• ກະຊວງການເງິນ
  • |
  • 2025-11-14
  • |
  • ວຽກຮ່ວມມື

               ໃນວັນທີ 10-13 ພະຈິກ 2025 ຜ່ານມາ, ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງການເງິນ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມຖອດຖອນບົດຮຽນ ກ່ຽວກັບວຽກງານຄຸ້ມຄອງບໍລິຫານຄວາມສ່ຽງຈາກໄພພິບັດທາງທຳມະຊາດ ທີ່ປະເທດຍີ່ປຸ່ນ.

        ກອງປະຊຸມຄັ້ງນີ້ ເພື່ອເປັນການເຊື່ອມສານວຽກງານທີ່ດິນ ແລະ ວຽກງານແຈ້ງເຕືອນໄພພິບັດລ່ວງໜ້າ (ລະບົບເຕືອນໄພລ່ວງໜ້າ) ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ; ເນື່ອງຈາກໄລຍະຜ່ານມາ ສປປ ລາວ ໄດ້ປະເຊີນກັບຄວາມເສຍຫາຍຈາກໄພພິບັດທາງທໍໍາມະຊາດ ໂດຍສະເພາະແມ່ນໄພນໍ້າຖ້ວມ ກວມເອົາ 80% ຂອງໄພພະບັດຈາກທໍາມະຊາດທັງໝົດ ເຊິ່ງໃນແຕ່ລະປີໄດ້ສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ສຸຂະພາບ, ຊີວິດ, ຊັບສິນ, ໂຄງລ່າງພື້ນຖານ, ເສດຖະກິດ - ສັງຄົມ ແລະ ສິ່ງແວດລ້ອມ; ສົ່ງຜົນກະທົບເຖິງໝາກຜົນຂອງການພັດທະນາເສດຖະກິດ-ສັງຄົມ ພ້ອມທັງເປັນອຸປະສັກທີ່ສຳຄັນຂອງການບັນລຸເງື່ອນໄຂຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ເປົ້າໝາຍການພັດທະນາແບບຍືນຍົງ ຮອດປີ 2030 ເຊິ່ງລັດຖະບານ ສປປ ລາວ ກໍເຫັນໄດ້ເຖິງຄວາມສໍາຄັນຕໍ່ຄວາມສ່ຽງຈາກໄພພິບັດທາງທໍາມະຊາດ ໂດຍໄດ້ປະຕິບັດຫຼາຍມາດຕະການໃນການປ້ອງກັນ ເປັນຕົ້ນແມ່ນການຈັດສັນພື້ນທີ່ປ່າໄມ້ອອກເປັນ 3 ປະເພດ ຄື:   ປ່າສະຫງວນ, ປ່າປ້ອງກັນ ແລະ ປ່າຜະລິດ ເພື່ອຮັບປະກັນໃຫ້ແກ່ການຈັດສັນທີ່ດິນໃຫ້ມີຄວາມຊັດເຈນ, ພ້ອມດຽວກັນນັ້ນ, ໄດ້ມີການສ້າງສະຖານີເຕືອນໄພ ແລະ ລະບົບເຕືອນໄພລ່ວງໜ້າທີ່ທັນສະໄໝ.

© 2025 Copyright: ກະຊວງການເງິນ, ສປປ ລາວ