
ກົມພາສີ ກະຊວງການເງິນ ຈັດຊຸດຝຶກອົບຮົມຫຼັກສູດ “ຜູ້ບໍລິການ ແຈ້ງພາສີ” ຊຸດທີ 1 ຂື້ນ ໃນວັນທີ 17 ພະຈິກ 2025, ຊຸດຝຶກອົບຮົມຄັ້ງນີ້ ຈະໄດ້ຈັດຂື້ນເປັນເວລາ 10 ວັນ ແຕ່ວັນທີ 17-21 ແລະ ວັນທີ 24-28 ພະຈິກ 2025 ໃຫ້ບັນດາ ບໍລິສັດ, ວິສາຫະກິດທີ່ດໍາເນີນທຸລະກິດ, ຜູ້ບໍລິການແຈ້ງພາສີ ສິນຄ້າ, ເຄື່ອງຂອງ ຂອງຕົນເອງ ແລະ ບໍລິການແຈ້ງພາສີ ມີຈຸດປະສົງ ສົ່ງອອກ-ນໍາເຂົ້າສິນຄ້າ, ຜ່ານດ່ານພາສີຊາຍແດນ ໂດຍການເປັນປະທານຂອງທ່ານ ພົມມະຈັກ ສີພັນດອນ ຮອງຫົວໜ້າກົມພາສີ ກະຊວງການເງິນ ມີຄະນະພະແນກພາສີ, ບັນດາ ນັກວິທະຍາກອນ, ນັກສໍາມະນາກອນ, ຄະນະຮັບຜິດຊອບຈັດ ຝຶກອົບຮົມ ແລະ ບັນດາ ຜູ້ຕາງໜ້າ ຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
![]() | ![]() | ![]() |
ການຝຶກອົບຮົມຄັ້ງນີ້ ເພື່ອໃຫ້ບໍລິການຮັບຮູ້, ເຂົ້າໃຈທາງດ້ານຫຼັກການ, ຂັ້ນຕອນລະບຽບການ ຂອງຜູ້ບໍລິການແຈ້ງພາສີ ກ່ອນຈະສົ່ງອອກ-ນໍ້າເຂົ້າ ສິນຄ້າເຄື່ອງຂອງ, ການຜ່ານແດນ ແລະ ນໍາເຂົ້າ ສົ່ງອອກຕໍ່ ຜ່ານດ່ານພາສີຊາຍແດນ ໃນຂອບເຂດທົ່ວປະເທດ.

ໂອກາດນີ້ທ່ານ ພົມມະຈັກ ສີພັນດອນ ມີຄຳເຫັນໂອ້ລົມວ່າ: ວຽກງານການຝຶກອົບຮົມການບໍລິການແຈ້ງພາສີ ແມ່ນມີຄວາມສໍາຄັນ ໂດຍນັກສຳມະນາກອນ ຕ້ອງໄດ້ ຮຽນຮູ້ບັນດາກົດໝາຍວ່າດ້ວຍພາສີ, ລະບຽບການ, ນິຕິກຳ, ຂັ້ນຕອນຕ່າງໆ ໃນການໃຫ້ບໍລິການແຈ້ງພາສີ ຕົວຈິງ ກ່ອນຈະນໍາເຂົ້າສິນຄ້າ, ຜ່ານດ່ານພາສີຊາຍແດນ; ຮຽນຮູ້ ເຂົ້າໃຈ ກ່ຽວກັບບັນດາຂັ້ນຕອນ, ລະບຽບການຕ່າງໆ ທີ່ ຄູ່ຝຶກໄດ້ນໍາມາຖ່າຍທອດບົດຮຽນໃຫ້ ໃນຕະຫຼອດ ໄລຍະເວລາ 10 ວັນ ແລະ ຈະໄດ້ຜ່ານສອບເສັງວັດລະດັບຄວາມຮູ້ ເພື່ອຄັດເລືອກເອົາຜູ້ທີ່ສາມາດຜ່ານການສອບເສັງໄດ້ ຈິງຈະມີເງື່ອນໄຂ ຮັບໃບຢັ້ງຢືນຜ່ານການຝຶກອົບຮົມຈາກ ກົມພາສີ ກະຊວງການເງິນ.
ພ້ອມນີ້ທ່ານຍັງຮຽກຮ້ອງໃຫ້ນັກສຳມະນາກອນ ພາຍຫຼັງຜ່ານການຝຶກອົບຮົມແລ້ວ ໃຫ້ນໍາເອົາບົດຮຽນດັ່ງກ່າວ ໄປເປັນຂໍ້ມູນບ່ອນອີງ ແລະ ໝູນໃຊ້ເຂົ້າໃນການປະຕິບັດໜ້າວຽກຕົວຈິງ ໃຫ້ມີປະສິດທິພາບ, ປະສິດທິຜົນ ສອດຄ່ອງກັບກົດໝາຍ ແລະ ລະບຽບການກຳນົດ.


