• ກະຊວງການເງິນ
  • |
  • 2025-11-19
  • |
  • ວຽກຮ່ວມມື

        ໃນວັນທີ 19 ພະຈິກ 2025, ລັດຖະບານ ແຫ່ງ ສປປ ລາວ ຮ່ວມກັບ ອົງການ ສປຊ ໄດ້ຈັດກອງ ປະຊຸມໂຕະມົນ ລະດັບສູງ ຄັ້ງທີ XIV ຂຶ້ນ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ພາຍໃຕ້ ຫົວຂໍ້ “ເພີ່ມທະວີການເປັນຄູ່ຮ່ວມ ເພື່ອການພັດທະນາ ທີ່ມີປະສິດທິຜົນ ເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ X (2026-2030) ເພື່ອພ້ອມກັນກ້າວເຂົ້າສູ່ການ ຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີສະຖຽນລະພາບ, ໝັ້ນທ່ຽງ ແລະ ບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ” ໃຫ້ກຽດເຂົ້າຮ່ວມ ແລະ ກ່າວປາໄສເປີດກອງປະຊຸມ ໂດຍ ທ່ານ ສອນ ໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ດໍາເນີນກອງປະຊຸມ ໂດຍ ທ່ານ ສະເຫຼີມ ໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ເຊິ່ງມີຜູ້ແທນເຂົ້າຮ່ວມຫຼາຍກວ່າ 500 ທ່ານ ປະກອບມີ: ສະພາແຫ່ງຊາດ, ຮອງຫົວໜ້າຄະນະຈັດຕັ້ງສູນກາງ, ກະຊວງຂະແໜງການ, ອົງການທຽບເທົ່າກະຊວງ ລວມທັງ ນະຄອນຫຼວງ ແລະ 17 ແຂວງ, ບັນດາຜູ້ແທນລະດັບສູງ ຈາກປະເທດເພື່ອນມິດ, ວົງສາຄະນາຍາດສາກົນ, ຄູ່ຮ່ວມພັດທະນາ ທັງທີ່ມີສໍານັກງານ/ອົງການຕັ້ງຢູ່ ສປປ ລາວ ແລະ ບໍ່ໄດ້ຕັ້ງຢູ່ ສປປ ລາວ, ອົງການຈັດຕັ້ງທາງສັງຄົມ, ພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ແລະ ພາກສ່ວນທີ່ ກ່ຽວຂ້ອງອື່ນໆ.

        ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນຄວາມ ສໍາຄັນຂອງຂະບວນການກອງປະຊຸມໂຕະມົນ ເຊິ່ງມີຈຸດປະສົງ ເພື່ອເປີດເວທີ ປຶກສາຫາລືແລກປ່ຽນຄໍາ ຄິດເຫັນ ກ່ຽວກັບວຽກງານການພັດທະນາ ຮ່ວມກັນ ລະຫວ່າງ ລັດຖະບານ ແລະ ບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ ແລະ ທຸກພາກສ່ວນໃນສັງຄົມ. ສິ່ງສໍາຄັນອີກປະການໜຶ່ງ ກໍ່ຄື ໃຫ້ເອົາໃຈໃສ່ຈັດຕັ້ງ ປະຕິບັດວຽກງານທີ່ສໍາຄັນ ຈໍານວນໜຶ່ງ ແລະ ຢັ້ງຢືນຄືນຄໍາໝາຍໝັ້ນໃນການສືບຕໍ່ສະໜັບສະໜູນ ໃນ ການຈັດຕັ້ງປະຕິບັດວຽກງານການພັດທະນາ ຂອງ ສປປ ລາວ ເປັນຕົ້ນ:

•        ບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງຕ່າງໆ ໄດ້ຢືນຢັນຄືນໃໝ່ ເຖິງຄໍາໝັ້ນສັນຍາ ໃນການສະໜັບສະໜູນຢ່າງເຕັມສ່ວນ ເພື່ອຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs);

