• ກະຊວງການເງິນ
  • |
  • 2025-11-13
  • |
  • ຂ່າວເສດຖະກິດ-ການເງິນ

       ໃນວັນທີ 13 ພະຈິກ 2025, ໄດ້ຈັດກອງປະຊຸມຄະນະຊີ້ນຳລະດັບຊາດ ເພື່ອຂະບວນການໂຕະມົນ ປະຈຳປີ 2025 ປຶກສາຫາລື ແລະ ກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການຈັດກອງປະຊຸມໂຕະມົນລະດັບສູງ ຄັ້ງທີ XIV ປີ 2025 ພາຍໃຕ້ຫົວຂໍ້: “ເພີ່ມທະວີການເປັນຄູ່ຮ່ວມ ເພື່ອການພັດທະນາ ທີ່ມີປະສິດທິຜົນເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ພ້ອມກັນກ້າວເຂົ້າສູ່ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຢ່າງໝັ້ນທ່ຽງ, ມີສະຖຽນລະພາບ ແລະ ບັນລຸເປົ້າຫມາຍການພັດທະນາແບບຍືນຍົງ’’ ແລະ ລົງເລິກກ່ຽວກັບຄວາມຄືບໜ້າ ແລະ ການກະກຽມຄວາມພ້ອມໃນດ້ານຕ່າງໆ ເຊັ່ນ: ດ້ານເນື້ອໃນ, ດ້ານເອກກະສານ, ພິທີການ ແລະ ວຽກງານປິ່ນອ້ອມຕ່າງໆ ສໍາລັບກອງປະຊຸມໂຕະມົນລະດັບສູງ.

        ກອງປະຊຸມໃນຄັ້ງນີ້ ໃຫ້ກຽດເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຮອງປະທານຄະນະຊີ້ນໍາລະດັບຊາດ ເພື່ອຂະບວນການໂຕະມົນ ໂດຍມີການເຂົ້າຮ່ວມຂອງບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍບັນດາກົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. 

        ຊຶ່ງວຽກງານຮ່ວມມືເພື່ອການພັດທະນາ ແມ່ນໝາກຫົວໃຈໃນການບັນລຸເປົ້າໝາຍການພັດທະນາ, ລັດຖະບານ ແຫ່ງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ ໄດ້ເອົາໃຈໃສ່ຍົກສູງພາລະບົດບາດ ໃນການຈັດຕັ້ງປະຕິບັດພັນທະຕ່າງໆ ໂດຍການເສີມສ້າງເວທີສົນທະນາ-ປຶກສາຫາລືຢ່າງເປີດກວ້າງໃນວຽກງານການພັດທະນາ ໂດຍຜ່ານຂະບວນການໂຕະມົນ ເຊີ່ງເປັນກົນໄກລະດັບຊາດ ທີ່ສຳຄັນໃນການຂັບເຄື່ອນວຽກງານການຮ່ວມມື ເພື່ອການພັດທະນາ ໃຫ້ມີຄວາມຫຼາກຫຼາຍ, ຍືນຍົງ ແລະ ມີສ່ວນຮ່ວມຈາກຫຼາຍພາກສ່ວນ ເພື່ອສະໜັບສະໜຸນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນແຕ່ລະໄລຍະ.ນອກຈາກນັ້ນ, ກົນໄກຂອງໜ່ວຍງານຂະແໜງການ ເພື່ອປຶກສາຫາລືກັບຄູ່ຮ່ວມພັດທະນາ ທີ່ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີບັນດາຂະແໜງການເປັນປະທານ ກໍເປັນເວທີປຶກສາຫາລືທີ່ສຳຄັນໃນວຽກງານອັນສະເພາະຂອງຂະແໜງການ ເພື່ອຊຸກຍູ້ກົນໄກຂະບວນການໂຕະມົນ ລະດັບຊາດ ໄດ້ເປັນຢ່າງດີ, ມີປະສິດພາບ ແລະ ປະສິດທິຜົນສູງ. ສະນັ້ນ, ກອງປະຊຸມໂຕະມົນລະດັບສູງຄັ້ງທີ 14 ທີ່ຈະຈັດຂຶ້ນໃນວັນທີ 19 ພະຈິກ 2025 ນີ້ ຖືໄດ້ວ່າເປັນກາລະໂອກາດອັນດີ ແລະ ເປັນເວທີທີ່ສຳຄັນຂອງລັດຖະບານ, ບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ອົງການຈັດຕັ້ງທາງສັງຄົມ, ພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ໃນການປຶກສາຫາລື ກ່ຽວກັບບູລິມະສິດການພັດທະນາຂອງ ສປປ ລາວ ໂດຍສະເພາະການແລກປ່ຽນກ່ຽວກັບຄວາມຕ້ອງການ ໃນການເພີ່ມທະວີການເປັນຄູ່ຮ່ວມ ເພື່ອການພັດທະນາ ທີ່ມີປະສິດທິຜົນ ໃນໄລຍະການຟື້ນຟູເສດຖະກິດຂອງ ສປປ ລາວ.

