ໃນວັນທີ 14 ພະຈິກ 2025 ທີ່ສະຖາບັນເສດຖະກິດ-ການເງິນ ໄດ້ປິດຊຸດຝຶກອົບຮົມທັກສະການບັນຍາຍເອກະສານ ໃຫ້ພະນັກງານ-ລັດຖະກອນ ກະຊວງການເງິນ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຟອງສີສຸພັນ ພົມມະວົງ ຫົວໜ້າສະຖາບັນເສດຖະກິດການເງິນ, ມີຮອງຫົວໜ້າກົມ, ຄະນະຮັບຜິດຊອບ, ວິທະຍາກອນ, ນັກສໍາມະນາກອນ ທີ່ມາຈາກຫ້ອງການ, ບັນດາກົມ, ສະຖາບັນອ້ອມຂ້າງ ກະຊວງການເງິນ ຈໍານວນ 30 ທ່ານ, ຍິງ 17 ທ່ານ ເຂົ້າຮ່ວມ. ທ່ານ ວຽງຄອນ ບົວພະຈັນ ຮອງຫົວໜ້າສະຖາບັນເສດຖະກິດ-ການເງິນ ໄດ້ກ່າວວ່າ: ການຈັດຝຶກອົບຮົມໃນຄັ້ງນີ້ີແມ່ນໃຊ້ເວລາຮຽນທັງໝົດ 05 ວັນ ລັດຖະການ (ນັບແຕ່ວັນທີ 10-14 ພະຈິກ 2025) ເຊິ່ງຫົວຂໍ້ທີ່ສໍາເລັດໃນການຝຶກອົບຮົມ ປະກອບມີ: ທັກສະການບັນຍາຍເອກະສານ, ທັກສະການນໍາສະເໜີ ແລະ ການສ້າງບົດນໍາສະເໜີ, ທັກສະການເວົ້າ ພິທີນຳສະເໜີເຂົ້າໃນການປະຕິບັດວຽກງານຕົວຈິງໃນການສ້າງບົດສອນ ຂຶ້ນນຳສະເໜີ ໃນຫົວຂໍ້ທັງ ພິທີເປີດ-ປິດ ແລະ ປະເມີນຜົນ, ເຊິ່ງການຝຶກອົບຮົມໃນຄັ້ງນີ້ແມ່ນໄດ້ຮັບຟັງການບັນຍາຍແລກປ່ຽນຄວາມຄິດເຫັນ, ຝຶກປະຕິບັດຕົວຈິງ ແລະ ປະເມີນການຝຶກອົບຮົມ ຈາກນັກວິທະຍາກອນຂອງສະຖາບັນເສດຖະກິດ-ການເງິນ. ໂອກາດດັ່ງກ່າວ, ທ່ານ ຟອງສີສຸພັນ ພົມມະວົງ ຫົວໜ້າສະຖາບັນເສດຖະກິດ-ການເງິນ ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມສຳເລັດອັນຈົບງາມ ຂອງຊຸດຝຶກອົບຮົມຄັ້ງນີ້, ໂດຍແມ່ນຄວາມເອົາໃຈໃສ່ ແລະ ຄວາມຕັ້ງໃຈ ຂອງນັກສຳມະນາກອນທຸກທ່ານ ທີ່ໄດ້ເອົາໃຈໃສ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າຮ່ວມໃນການແລກປ່ຽນບົດຮຽນ ແລະ ຝຶກປະຕິບັດໂຕຈິງ, ເຊິ່ງໄດ້ເຮັດໃຫ້ຊຸດຝຶກອົບຮົມ ມີຄວາມສຳເລັດອຸດົມສົມບູນ, ສ້າງຄວາມເຊື່ອໝັ້ນ ແລະ ຄວາມໜ້າເຊື່ອຖື ໃນຖານະທີ່ພວກເຮົາເປັນຜູ້ບໍລິຫານ ແລະ ຈັດຕັ້ງປະຕິບັດນະໂຍບາຍເສດຖະກິດ-ການເງິນ ຂອງຊາດ. ການຝຶກອົບຮົມຄັ້ງນີ້ ໄດ້ຢໍ້າໃຫ້ເຫັນເຖິງຄວາມສໍາຄັນຂອງ ຄວາມເປັນມືອາຊີບ ໃນການສື່ສານເຜີຍແຜ່ບັນດານິຕິກຳ ແລະ ບົດນຳສະເໜີວິທະຍາສາດຕ່າງໆ ຂອງຂະແໜງການເງິນ. ສະນັ້ນ, ຄວາມສາມາດໃນການບັນຍາຍເອກະສານທີ່ດີນັ້ນ ເປັນກຸນແຈສໍາຄັນ ທີ່ຈະຊ່ວຍໃນການເຊື່ອມໂຍງ ລະຫວ່າງ ພາກລັດ ກັບ ປະຊາຊົນ ແລະ ພາກທຸລະກິດ ມີຄວາມເຂົ້າໃຈເຖິງພາລະບົດບາດ ແລະ ນະໂຍບາຍຕ່າງໆ ຂອງລັດວາງອອກໃນແຕ່ລະໄລຍະ ໄດ້ຢ່າງຖືກຕ້ອງ ແລະ ຊັດເຈນ. ພ້ອມນັ້ນ, ທ່ານ ຟອງສີສຸພັນ ພົມມະວົງ ຫົວໜ້າສະຖາບັນເສດຖະກິດ-ການເງິນ ຍັງໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ນັກສຳມະນາກອນທັງໝົດ ຈຳນວນ 30 ທ່ານ.





