• ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ
  • |
  • 2025-11-13
  • |
  • ຂ່າວເສດຖະກິດ-ການເງິນ

ມະຫະກຳການເງິນລາວ 2025 ເປັນງານລະດັບພາກພື້ນ ແລະ ສາ ກົນທີ່ເຕົ້າໂຮມເອົາບັນດາຂະແໜງການເງິນ-ການທະນາຄານ ແລະ ການລົງທຶນມາໄວ້ໃນບ່ອນດຽວ; ງານດັ່ງກ່າວຖືກຈັດຂຶ້ນເປັນຄັ້ງທໍາອິດພາຍໃຕ້ຫົວຂໍ້: ການເງິນເພື່ອການເຕີບໂຕ (Finance for Growth)ໂດຍລວມເອົາບັນດາທະນາຄານທຸລະກິດ, ສະຖາບັນການ ເງິນ, ພ້ອມທັງນັກຊ່ຽວຊານສະເພາະດ້ານການເງິນມາໂຮມໄວ້ໃນບ່ອນດຽວ, ເພື່ອຮ່ວມວາງສະແດງຜະລິດຕະພັນ ແລະ ການບໍລິການດ້ານການເງິນຄົບວົງຈອນໃຫ້ແກ່ມວນຊົນໄດ້ເຂົ້າເຖິງການບໍລິການ ແລະ ຂໍ້ມູນຂ່າວສານການເງິນເພີ່ມທາງເລືອກທີ່ຫຼາກຫຼາຍ ແລະ ການວາງແຜນຄວາມພ້ອມດ້ານການເງິນອານາຄົດໃຫ້ດີຂຶ້ນ.

ໃນວັນທີ 12 ພະຈິກ 2025 ກົມຄຸ້ມຄອງວິສາຫະກິດການເງິນ ກະຊວງການເງິນ ຮ່ວມກັບ ບໍລິສັດແຮັບປີ້ ອີເວັ້ນ,ໄດ້ຈັດງານສຳມະນາໃຫ້ຄວາມຮູ້ກ່ຽວກັບການຮ່ວມອອກບູດວາງສະແດງຜະລິດຕະພັນປະກັນໄພໃນງານມະຫະກຳການເງິນລາວ 2025 ຫຼື LAO MONEY EXPO 2025 ຄັ້ງທີ 1 ຊຶ່ງຈະໄດ້ຂຶ້ນໃນວັນທີ 15-21 ທັນວາ 2025 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ.

ໂດຍຕາງໜ້າເຂົ້າຮ່ວມມີທ່ານ ພອນວິໄລ ເທບວິໄລ ຫົວໜ້າພະແນກການຄຸ້ມຄອງປະກັນໄພ ກົມຄຸ້ມຄອງວິສາຫະກິດການເງິນ ແລະ ທ່ານ ນາງ ໄຊທານີ ຈັນທະວົງສາ ປະທານບໍລິສັດ ແຮັບປີ້ ອີເວັ້ນ ຈຳກັດ, ມີຮອງຫົວໜ້າຫ້ອງການກະຊວງການເງິນ, ສະຖາບັນການເງິນ, ບັນດາບລິສັດປະກັນໄພ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ການສຳມະນາດັ່ງກ່າວເປັນການນໍາສະເໜີແນວຄວາມຄິດໃນການຈັດງານ, ສະເໜີປະຫວັດຄວາມເປັນມາຂອງງານ, ການໃຫ້ຄວາມຮູ້ກ່ຽວກັບການອອກບູດວາງສະແດງຜະລິດຕະພັນປະກັນໄພ, ຜົນປະໂຫຍດຂອງການເຂົ້າຮ່ວມງານ, ກິດຈະກຳສຳມະນາກ່ຽວກັບການເງິນ, ຜະລິດຕະພັນຕ່າງໆຈາກບັນດາທະນາຄານ,ການແຂ່ງຂັນໂຕ້ວາທີກ່ຽວກັບການເງິນ, ການສ້າງຈິດສໍານຶກກ່ຽວກັບການເງິນໃຫ້ກັບເດັກນ້ອຍ-ຊາວໜຸ່ມເຍົາວະຊົນ,ການເຂົ້າເຖິງສິນເຊື່ອ ແລະ ການແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການດຳເນີນທຸລະກິດ ແລະ ອື່ນໆ.

© 2025 Copyright: ກະຊວງການເງິນ, ສປປ ລາວ