນ 4 ທ່ານ ຄື: 1) ທ່ານ ເມລ ບາໂລ (Mel Barlow) ເອກອັກຣາຊະທູດ ຣາຊະອານາຈັກອັງກິດ ປະຈຳ ສປປ ລາວ, 2) ທ່ານ ໂທມາດ ລາມາ (Thomas Lammar), ອຸປະທູດ ລຸກຊໍາບວກ ປະຈຳ ສປປ ລາວ, 3) ທ່ານ ໂຈນາທາ ຄິງ (Jonathan Kings), ເອກອັກຄະລັດຖະທູດ ນິວຊີແລນ ປະຈຳ ສປປ ລາວ ແລະ 4) ທ່ານ ເປໂດຣ ສະວາເລນ (Pedro Zwahlen) ເອກອັກຄະລັດຖະທູດ ສະວິດເຊີແລນ ປະຈຳ ສປປ ລາວ ຮ່ວມລົງນາມ;

2) ກອງປະຊຸມ ໄດ້ສະຫລຸບຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2020 - 2025) ແລະ ນໍາສະເໜີຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ພ້ອມທັງເປັນເອກະພາບສູງໃນການເພີ່ມທະວີເອົາໃຈໃສ່ຈັດຕັ້ງປະຕິບັດ ໂດຍສຸມໃສ່ກຳນົດມາດຕະການ ແລະ ນະໂຍບາຍຢ່າງລະອຽດຈະແຈ້ງ ເພື່ອແນໃສ່ບັນລຸ 06 ເປົ້າໝາຍ ຂອງແຜນດັ່ງກ່າວ;

3) ກອງປະຊຸມ ໄດ້ຮັບຟັງການລາຍງານຄວາມຄືບໜ້າໃນການກະກຽມຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ແລະ ການຈັດຕັ້ງປະຕິບັດແຜນດໍາເນີນງານ ໂດຮາ ສໍາລັບປະເທດດ້ອຍພັດທະນາຂອງ ສປປ ລາວ ເພື່ອຮັບປະກັນອະນາຄົດຂອງທຸກຄົນ ດ້ວຍການຊຸກຍູ້ການສ້າງ ແລະ ຈັດຕັ້ງປະຕິບັດຍຸດທະສາດການສະໜອງທຶນ, ການຄຸ້ມຄອງໜີ້ສິນທີ່ຮັດກຸມ ເພື່ອຄຸ້ມຄອງ-ບໍລິຫານໜີ້ສິນແບບຍືນຍົງ ແລະ ສາມາດສະໜອງງົບປະມານ ໃຫ້ແກ່ຂະແໜງການທີ່ສໍາຄັນ ເຊັ່ນ: ຂະແໜງການສຶກສາ ແລະ ສາທາລະນະສຸກ ອັນເປັນພື້ນຖານສໍາຄັນໃນການຫຼຸດພົ້ນອອກຈາກ ສະຖານນະພາບປະເທດ ດ້ອຍພັດທະນາ ຂອງ ສປປ ລາວ.

4) ກອງປະຊຸມ ໄດ້ຮັບຟັງບົດສະເໜີຜົນການປຶກສາຫາລື ໃນເວທີສົນທະນາລະດັບສູງ ພາຍໃຕ້ຫົວຂໍ້: “ພາຍຫຼັງອອກຈາກສະຖານະພາບດ້ອຍພັດທະນາ, ເປີດປະຕູສູ່ແນວທາງໃໝ່ໃນການພັດທະ ນາ-ການເຕີບໂຕ, ສົ່ງເສີມການມີວຽກເຮັດງານທໍາ ແລະ ເຕັກໂນໂລຊີ" ໂດຍການລົງເລິກການເຂົ້າເຖິງເຕັກໂນໂລຊີ ແລະ ການຖ່າຍໂອນຄວາມຮູ້, ການຫັນເປັນສີຂຽວ, ປັນຍາປະດິດກາຍເປັນເຄື່ອງທັນສະໄໝ ສໍາຄັນ ແລະ ການຄຸ້ມຄອງບໍລິຫານລັດ ແລະ ການເງິນ. ພ້ອມດຽວກັນນີ້, ທ່ານ ເດວິດ ແມັກລາແລນ-ຄາ, ຜູ້ອໍານວຍການອົງການສະຫະປະຊາຊາດ ດ້ານການປະສານງານ ເພື່ອການພັດທະນາ ປະຈຳພາກພື້ນອາຊີ-ປາຊີຟິກໃນນາມປະ ທານຮ່ວມກອງປະຊຸມໂຕະມົນລະດັບສູງ ຄັ້ງທີ XIV ໄດ້ນໍາສະເໜີແນວທາງການຮ່ວມມື ເພື່ອການພັດທະນາ ກັບ ສປປ ລາວ ໃນຕໍ່ໜ້າ;

ໃນຕອນທ້າຍ, ພະນະທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ທິດຊີ້ນໍາ ໃນການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມໂຕະມົນລະດັບສູງ ຄັ້ງທີ XIV ໃຫ້ເປັນຮູບປະທໍາ ແລະ ນໍາເອົາຜົນປະໂຫຍດໄປສູ່ປະຊາຊົນຢ່າງແທ້ຈິງ.

© 2025 Copyright: ກະຊວງການເງິນ, ສປປ ລາວ