•        ສືບຕໍ່ແກ້ໄຂ ແລະ ຟື້ນຟູເສດຖະກິດ ທີ່ເປັນຜົນພວງຈາກການແຜ່ລະບາດຂອງພະຍາດໂຄວິດ 19 ແລະ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃນໄລຍະຜ່ານມາ ເພື່ອກ້າວໄປສູ່ການສ້າງ ເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໂດຍສຸມໃສ່ການສ້າງຄວາມອາດສາມາດການຜະລິດ ແລະ ບໍລິການພາຍໃນ, ເພີ່ມທະວີທ່າແຮງບົ່ມຊ້ອນຂອງວິສາຫະກິດພາຍໃນປະເທດ ແລະ ສາມາດເຊື່ອມໂຍງເຂົ້າສູ່ຕ່ອງໂສ້ມູນຄ່າການຜະລິດຂອງສາກົນ ແລະ ພາກພື້ນ;

•        ສືບຕໍ່ຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກ ໂດຍສະເພາະ ຄຸ້ມຄອງອັດຕາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ, ປັບປຸງລະບົບການເກັບລາຍຮັບງົບປະມານໃຫ້ມີຄວາມທັນສະ ໄໝ, ໂປ່ງໃສ ແລະ ເຂັ້ມແຂງ;

•        ສືບຕໍ່ສຸມໃສ່ປັບປຸງໂຄງລ່າງພື້ນຖານ ໂດຍສະເພາະ ບັນດາເສັ້ນທາງຄົມມະນາຄົມ ຕາມແລວທາງ ເສດຖະກິດຕ່າງໆ, ທາງຫຼວງແຫ່ງຊາດ ແລະ ທາງຫຼວງທ້ອງຖິ່ນ;

•        ສືບຕໍ່ສຸມໃສ່ພັດທະນາຊັບພະຍາກອນມະນຸດ ເປັນຕົ້ນ ປັບປຸງຄຸນນະພາບການສຶກສາໃຫ້ດີຂຶ້ນ ກວ່າເກົ່າ ແນ່ໃສ່ສ້າງຊັບພະຍາກອນມະນຸດທີ່ເຂັ້ມແຂງປະກອບສ່ວນເຂົ້າສູ່ການຜະລິດ ແລະ ບໍລິການພາຍໃນ ໂດຍສະເພາະ ປັບປຸງລະບົບການສຶກສາສາຍສາມັນສຶກສາ, ຄົ້ນຄວ້າເພີ່ມ ນະໂຍບາຍອາຫານທ່ຽງໃຫ້ນັກຮຽນ, ເບ້ຍລ້ຽງໃຫ້ນັກຮຽນ-ນັກສຶກສາ; ປັບປຸງລະບົບ ສາທາລະນະສຸກ ໂດຍຮັບປະກັນການສະໜອງເຄື່ອງມື ແລະການບໍລິການສາທາລະນະສຸກທີ່ມີຄຸນ ນະພາບ;

•        ສືບຕໍ່ການກະກຽມຄວາມພ້ອມ ໃນການຫຼຸດພົ້ນອອກຈາກສະຖານະພາບດ້ອຍະເທດພັດທະນາ ຂອງ ສປປ ລາວ ເປັນຕົ້ນ ການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເຮັດໃຫ້ການພັດທະນາມີຄຸນນະພາບ ແລະ ຍືນຍົງ, ສົ່ງເສີມບົດບາດການມີສ່ວນຮ່ວມຂອງພາກເອກະຊົນ ຕໍ່ກັບວຽກງານການ ພັດທະນາ, ເພີ່ມທະວີປະສິດທິຜົນຂອງການຮ່ວມມືເພື່ອການພັດທະນາ. ພ້ອມທັງ, ສືບຕໍ່ປະຕິບັດ ບັນດາເປົ້າໝາຍການພັດທະນາແບບຍືນຍົງ (SDGs) ເພື່ອຮັບປະກັນພາຍຫຼັງຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາແລ້ວ, ສປປ ລາວ ຕ້ອງເປີດປະຕູສູ່ແນວທາງໃໝ່ ໃນການພັດທະນາ - ການເຕີບໂຕ, ສົ່ງເສີມການມີວຽກເຮັດງານທໍາ ແລະ ເຕັກໂນໂລຊີ ພ້ອມຮັບປະກັນການເຕີບໂຕ ສີຂຽວ ໂດຍຈະເນັ້ນໃສ່ການພັດທະນາເສດຖະກິດ ໄປຄຽງຄູ່ກັບການປົກປັກຮັກສາສິ່ງແວດ ລ້ອມ;

