ແລກປ່ຽນດ້ານວິຊາການ ການກຳນົດມາດຕະຖານ, ເຕັກນິກ
ໂຄງການສະໜອງລະບົບໂປຣແກຣມຄອມພິວເຕີ
ໃນວັນທີ 18 ພະຈິກ 2025 ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ ໄດ້ຈັດກອງປະຊຸມແລກປ່ຽນທາງດ້ານວິຊາການກ່ຽວກັບການກໍານົດມາດຕະຖານ, ເຕັກນິກ, ໜ້າ ວຽກ ແລະ ຫົວໜ່ວຍລາຄາໂຄງ ການສະໜອງລະບົບໂປຣແກຣມຄອມພີວເຕີ ຂອງບັນດາກະຊວງ, ອົງການ ທີ່ສົ່ງມາ ຍັງກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ເພື່ອດໍາເນີນການປະເມີນກ່ອນບັນຈຸເຂົ້າແຜນການລົງທຶນຂອງລັດ. ໂດຍການເປັນປະທານ ຂອງ ທ່ານ ອຸຕະແກ້ວ ແກ້ວດວງສິນ ຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ;ຮ່ວມກັບ ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ, ສູນບໍລິຫານລັດດິຈີຕອນ, ກົມເຕັກໂນໂລຊີ ດິຈີຕອນ ກະ ຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພະແນກທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ອຸຕະແກ້ວ ແກ້ວດວງສິນ ໄດ້ຍົກໃຫ້ເຫັນເຖິງບັນຫາທ້າທ້າຍ ແລະ ຂໍ້ຫຍຸ້ງຍາກໃນການຄົ້ນຄວ້າ-ປະເມີນໂຄງ ການສະໜອງວັດຖຸປະກອນ ໂດຍສະເພາະແມ່ນໂຄງການສະໜອງລະບົບໂປຣແກຣມຄອມພີວເຕີຂອງບັນດາ ກະຊວງ, ອົງການ ໃນໄລຍະຜ່ານມາ ຍັງບໍ່ທັນມີພາກສ່ວນເຕັກນິກທີ່ຮັບຜິດຊອບໃນການກຳນົດມາດຕະຖານ, ເຕັກນິກ, ໜ້າວຽກ ແລະ ຫົວໜ່ວຍລາຄາກ່ຽວກັບວຽກງານດັ່ງກ່າວ ເຊິ່ງແຕກຕ່າງຈາກໂຄງການກໍ່ ສ້າງທີ່ມີບັນດາ ຂະແໜງການເຕັກນິກທີ່ກ່ຽວຂ້ອງເປັນຜູ້ກຳນົດຫົວໜ່ວຍລາຄາ ແລະ ຢັ້ງຢືນທາງດ້ານເຕັກນິກ.
ເພື່ອເປັນພື້ນຖານໃນການຄົ້ນຄວ້າ ແລກປ່ຽນຄຳເຫັນໃນຄັ້ງນີ້ທ່ານ ນາງ ອຸດາລອນ ສີໂພວົງ ຮອງ ຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ໄດ້ລາຍງານກ່ຽວກັບບັນດານິຕິກຳທີ່ກ່ຽວຂ້ອງ, ຫຼັກການ ແລະ ວິທີການໃນການຄົ້ນຄວ້າ-ປະເມີນໂຄງການສະໜອງລະບົບໂປຣແກຣມຄອມພີວເຕີ ຂອງບັນດາກະຊວງ, ອົງການ ທີ່ໄດ້ສົ່ງມາດໍາເນີນການປະເມີນໃນໄລຍະຜ່ານມາຕໍ່ທີ່ປະຊຸມ. ຫຼັງຈາກນັ້ນບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມໄດ້ ພ້ອມກັນແລກປ່ຽນຄໍາຄິດຄໍາເຫັນຕໍ່ບັນຫາດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ, ດ້ວຍຄວາມເອົາໃຈໃສ່ ແລະ ມີຄໍາ ເຫັນຢ່າງກົງໄປກົງມາ.
ພ້ອມນີ້, ກອງປະຊຸມໄດ້ເຫັນດີເປັນເອກະພາບໃຫ້ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ, ກົມເຕັກໂນ ໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ, ສູນບໍລິຫານລັດດິຈິຕອນ ແລະ ກົມເຕັກໂນໂລຊີດິຈີຕອນ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ສືບຕໍ່ລົງເລິກຄົ້ນຄວ້າ, ເອກະພາບ, ກຳນົດວິທີການ, ຂັ້ນຕອນ ແລະ ຫຼັກການກຳນົດມາດຕະຖານ, ເຕັກນິກ, ໜ້າວຽກ ແລະ ຫົວໜ່ວຍລາຄາ ຂອງໂຄງການສະໜອງລະບົບໂປຣແກຣມ ຄອມພິວເຕີ ໃຫ້ສໍາເລັດຕາມແຜນທີ່ວາງໄວ້.