• ຂ່າວທ້ອງຖິ່ນ
  • |
  • 2025-11-12
  • |
  • ວຽກວິຊາສະເພາະ

        ວັນທີ 12 ພະຈິກ 2025 ທີ່ຫ້ອງປະຊຸມສ່ວຍສາອາກອນ ປະຈໍາແຂວງອຸດົມໄຊ, ໄດ້ຈັດພິທີປະກາດການຈັດຕັ້ງ ສ່ວຍສາອາກອນ ປະຈຳແຂວງ ແລະ ສ່ວຍສາອາກອນ ປະຈຳເມືອງ ຂອງແຂວງອຸດົມໄຊ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳພັນ ພັນທຸລັກ ກຳມະການພັກກະຊວງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ແລະ ທ່ານ ປອ ສຸລິຍາ ສຸພິທັກ ກຳມະການພັກແຂວງ, ຫົວໜ້າພະແນກການເງິນແຂວງ, ມີຄະນະພັກ, ກົມຈັດຕັ້ງ, ຄະນະຈັດຕັ້ງແຂວງ ພ້ອມດ້ວຍພະນັກງານຫຼັກແຫຼ່ງພາຍໃນ ສ່ວຍສາອາກອນ ປະຈຳແຂວງ ແລະ ເມືອງ ເຂົ້າຮ່ວມ.

        ໃນພິທີໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງ ພະນັກງານຮັບໜ້າທີ່ໃໝ່ ຢູ່ສ່ວຍສາອາກອນ ປະຈຳ ແຂວງອຸດົມໄຊ ແລະ ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າ ແລະ ຮອງຫົວໜ້າ ສ່ວຍສາອາກອນ ປະຈໍາເມືອງ ຂອງແຂວງອຸດົມໄຊ  ເຊິ່ງລັດຖະມົນຕີກະຊວງການເງິນ ໄດ້ຕົກລົງ ຍົກຍ້າຍ ແລະ ແຕ່ງຕັ້ງ ພະນັກງານຮັບໜ້າທີ່ໃໝ່ ປະກອບມີດັ່ງນີ້:

ຂະແໜງຈັດຕັ້ງ, ບໍລິຫານ, ການເງິນ ແລະ ກວດກາພາຍໃນ; 

ທ່ານ ພອນທິບ ກິນນາລີ ເປັນຫົວໜ້າຂະແໜງຈັດຕັ້ງ, ບໍລິຫານ, ການເງິນ ແລະ ກວດກາພາຍໃນ; 

ທ່ານ ນາງ ສີອຳພອນ ວັນທິດາ  ເປັນຮອງຫົວໜ້າຂະແໜງຈັດຕັ້ງ, ບໍລິຫານ, ການເງິນ ແລະ ກວດກາພາຍໃນ; 

ທ່ານ ທອງສຸກ ແກ່ນຄໍາພັນ ເປັນຮອງຫົວໜ້າຂະແໜງຈັດຕັ້ງ, ບໍລິຫານ, ການເງິນ ແລະ ກວດກາພາຍໃນ; 

ຂະແໜງຄຸ້ມຄອງລາຍຮັບ ແລະ ບໍລິການຜູ້ເສຍອາກອນ;

ທ່ານ ນາງ ບົວຈັນ ໄຊຍະຕິ ເປັນຫົວໜ້າຂະແໜງຄຸ້ມຄອງລາຍຮັບ ແລະ ບໍລິການຜູ້ເສຍອາກອນ;

ທ່ານ ວັນລິສັກ ສິງທະລານົນ ເປັນຮອງຫົວໜ້າຂະແໜງຄຸ້ມຄອງລາຍຮັບ ແລະ ບໍລິການຜູ້ເສຍອາກອນ;

ທ່ານ ພູຂົງ ມິດດາວົງ ເປັນຮອງຫົວໜ້າຂະແໜງຄຸ້ມຄອງລາຍຮັບ ແລະ ບໍລິການຜູ້ເສຍອາກອນ; 

ຂະແໜງຄຸ້ມຄອງອາກອນມູນຄ່າເພີ່ມ, ອາກອນຊົມໃຊ້ ແລະ ໃບເກັບເງິນ;

ແຕ່ງຕັ້ງ ທ່ານ ສີສຸພັນ ຈັນທະມິດ ເປັນຫົວໜ້າຂະແໜງຄຸ້ມຄອງອາກອນມູນຄ່າເພີ່ມ, ອາກອນຊົມໃຊ້ ແລະ ໃບເກັບເງິນ; 

