ໃນລະຫວ່າງວັນທີ 14-15 ມັງກອນ 2025ທີ່ແຂວງຈໍາປາສັກ, ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ກ່ຽວກັບ 03 ຮ່າງເອກະສານສໍາຄັນ ຕິດພັນກັບວຽກງານການເງິນແຫ່ງລັດ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ, ໂດຍມີຕາງໜ້າ ຫົວໜ້າກົມ,ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ວິຊການ ອ້ອມຂ້າງກະຊວງການເງິນ ແລະ ພະແນກການກ່ຽວຂ້ອງຈາກ 6 ແຂວງ ພາກກາງ ແລະ ພາກໃຕ້ ເຊັ່ນ: ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ອັດຕະປື ແລະ ຈໍາປາສັກ ເຂົ້າຮ່ວມ.
![]() |
ກອງປະຊຸມໃນຄັ້ງນີ້, ແມ່ນເພື່ອເປັນການລະດົມແນວຄວາມຄິດເຫັນ ຈາກບັນດາຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະຢູ່ຂັ້ນທ້ອງຖິ່ນ ທີ່ເປັນຜູ້ຈັດຕັ້ງປະຕິບັດວຽກງານຕົວຈິງຢູ່ຂັ້ນຮາກຖານ ຕໍ່ກັບບັນດາເນື້ອໃນ ຂອງ 03 ເອກະສານ ຄື: “ຮ່າງ” ບົດຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິ ວ່າດ້ວຍການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ ໃນໄລຍະໃໝ່ ຂອງຂະແໜງການເງິນ; ຮ່າງ ການທົບທວນ, ປະເມີນ ຍຸດທະສາດພັດທະນາການເງິນ ແຫ່ງລັດ ຮອດປີ 2025 ແລະ ການສ້າງ ຮ່າງ ຍຸດທະສາດພັດທະນາການເງິນແຫ່ງລັດ ໃນຕໍ່ໜ້າ ແລະ ຮ່າງ ແຜນພັດທະນາຂະແໜງການເງິນແຫ່ງລັດ ໄລຍະ 5 ປີ (2026-2030), ເພື່ອເຮັດໃຫ້ການຈັດຕັ້ງຜັນຂະຫຍາຍ ແລະ ການກຳນົດທິດທາງລວມ, ຄາດໝາຍສູ້ຊົນ ແລະ ບັນດາວຽກງານຈຸດສຸມ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານການເງິນ-ງົບປະມານ ໃນຕໍ່ໜ້າ ໃຫ້ມີຄວາມສອດຄ່ອງ ແລະ ສາມາດຈັດຕັ້ງປະຕິບັດໄດ້ຕົວຈິງ.
![]() |
ພາຍໃນກອງປະຊຸມ, ໄດ້ຮັບຟັງການນໍາສະເໜີ ຈາກກົມນະໂຍບາຍການເງິນ ກ່ຽວກັບການຄົ້ນຄວ້າ 3 ຮ່າງເອກະສານດັ່ງກ່າວ, ພ້ອມທັງຮັບຟັງການສະເໜີໂດຍຫຍໍ້ຈາກ 2 ກົມ ຄື: ກົມງົບປະມານແຫ່ງລັດ, ກົມຄຸ້ມຄອງບັນຊີ ກ່ຽວກັບແຜນພັດທະນາການເງິນແຫ່ງລັດ 5 ປີ ໃນວຽກງານງົບປະມານແຫ່ງລັດ ແລະ ໃນວຽກງານຄຸ້ມຄອງການບັນຊີ ພ້ອມທັງໄດ້ມີການຖອດຖອນບົດຮຽນ ໃນການຄຸ້ມຄອງການເງິນ-ງົບບປະມານແຫ່ງລັດ ແລະ ທິດທາງແຜນພັດທະນາການຄຸ້ມຄອງການເງິນພາກລັດ ຂອງພະແນກການເງິນແຂວງຈໍາປາສັກ ທີ່ໄດ້ມີການຈັດຕັ້ງປະຕິບັດໃນຂັ້ນທ້ອງຖິ່ນ ໃນໄລຍະຜ່ານມາ.
![]() |
ໂອກາດດັ່ງກ່າວ, ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ໃຫ້ຮູ້ວ່າ: ກອງປະຊຸມໃນ ຄັ້ງນີ້, ແມ່ນເພື່ອພ້ອມກັນຄົ້ນຄວ້າປຶກສາຫາລື ແລກປ່ຽນຄໍາຄິດເຫັນ ຢ່າງກົງໄປກົງມາດ້ວຍຄວາມຮັບຜິດຊອບສູງ ຕໍ່ກັບ 3 ຮ່າງເອກະສານ ບົນພື້ນຖານວຽກງານທີ່ຕິດພັນກັບແຕ່ລະຂະແໜງການ, ທັງເນັ້ນໃຫ້ເອົາໃຈໃສ່ໃນການປະກອບຄໍາເຫັນ ແລະ ແລກປ່ຽນທັດສະນະວິຊາການ ເຂົ້າໃສ່ ບັນດາຮ່າງ ເອກະສານ ຢ່າງມີຈຸດສຸມ ໂດຍສະເພາະເນື້ອໃນທີ່ຜັນຂະຫຍາຍ ມະຕິ 04/ກມສພ ແລະ ມະຕິ 05/ລບ ໃນ ວຽກງານສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ແລະ ການປະເມີນການຈັດຕັ້ງປະຕິບັດຍຸດທະສາດພັດທະນາຂະແໜງການເງິນແຫ່ງລັດ. ພ້ອມທັງສຸມໃສ່ຄົ້ນຄວ້າຮ່ວມກັນ ກ່ຽວກັບ ຂອບແນວຄວາມຄິດໃນການກຳນົດວິໄສທັດ ແລະ ຍຸດທະສາດພັດທະນາການເງິນແຫ່ງລັດ ໃນຕໍ່ໜ້າ ໂດຍສະເພາະ ການກຳນົດທິດທາງລວມ, ຄາດໝາຍມະຫາພາກ ແລະ ວຽກງານຈຸດສຸມໃນແຕ່ລະດ້ານໃຫ້ມີຄວາມຊັດເຈນ, ພາວະວິໄສ ແລະ ໃຫ້ສອດຄ່ອງທິດທາງແຜນພັດທະນາເສດຖະກິດ-ສັງຄົມ ຕາມທິດການສ້າງເສດຖະກິດ ເອກະລາດ ເຈົ້າຕົນເອງ, ການເຕີບໂຕສີຂຽວ ແລະ ຍືນຍົງ.