• ຂ່າວທ້ອງຖິ່ນ
  • |
  • 2025-01-13
  • |
  • ຂ່າວເສດຖະກິດ-ການເງິນ

          ໃນກອງກອງປະຊຸມສະຫຼຸບວຽກງານການເງິນ ປະຈຳປີ 2024 ແລະ ທິດທາງ ປະຈຳປີ 2025 ທ່ານ ຄໍາສິງ ໄຊສິດທິເດດ ຫົວໜ້າພະແນກການເງິນແຂວງຄໍາມ່ວນ ໄດ້ປະກອບຄໍາຄິດເຫັນຕໍ່ກອງປະຊຸມ ແລະ ໄດ້ລາຍງານໃຫ້ຮູ້ເຖິງການຈັດຕັ້ງປະຕິບັດວຽກງານຂອງແຂວງ ໃນປີ 2024 ແລະ ທິດທາງແຜນການ ປີ 2025. ເຊິ່ງໃນການຈັດຕັ້ງແຜນງົບປະມານແຫ່ງລັດ ຂອງແຂວງຄໍາມວ່ນ ແມ່ນໄດ້ປະຕິບັດຄຽງຄູ່ໄປກັບທິດທາງຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ການແກ້ໄຂບັນຫາເຄັ້ງຮ້ອນຂອງລັດຖະບານ ຊຶ່ງສະພາບດັ່ງກ່າວໄດ້ສົ່ງຜົນກະທົບ ພໍສົມຄວນຕໍ່ການຈັດຕັ້ງປະຕິບັດແຜນງົບປະມານປະຈໍາປີຂອງແຂວງ.

          ແຕ່ຍ້ອນຄວາມເອົາໃຈໃສ່ຊີ້ນໍາ-ນໍາພາຢ່າງໄກ້ສິດຂອງການນໍາຂອງແຂວງ ບວກກັບການຮ່ວມມືເປັນຢ່າງດີຂອງພະແນກການທີ່ກ່ຽວຂ້ອງ, ການຂຸດຄົ້ນ ລາຍຮັບ ແລະ ຄຸ້ມຄອງລາຍຈ່າຍງົບປະມານ ທັງຂັ້ນແຂວງ ແລະ ເມືອງ, ສິ່ງສໍາຄັນແມ່ນຄວາມຮັບຜິດຊອບຕໍ່ໜ້າທີ່ ການເມືອງທີ່ການຈັດຕັ້ງມອບໝາຍຂອງພະນັກງານການເງິນ ໄດ້ພ້ອມກັນປະຕິໜ້າທີ່ດ້ວຍຄວາມເປັນເຈົ້າການ, ມີຄວາມຮັບຜິດຊອບສູງຄຽງຄູ່ກັບການ ເພີ່ມທະວີການຄຸ້ມຄອງ, ຕ້ານການຮົ່ວໄຫຼ ຂອງງົບປະມານແຫ່ງລັດ ແລະ ຄຸ້ມຄອງລາຍຈ່າຍຕາມນະໂຍບາຍການປະຢັດ, ຕ້ານການຟຸມເຟືອຍ ເປັນບັນຫາສໍາຄັນແມ່ນຂະແໜງການເງິນໄດ້ນໍາໃຊ້ເຄື່ອງມືທັນສະໄໝເຂົ້າໃນການຄຸ້ມຄອງການຈັດເກັບລາຍຮັບທັງຂັ້ນແຂວງ ແລະ ຂັ້ນເມືອງ ແນໃສ່ເພື່ອສູ້ຊົນຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ໃຫ້ໄດ້ຕາມລະດັບຄາດໝາຍ ມີສ່ວນດຸ່ນດຽງໃຫ້ສູນກາງ ແລະ ກ້າວໄປເຖິງມີລາຍຮັບເກີນແຜນ ໃນປີ2024.