•        ຜົນສໍາເລັດຂອງກອງປະຊຸມໂຕະມົນລະດັບສູງ ຄັ້ງທີ XIV ປີ 2025 ໃນຄັ້ງນີ້, ກະຊວງການເງິນ ໃນນາມຜູ້ປະຈຳການຄະນະຊີ້ນໍາລະດັບຊາດ ເພື່ອຂະບວນການໂຕະມົນ ຈະປະສານສົມທົບກັບ ພາກ ສ່ວນກ່ຽວຂ້ອງສັງລວມ ແລະ ລາຍງານ ຕໍ່ ລັດຖະບານ ສປປ ລາວ ເພື່ອມີທິດຊີ້ນໍາ ແລະ ເປັນບ່ອນອີງໃຫ້ທຸກພາກສ່ວນຈັດຕັ້ງປະຕິບັດຕາມພາລະບົດບາດ ແລະ ສິດໜ້າທີ່ຂອງຕົນ.

         ໃນຕອນທ້າຍຂອງທີ່ປະຊຸມໄດ້ຮັບທິດຊີ້ນໍາຈາກ ພະນະທ່ານ ສະເຫຼີມໄຊ ກົມມະສິດ ຮອງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ໂດຍທ່ານໄດ້ຕີລາຄາສູງເຖິງຜົນສໍາເລັດຂອງກອງປະຊຸມໃນຄັ້ງນີ້ ທີ່ມີຄວາມໝາຍຄວາມສໍາຄັນ ແລະ ເຕັມໄປດ້ວຍເນື້ອໃນທີ່ອຸດົມສົມບູນ ເພື່ອໃຫ້ແຕ່ລະພາກສ່ວນນໍາໄປ ຄົ້ນຄວ້າ ແລະ ຮ່ວມກັນຈັດຕັ້ງປະຕິບັດໃຫ້ບັນລຸເປົ້າໝາຍ ດັ່ງນີ້: ພວກເຮົາຈະໄດ້ພ້ອມກັນ ສືບຕໍ່ຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານ ເສດຖະກິດ-ການເງິນ ໂດຍສຸມໃສ່ການບັນລຸ 6 ຄາດໝາຍ ຄື: (1) ການສ້າງເສດຖະກິດເອກະລາດ ເປັນ ເຈົ້າຕົນເອງ; (2) ການພັດທະນາຊັບພະຍາກອນມະນຸດ; (3) ສົ່ງເສີມຊີວິດການເປັນຢູ່ທີ່ດີ ແລະ ສັງຄົມທີ່ ໜ້າຢູ່; (4) ປົກປັກຮັກສາສິ່ງແວດລ້ອມ ແລະ ຫຼຸດຜ່ອນຄວາມສ່ຽງຈາກຜົນກະທົບຕ່າງໆ; (5) ສ້າງໂຄງ ລ່າງທີ່ມີຄວາມທົນທານ ເພື່ອເຊື່ອມໂຍງ-ເຊື່ອມຈອດ ໃນທຸກລະດັບ; ແລະ (6) ປັບປຸງການຄຸ້ທຄອງ ບໍລິຫານລັດ ຢ່າງມີປະສິດທິຜົນ.

© 2025 Copyright: ກະຊວງການເງິນ, ສປປ ລາວ