
ໃນວັນທີ 17 ພະຈິກ 2025, ໂຄງການ LAOSTAT II ໄດ້ຈັດກອງປະຊຸມປະເມີນການ ກາງສະໄໝ ໃນການຈັດຕັ້ງປະຕິບັດໂຄງການ LAOSTAT II ໂດຍການເປັນປະທານຮ່ວມ ຂອງທ່ານ ນາງ ເພັດສະໝອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງການເງິນ, ຫົວໜ້າໂຄງການ LAOSTAT II ແລະ ທ່ານ ນາງ Dung Doan ຫົວໜ້າບໍລິຫານໂຄງການຝ່າຍທະນາຄານໂລກ, ຕາງໜ້າຈາກ ຫົວໜ້າບໍລິຫານໂຄງການຝ່າຍທະນາຄານໂລກ, ຫົວໜ້າ, ຮອງຄະນະ ຈາກມະຫາວິທະຍາໄລແຫ່ງຊາດ, ຄະນະຊີ້ນຳ, ຕາງໜ້າໜ່ວຍງານຈັດຕັ້ງປະຕິບັດໂຄງການ, ຄະນະຊ່ຽວຊານທະນາຄານໂລກ , ໜ່ວຍງານ PIU ພາຍໃນສູນສະຖິຕິແຫ່ງຊາດ, ກະຊວງ, ຂະແໜງການ, ສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ ຈາກມະຫາວິທະຍາໄລແຫ່ງຊາດ ແລະ ຄະນະຮັບຜິດຊອບໂຄງການ ເຂົ້າຮ່ວມ.

ກອງປະຊຸມປະເມີນການ ກາງສະໄໝ ໃນການຈັດຕັ້ງປະຕິບັດໂຄງການ LAOSTAT II ຄັ້ງນີ້ ເພື່ອທົບທວນຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ກາງສະໄໝ ເຖິງຜົນໄດ້ຕາມບັນດາຕົວຊີ້ບອກ ແລະ ຈຸດປະສົງຂອງໂຄງການ; ປຶກສາຫາລືຂໍ້ຄົງຄ້າງ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດວຽກງານຈັດຊື້-ຈັດຈ້າງ, ວຽກງານການເງິນ ແລະ ການບໍລິຫານຄວາມສ່ຽງ ເພື່ອໃຫ້ສາມາດກຳນົດຈຸດສຸມ ທີ່ການຈັດຕັ້ງປະຕິບັດໃນໄລຍະໂຄງການ ທີ່ຍັງເຫຼືອ ໃຫ້ສາມາດບັນລຸໄດ້ຕາມເປົ້າໝາຍຂອງໂຄງການ; ທົບທວນຄືນບັນດາຄາດໝາຍຂອງໂຄງການ ເຮັດໃຫ້ຮັບປະກັນຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງລັດຖະບານ ກໍ່ຄືວຽກການພັດທະນາລະບົບສະຖິຕິແຫ່ງຊາດ ເປັນຕົ້ນແມ່ນສະຖິຕິເສດຖະກິດມະຫາພາກ; ບັນຫາອື່ນໆ ທີ່ປິ່ນອ້ອມ ເພື່ອກຳນົດແຜນງານ ແລະ ວິທີການແກ້ໄຂວຽກງານໃນຕໍ່ໜ້າ.ທັງເປັນການຂຸ້ນຂ້ຽວປະຕິບັດໜ້າວຽກ ກິດຈະກຳຂອງໂຄງການທີ່ກຳລັງດຳເນີນຢູ່ໃນໄລຍະທ້າຍປີ ໃຫ້ສຳເລັດ ລວມທັງກະກຽມວຽກງານຂອງໂຄງການໄລຍະທ້າຍສະໄໝທີ່ຍັງເຫລືອ ໃຫ້ສຳເລັດ.
ກອງປະຊຸມປະເມີນການ ກາງສະໄໝ ການຈັດຕັ້ງປະຕິບັດໂຄງການ LAOSTAT II ໄດ້ຮຽກຮ້ອງໃຫ້ບັນດາຜູ້ແທນເຂົ້າຮ່ວມ ຈາກບັນດາກະຊວງ, ຂະແໜງການ, ຄະນະຊ່ຽວຊານທະນາຄານໂລກ, ມະຫາວິທະຍາໄລແຫ່ງຊາດ, ສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ ໃຫ້ລາຍງານຜົນ, ປະກອບຄຳຄິດເຫັນ ແລະ ປຶກສາຫາລືຮ່ວມກັນ ເພື່ອກ້າວໄປສູ່ຄວາມເປັນເອກະພາບຜົນສຳເລັດ, ຂໍ້ຄົງຄ້າງ, ແຜນການ ແລະ ລະດັບຄາດໝາຍໃນຕໍ່ໜ້າ ເພື່ອເຮັດໃຫ້ລະບົບສະຖິຕິແຫ່ງຊາດ ສະໜອງຂໍ້ມູນສະຖິຕິທາງການທີ່ຫຼາກຫຼາຍ, ໃຫ້ມີຄຸນນະພາບ ແລະ ທັນເວລາ ສະໜອງໃຫ້ແກ່ລັດຖະບານ.