         ການປະຕິບັດແຜນການຈັດເກັບລາຍຮັບງົບປະມານໃນປີ 2024 ແຂວງຄໍາມ່ວນ ໄດ້ຮັບມອບໝາຍຈັດເກັບລາຍຮັບທັງໝົດຈໍານວນ 2,434 ຕຶ້ກີບ, ມາຮອດ ວັນທີ 23/12 ສາມາດຈັດເກັບໄດ້ 3,880 ຕື້ກີບ ເທົ່າກັບ 159.36% ຂອງແຜນປີ ເພີ່ມຂື້ນ 1,333 ຕື້ກີບ ເທົ່າກັບ 77.44%; ໃນນີ້, ລາຍຮັບສູນກາງ (ພາສີ) ປະຕິບັດໄດ້ 1,283 ຕື້ກີບ ເທົ່າກັບ 122.84% ຂອງແຜນການປີ; ລາຍຮັບພູດທ້ອງຖິ່ນ: ປະຕິບັດໄດ້ 2,596 ຕື້ກີບ, ເທົ່າກັບ 186.81% ຂອງແຜນການປີ, ໃນນີ້, ລາຍຮັບສ່ວຍສາອາກອນ ປະຕິບັດໄດ້ 1,431 ຕື້ກີບ ເທົ່າກັບ 140.25% ຂອງແຜນການປີ; ຄ່າຊັບພະຍາກອນ ແລະ ພາກຫຼວງ ປະຕິບັດໄດ້ 1,120 ຕື້ກີບ ເທົ່າກັບ 331.60% ຂອງແຜນປີ; ລາຍຮັບຄຸ້ມຄອງຊັບສິນຂອງລັດ ປະຕິບັດໄດ້ 45,049 ຕື້ກີບ ເທົ່າກັບ 143.70% ຂອງແຜນການປີ; ລາຍຮັບຄຸ້ມຄອງລັດວິສາຫະກິດ ແລະ ປະກັນໄພ ປະຕິບັດໄດ້ 265 ລ້ານກີບ, ເທົ່າກັບ 88.62 % ຂອງແຜນປີ; ສໍາລັບການຈັດເກັບລາຍຮັບ 20 ຫົວໜ່ວຍທີ່ສູນກາງ ມອບໃຫ້ແຂວງຄຸ້ມຄອງ ປະຕິບັດໄດ້ 1.391 ຕື້ກີບ (ແຜນ 960 ຕື້ກີບ) ເທົ່າກັບ 144.90% ຂອງແຜນການປີ.

         ພ້ອມນັ້ນ, ທ່ານຍັງໃຫ້ຮູ້ອີກວ່າ: ສຳລັບແຜນງົບປະມານຂອງແຂວງ ໃນປີ 2025, ຊຶ່ງອີງຕາມຂໍ້ມູນຖານລາຍຮັບ-ທ່າແຮງຕົວຈິງຂອງ ແຂວງຄຳມ່ວນ ດ້ານລາຍຮັບ ແຜນຄາດຄະເນ ຈະສາມາດປະຕິບັດໄດ້ ຈໍານວນ 2,897.97 ຕື້ກີບ ຖ້າທຽບໃສປີ 2024 ຈະເພີ່ມຂື້ນ 16,58%. ໃນນັ້ນ ລາຍຮັບສູນກາງ 1,150 ຕື້ກີບ ທຽບໃສປີຜ່ານມາ ເພີ່ມຂື້ນ 10%, ລາຍຮັບທອ້ງຖີ່ນ 1,852.86 ຕື້ກີບ ທຽບໃສປີ ຜ່ານມາ ເພີ່ມຂື້ນ 35,04%.

        ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ໃນປີ 2025 ບັນລຸໄດ້ຕາມລະດັບຄາດໝາຍທີ່ຄາດຄະເນໄວ້ ຍັງໄດ້ວາງບັນດາໜ້າວຽກຈຸດສຸມໃນການຈັດຕັ້ງປະຕິບັດແຜນງົບປະມານ ໂດຍເອົາໃຈໃສ່ຈັດຕັ້ງປະຕິບັດມະຕິເລກທີ 04/ກມ ສນ, ແລະ ມະຕິ 05/ລບ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໄໝໃຫ້ເຂົ້າສູ່ລວງເລິກ, ຈັດຕັ້ງປະຕິບັດຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 18/ນຍ, ລົງວັນທີ 16 ກັນຍາ 2021 ວ່າດວ້ຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງງົບປະມານແຫ່ງລັດ ໃຫ້ເປັນຮູບປະທຳ, ເອົາໃຈໃສ່ໃນການຕິດຕາມ ກວດກາ ແລະ ຄຸ້ມຄອງການນໍາເຂົ້າ-ສົ່ງອອກສິນຄ້າຜ່ານດ່ານຊາຍແດນຢ່າງເຂັ້ມງວດ, ເກັບພັນທະໃຫ້ຖືກຕ້ອງ ຄົບຖ້ວນ, ທັນຕາມກຳນົດເວລາ, ສ້າງ ແລະ ພັດທະນາລະບົບຂໍ້ມູນຖານລາຍຮັບແຕ່ລະເມືອງໃຫ້ທັນສະໄໝ, ທົ່ວແຂວງ ແລະ ເມືອງໃຫ້ສໍາເລັດທົ່ວແຂວງ, ສຸມໃສ່ເກັບລາຍຮັບນໍາຫົວໜ່ວຍທຸລະກິດທີ່ສູນກາງມອບໃຫ້ແຂວງຄຸ້ມຄອງໃຫ້ຄົບຖ້ວນ ແລະ ທັນກຳນົດເວລາ, ຕິດຕາມກວດກາຊຸກຍູ້ສົ່ງເສີມຜູ້ດໍາເນີນທຸລະກິດທີ່ຍັງບໍ່ທັນເຂົ້າສູ່ລະບົບອາກອນມູນຄ່າເພີ່ມ ແລະ ອື່ນໆ

© 2025 Copyright: ກະຊວງການເງິນ, ສປປ ລາວ