        ກອງປະຊຸມຍັງໄດ້ຮັບຟັງການລາຍງານຄວາມຄືບໜ້າກ່ຽວກັບການກະກຽມຄວາມພ້ອມຮອບດ້ານໃນການຈັດກອງປະຊຸມໂຕະມົນລະດັບສູງ ຄັ້ງທີ XIV ປີ 2025. ໃນກອງປະຊຸມທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ໃນນາມຜູ້ປະຈຳການຄະນະຊີ້ນຳລະດັບຊາດ ເພື່ອຂະບວນການໂຕະມົນ ເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມພ້ອມຮອບດ້ານເນື້ອໃນກອງປະຊຸມ, ດ້ານພິທີການ ແລະ ບໍລິຫານ, ຜົນສໍາເລັດຂອງບັນດາກອງປະຊຸມປິ້ນອ້ອມ.

        ພ້ອມດຽວກັນນີ້ ຍັງໄດ້ມີການສົນທະນາ ແລະ ປະກອບຄວາມຄິດເຫັນຈາກ 10 ໜ່ວຍງານຂະແໜງການ ເຊັ່ນ: ໜ່ວຍງານຂະແໜງການເສດຖະກິດມະຫາພາກ, ໜ່ວຍງານຂະແໜງກະສິກໍາ ແລະ ພັດທະນາຊົນນະບົດ, ໜ່ວຍງານຂະແໜງການການຄ້າ ແລະ ພັດທະນາພາກເອກະຊົນ, ໜ່ວຍງານຂະແໜງການປົກຄອງ, ໜ່ວຍງານຂະແໜງການພື້ນຖານໂຄງລ່າງ, ຂະແໜງການເກັບກູ້ລະເບີດບໍ່ທັນແຕກ, ຂະແໜງການກວດກາ ແລະ ຄວບຄຸມຢາເສບຕິດ, ຂະແໜງການສາທາລະນະສຸກ, ຂະແໜງການສຶກສາທິການ ແລະ ກິລາ ແລະ ບັດພາກສ່ວນກ່ຽວຂ້ອງ.

        ເພື່ອຮັບປະກັນໃຫ້ກອງປະ ຊຸມໂຕະມົນລະດັບສູງມີຜົນໄດ້ຮັບທີ່ສອດຄ່ອງກັບ ຄວາມຮຽກຮ້ອງຕ້ອງການ, ສະພາບເງື່ອນໄຂ ແລະ ແນວທາງການພັດທະນາຂອງ ສປປ ລາວ ເປັນຕົ້ນແມ່ນ: 

• ເພີ່ມທະວີປະສານສົມທົບຢ່າງກົມກຽວ ລະຫວ່າງ ບັນດາກະຊວງ, ຂະແໜງການ ແລະ ຄູ່ຮ່ວມພັດທະນາ ເພື່ອຮັບປະກັນດ້ານເນື້ອໃນຂອງບົດຕ່າງໆທີ່ຈະນຳສະເໜີໃນກອງປະຊຸມໂຕະມົນລະດັບສູງ ທີ່ຕິດພັນກັບການສົ່ງເສີມດ້ານເສດຖະກິດທີ່ເປັນມິດກັບສິ່ງແວດລ້ອມ, ຊຸກຍູ້ການເກັບລາຍຮັບຂອງລັດຖະບານ, ພັດທະນາຊັບສິນດ້ານມະນຸດ ແລະ ຊຸກຍູ້ການຄຸ້ມຄອງທີ່ດີ ພ້ອມທັງ ຮັບປະກັນການເຕີບໂຕສີຂຽວ ແລະ ຍືນຍົງ ໂດຍສອດຄ່ອງກັບບຸລິມະສິດຂອງ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X;

• ຊຸກຍູ້-ສົ່ງເສີມ ໃຫ້ມີການສົນທະນາທີ່ກວມລວມ ໂດຍສະເພາະ ການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍ ໃນການດຳເນີນທຸລະກິດ ໃຫ້ເປັນບຸລິມະສິດ ແລະ ສົ່ງເສີມການມີສ່ວນຮ່ວມຂອງ ພາກເອກະຊົນ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ທຸກພາກສ່ວນທາງສັງຄົມ ໃນຂະບວນການໂຕະມົນ; 

• ໃຫ້ກອງປະຊຸມໂຕະມົນລະດັບສູງ ມີເນື້ອໃນທີ່ຮັບປະກັນ ໂດຍການກຳນົດຍຸດທະສາດການສະໜອງທຶນ ແລະ ການຄຸ້ມຄອງໜີ້ສິນທີ່ຮັດກຸມ ເພື່ອຄຸ້ມຄອງ-ບໍລິຫານໜີ້ສິນແບບຍືນຍົງ ເຊິ່ງຈະສາມາດສະໜອງງົບປະມານ ໃຫ້ແກ່ຂະແໜງການສັງຄົມ;

• ໃຫ້ເນັ້ນໜັກເຖິງຄວາມສຳຄັນຂອງການລົງທຶນໃສ່ຊັບພະຍາກອນມະນຸດ ແລະ ການສ້າງຄວາມເຂັ້ມແຂງ, ຄວາມຍຸຕິທຳ ລວມທັງ ຄວາມສາມາດໃນການປົກຄອງລັດທີ່ດີ ແລະ ມີປະສິດທິຜົນ. ສະນັ້ນ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ແມ່ນໂອກາດດີທີ່ຈະກ້າວໄປສູ່ ການບັນລຸເປົ້າໝາຍການພັດ ທະນາແບບຍືນຍົງ ແລະ ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີສະຖຽນລະພາບ.

© 2025 Copyright: ກະຊວງການເງິນ, ສປປ ລາວ