ທ່ານ ນາງ ສອນ ຂັນຕິພົງສະຫວັນ ເປັນຮອງຫົວໜ້າຂະແໜງຄຸ້ມຄອງອາກອນມູນຄ່າເພີ່ມ, ອາກອນຊົມໃຊ້ ແລະ ໃບເກັບເງິນ;

ທ່ານ ອານຸ ເຈື່ອຍທະວົງ ເປັນຮອງຫົວໜ້າຂະແໜງຄຸ້ມຄອງອາກອນມູນຄ່າເພີ່ມ, ອາກອນຊົມໃຊ້ ແລະ ໃບເກັບເງິນ;

ຂະແໜງກວດກາໄລ່ລຽງອາກອນ;

ທ່ານ ນາງ ແສງເພັດ ແກ້ວວັນຄໍາ ເປັນຫົວໜ້າຂະແໜງກວດກາໄລ່ລຽງອາກອນ; 

ທ່ານ ໂສ່ນນິກ ແກ້ວຄູນທອງ ເປັນຮອງຫົວໜ້າຂະແໜງກວດກາໄລ່ລຽງອາກອນ.

ທ່ານ ສິງຄໍາ ໜໍ່ປະເສີດ ເປັນຮອງຫົວໜ້າຂະແໜງກວດກາໄລ່ລຽງອາກອນ.

ສ່ວຍສາອາກອນ ປະຈຳ ເມືອງຫຼາ;

ທ່ານ ໄຊຍະພອນ ປັນຍາລາດ ເປັນຫົວໜ້າສ່ວຍສາອາກອນ ປະຈຳ ເມືອງຫຼາ; 

ທ່ານ ນາງ ຈັນເພັງ ຈິນທະນົງ ເປັນຮອງຫົວໜ້າສ່ວຍສາອາກອນ ປະຈຳ ເມືອງຫຼາ; 

ທ່ານ ນາງ ສົມພອນ ສີດາ ເປັນຮອງຫົວໜ້າສ່ວຍສາອາກອນ ປະຈຳ ເມືອງຫຼາ; 

ສ່ວຍສາອາກອນ ປະຈໍາ ເມືອງງາ;

ທ່ານ ບຸນເລີດ ປັນຍາທະວິໄລ ເປັນຫົວໜ້າສ່ວຍສາອາກອນ ປະຈໍາ ເມືອງງາ; 

ທ່ານ ໄຊບາດ ສີບຸນຄຸນ ເປັນຮອງຫົວໜ້າສ່ວຍສາອາກອນ ປະຈໍາ ເມືອງງາ;

ທ່ານ ສີທັດ ຜາລີວັນ ເປັນຮອງຫົວໜ້າສ່ວຍສາອາກອນ ປະຈໍາ ເມືອງງາ; 

ສ່ວຍສາອາກອນ ປະຈໍາ ເມືອງແບງ;

ທ່ານ ໄພວັນ ລໍມະນີວັນ ເປັນຫົວໜ້າສ່ວຍສາອາກອນ ປະຈໍາ ເມືອງແບງ;

 ທ່ານ ສົມເພັດ ຄອນສະຫວັນ ເປັນຮອງຫົວໜ້າສ່ວຍສາອາກອນ ປະຈໍາ ເມືອງແບງ;

ທ່ານ ສອນເພັດ ເດດປັນຍາ ເປັນຮອງຫົວໜ້າສ່ວຍສາອາກອນ ປະຈໍາ ເມືອງແບງ;

ສ່ວຍສາອາກອນ ປະຈໍາ ເມືອງປາກແບງ;

ທ່ານ ບົວເງິນ ພຸດສະຫວັດ ເປັນຫົວໜ້າສ່ວຍສາອາກອນ ປະຈໍາ ເມືອງປາກແບງ; 

ທ່ານ ສົມພອນ ດວງສິດທິ ເປັນຮອງຫົວໜ້າສ່ວຍສາອາກອນ ປະຈໍາ ເມືອງປາກແບງ; 

ທ່ານ ສີວັນ ຈັນສະຫວັດ ເປັນຮອງຫົວໜ້າສ່ວຍສາອາກອນ ປະຈໍາ ເມືອງປາກແບງ.

© 2025 Copyright: ກະຊວງການເງິນ, ສປປ ລາວ