ໃນຕອນບ່າຍຂອງວັນທີ 19 ພະຈິກ 2025 ກະຊວງການເງິນ ຮ່ວມກັບ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ ໄດ້ຖະແຫຼ່ງຂ່າວຜົນສຳເລັດຂອງກອງປະຊຸມໂຕະມົນລະດັບສູງ ຄັ້ງທີ XIV ປີ 2025 ໂດຍການເປັນປະທ່ານ ຂອງທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ, ຮອງປະທານ ຜູ້ປະຈຳການຄະນະຊີ້ນຳລະດັັບຊາດ ແລະ ທ່ານ ບັກໂຮເດຍ ເບີຄະນ໋ອຟ ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ, ພ້ອມນີ້ຍັງມີບັນດາທ່ານ ຮອງລັດຖະມົນຕີ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຈາກຄູ່ຮ່ວມພັດທະນາ, ພາກເອກະຊົນ, ອົງການຈັດຕັ້ງສາກົນ ແລະ ນັກຂ່າວ, ສື່ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ. ໃນພິທີ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ, ຮອງປະທານ ຜູ້ປະຈຳການຄະນະຊີ້ນຳລະດັັບຊາດ ໄດ້ກ່າວມີຄຳເຫັນວ່າ: ຜົນສໍາເລັດກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ XIV ປີ 2025, ເຊິ່ງໄດ້ຈັດຂຶ້ນ ເປັນເວລາ 1 ວັນເຕັມ ພາຍໃຕ້ຫົວຂໍ້: “ເພີ່ມທະວີການເປັນຄູ່ຮ່ວມ ເພື່ອການພັດທະນາ ທີ່ມີປະສິດທິຜົນ ເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເພື່ອພ້ອມກັນກ້າວເຂົ້າສູ່ ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຢ່າງໝັ້ນທຽງ, ມີສະຖຽນລະພາບ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ” ເຊິ່ງຜົນຂອງກອງປະຊຸມດັ່ງກ່າວໄດ້ຮັບຮອງສຶບຕໍ່ສະໜັບສະໜູນ ໃນການປະຕິບັດວຽກງານການພັດທະນາຂອງ ສປປ ລາວ ເປັນຕົ້ນ: ໄດ້ຢືນຢັນຄືນໃໝ່ເຖິງຄຳໝັ້ນສັນຍາ ໃນການສະໜັບສະໜູນຢ່າງເຕັມສ່ວນ ເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ XIV ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs); ສືບຕໍ່ແກ້ໄຂ ແລະ ຟື້ນຟູເສດຖະກິດ ທີ່ເປັນຜົນພວງຈາກການແຜ່ລະບາດຂອງພະຍາດໂຄວິດ 19 ແລະ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃນໄລຍະຜ່ານມາ; ສືບຕໍ່ຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກ ໃນການ ຄຸ້ມຄອງອັດຕາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ, ປັບປຸງການເກັບລາຍຮັບງົບປະມານທັນສະໄໝ; ສືບຕໍ່ສຸມໃສ່ປັບປຸງໂຄງລ່າງພື້ນຖານ ຕາມແລວທາງເສດຖະກິດຕ່າງໆ; ສືບຕໍ່ສຸມໃສ່ພັດທະນາຊັບພະຍາກອນມະນຸດ ເພື່ອປັບປຸງຄຸນນະພາບການສືກສາໃຫ້ດີຂື້ນກວ່າເກົ່າ; ສືບຕໍ່ການກະກຽມຄວາມພ້ອມ ໃນການຫຼຸດພົ້ນອອກຈາກສະຖານະພາບດ້ອຍະເທດພັດທະນາ ຂອງ ສປປ ລາວ ພ້ອມນັ້ນ, ທ່ານ ລັດຖະມົນຕີ ຍັງໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ອົງການກ່ຽວຂ້ອງ ຢູ່ສູນກາງ ແລະ ອົງການປົກຄອງທ້ອງຖິ່ນ, ບັນດາຄູ່ຮ່ວມພັດທະນາ, ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ ສືບຕໍ່ຍົກສູງຄວາມຮັບຜິດຊອບ, ຄວາມເປັນເຈົ້າການ ທັງເພີ່ມທະວີການປະສານງານສົມທົບເຊິ່ງກັນ ແລະ ກັນຢ່າງກົມກຽວ ເພື່ອຜັນຂະຫຍາຍຜົນກອງປະຊຸມໂຕະມົນລະດັບສູງ ຄັ້ງທີ XIV ປີ 2025 ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ໃຫ້ສຳເລັດຜົນຕາມຄາດໝາຍທີ່ວາງໄວ. ຕາງໜ້າໃຫ້ແກ່ລັດຖະບານ ຂໍສະແດງຄວາມຂອບໃຈມາຍັງບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນ ທີ່ໄດ້ໃຫ້ ການສະໜັບສະໜູນ ທາງດ້ານງົບປະມານ ແລະ ເຕັກນິກວິຊາການ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ພິເສດ: ຂໍຂອບໃຈ ລັດຖະບານ ນິວຊີແລນ ແລະ ອົງການສະຫະປະຊາຊາດ ທີ່ໄດ້ໃຫ້ການສະໜັບສະໜູນ ເຮັດໃຫ້ກອງປະຊຸມໂຕະມົນລະດັບສູງຄັ້ງນີ້ ໄດ້ດຳເນີນດ້ວຍບັນຍາກາດດີ ແລະ ຄົບຖ້ວນສົມບູນ. ພ້ອມນັ້ນ, ທ່ານ ລັດຖະມົນຕີ ກະຊວງການເງິນ ໄດ້ສະແດງຄວາມຂອບໃຈ ມາຍັງສື່ສານມວນຊົນ ແລະ ບັນດາທ່ານທີ່ເຂົ້າຮ່ວມພິທີ ແລະ ບັນດາທ່ານທີ່ຮັບຊົມທາງໂທລະພາບ, ໜັງສືພິມ ແລະ ຜ່ານຊ່ອງທາງສື່ສານອື່ນໆ ທີ່ໄດ້ໃຫ້ຄວາມສົນໃຈ ແລະ ຕິດຕາມການເຄື່ອນໄຫວຂອງວຽກງານຂະບວນການຂອງກອງປະຊຸມໂຕະມົນ ກໍຄືການພັດທະນາຂອງ ສປປ ລາວ ຕະຫຼອດມາ ອັນເປັນການປະກອບສ່ວນຢ່າງໃຫຍ່ຫຼວງ ແລະ ສໍາຄັນ ຕໍ່ວຽກງານຂະບວນການໂຕະມົນ ຂອງພວກເຮົາເຮັດໃຫ້ກອງປະຊຸມໂຕະມົນຄັ້ງນີ້ປະສົບຜົນສໍາເລັດຢ່າງຈົບງາມ. 




