
ໃນວັນທີ 14 ພະຈິກ 2025, ສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບ (ສວ-ບກລ) ຈັດຝຶກອົບຮົມ ໃນຫົວຂໍ້ (ຫຼັກການສຳຄັນໃນການຈັດຕັ້ງປະຕິບັດມາດຕະຖານສາກົນດ້ານການລາຍງານການເງິນ ທີ່ທຸກຫົວໜ່ວຍທຸລະກິດຄວນຮູ້ ຫຼື Key IFRS insights every business must know) ຮັບໜ້າທີບັນຍາຍໂດຍ: ທ່ານ ສອນໄຊ ສີລາເພັດ ປະທານສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ມີພະນັກງານວິຊາການ ຄູ່ຮ່ວມຍຸດທະສາດ, ພະນງານວິຊາການ ສວ-ບກລ, ບັນດານັກຝຶກຈາກ ສວ-ບກລ, ຕາງໜ້າຈາກ CPA ແລະ ແຂກທີຖືກເຊີນເຂົ້າຮ່ວມ. ໂດຍການຝຶກຄັ້ງນີ້ ຈັດໃນຮູບແບບ ເຊິ່ງໜ້າ ແລະ ອອນລາຍ.
![]() | ![]() |
ການຈັດຝຶກອົບຮົມຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ທາງດ້ານທິດສະດີ, ຄວາມສາມາດແບບຕໍ່ເນື່ອງ ໃຫ້ກັບນັກຝຶກອົບຮົມໃຫ້ມີຄວາມເຂົ້າໃຈເລິກເຊິ່ງກ່ຽວກັບ ຫຼັກການຂອງມາດຕະຖານການລາຍງານການເງິນ ສຳລັບ ຫົວໜ່ວຍທຸລະກິດຕ້ອງຮູ້ ຫຼື Key IFRS Insights. ຫົວຂໍ້ການຝຶກອົບຮົມ ປະກອບມີ: ການບັນຊີສຳລັບອັດຕາເງິນເຝີ້ສູງ, ຜົນປະໂຫຍດຂອງພະນັກງານທີ່ໄດ້ຮັບດ້ວຍຮຸ້ນປັນຜົນ, ອາກອນເຍື່ອນຊຳລະ, IFRS9 ເຄື່ອງມືທາງການເງິນ:ການສູນເສຍມູນຄ່າທາງໜີສິນທີ່ຄາດໄວ້(ECL) ແລະ IFRS9 ເຄື່ອງມືທາງການເງິນ (ລະຫວ່າງບໍລິສັດແມ່ແລະບໍລິສັດລຸກ).

ໂອກາດນີ້ ທ່ານ ສອນໄຊ ສີລາເພັດ ມີຄຳຄິດເຫັນ ແນະນຳ ຜູ້ເຂົ້າຮ່ວມທັງ ທັງໝົດໃນແບບ ເຊິ່ງໜ້າ ແລະ ອອນລາຍ ຄວນເຂົ້າໃຈເລິ່ງເຊິ່ງໃນດ້ານມາດຕະຖານ IFRS ໃຫ້ນຳໃຊ້ຢ່າງສອດຄ່ອງ ແລະ ລົງເລີກລາຍລະອຽດຕື່ມ ທີ່ຈະຈັດຝຶກຄັ້ງຕໍ່ໄປ, ພາຍຫຼັງສຳເລັດການຝຶກ ມີພິທີມອບໃບຢັ້ງຢືນໃຫ້ບັດດານັກຝຶກອົບຮົມດ້ວຍຜົນສຳເລັດຢ່າງຈົບງາມ.
![]() | ![]() |



