• ກົມພາສີ
  • |
  • 2025-11-12
  • |
  • ວຽກຮ່ວມມື

        ໃນວັນທີ 11 ພະຈິກ 2025 ທີ່ ນະຄອນຫລວງວຽງຈັນ, ສປປ ລາວ. ກົມພາສີ ກະຊວງການເງິນ ຈັດກອງປະຊຸມຄະນະກໍາມາທິການປະສານງານດ້ານພາສີອາຊຽນ ຄັ້ງທີ 43 ຂື້ນ(43rd ASEAN Customs Coordinating Committee Meeting (CCC)) ໂດຍເຂົ້າຮ່ວມເປັນປະທານຂອງທ່ານ ພຸດທະນີກອນ ເຄນນະວົງ  ຮອງຫົວໜ້າກົມພາສີ ກະຊວງການເງິນ ແລະ ທ່ານ ຮາຈິ ໂມຮາມັດ ມູ ອິນຸດດິນຈິນ ອັບດຸນ ລາມັດ ຮອງຫົວໜ້າພະແນກ ພາສີ ບຣູໄນ ພ້ອມດ້ວຍ ບັນດາຜູ້ຕາງໜ້າພາສີ ຈາກປະເທດອາຊຽນ ເຂົ້າຮ່ວມ.

        ກອງ​ປະ​ຊຸມຄະນະກໍາມາທິການປະສານງານດ້ານພາສີອາຊຽນ ຄັ້ງ​ທີ 42 ຜ່ານມາ ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ ໂຮ່​ຈິ​ມິນ, ສສ ຫວຽດ​ນາມ. ເຊິ່ງໄດ້​ບັນ​ລຸ​ຄວາມ​ຄືບ​ຫນ້າ​ທີ່​ສໍາ​ຄັນ​ໃນ​ບາງ​ຂົງ​ເຂດ​​ສໍາ​ຄັນ​ ເຊັ່ນ ການສືບຕໍ່ຈັດຕັ້ງປະຕິບັດລະບົບການຂົນສົ່ງຜ່ານແດນພາສີອາຊຽນ (ACTS), ເພີ່ມທະວີການຮ່ວມມືດ້ານການຄຸ້ມຄອງ ຄວາມສ່ຽງ,  ການກວດສອບຫຼັງການແຈ້ງພາສີ, ການພັດທະນາລະບົບການກໍານົດອັດຕາພາສີ ລະບົບເອກະພາບອາຊຽນ ແລະ ລະບຽບການພາສີອື່ນໆທີ່ກ່ຽວຂ້ອງ.

        ກອງ​ປະຊຸມ​ ຄັ້ງທີ 43 ນີ້​ ໄດ້ເນັ້ນ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ອາ​ຊຽນ ​ແລະ ຄວາມ​ຢືດຢຸ່ນ​ຂອງ​ຕ່ອງ​ໂສ້​ການ​ສະໜອງ​ ໂດຍ​ການ​ຮ່ວມ​ມື​ກັນ, ​ຮັດ​ແໜ້ນ​ສາຍ​ພົວພັນ​ລະຫວ່າງ​ເຈົ້າໜ້າທີ່​ພາສີອາຊຽນ​, ສ້າງ​ສະພາບ​ແວດ​ລ້ອມ​ດ້ານ​ພາສີ​ຂອງ​ພາກ​ພື້ນ​ທີ່​ມີ​ປະສິດທິ​ຜົນ ສິ່ງ​ດັ່ງກ່າວ​ບໍ່​ພຽງ​ແຕ່​ຈະ​ຊຸກຍູ້​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ສະໜິດ​ແໜ້ນ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ເຂົ້າ​ໃນ​ການ​ເຊື່ອມ​ໂຍງ​ເສດຖະກິດ ຢ່າງ​ກວ້າງຂວາງ, ສະຖຽນ​ລະ​ພາບ ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ພາຍ​ໃນ​ອາ​ຊຽນ.

         ໂອກາດນີ້ ທ່ານ ພຸດທະນີກອນ ເຄນນະວົງ ມີຄຳເຫັນວ່າ ການ​ສ້າງ​ແຜນ​ຍຸດ​ທະ​ສາດ​ດ້ານ​ພາສີ​ອາ​ຊຽນ 2026-2030 (SPCDs 2026-2030) ​ເປັນ​ແຜນ​ຜັງ​ຂອງການຈັດຕັ້ງປະຕິບັດໃນ ​5​ ປີ​ ຂ້າງ​ໜ້າ, ໂດຍ​ຊີ້​ແຈງ​ບັນ​ດາ​ບຸ​ລິ​ມະ​ສິດ​ ແລະ ຊີ້​ນຳ​ຄວາມ​ພະ​ຍາ​ຍາມ​ລວມ ​ປັບ​ປຸງ​ການ​ປະ​ຕິ​ບັດ​ງານດ້ານ​ພາ​ສີ​ໃຫ້​ທັນ​ສະ​ໄໝ, ຮັບ​ເອົາ​ການ​ຫັນ​ເປັນ​ດິ​ຈິ​ຕອນແລະ ​ສະ​ຫນັບ​ສະ​ໜູນ​ເປົ້າໝາຍ​ຂອງ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ ການແລກປ່ຽນຄຳຄິດເຫັນ ຄັ້ງນີ້ ຈະຊ່ວຍສ້າງແຜນຍຸດທະສາດທີ່ມຸ່ງໄປເຖິງການຕອບໂຕ້ຕໍ່ສິ່ງທ້າທາຍທີ່ພົ້ນເດັ່ນ ຈາກການຄ້າທາງອິເລັກໂທນິກ ໄປສູ່ຄວາມໝັ້ນຄົງຂອງຕ່ອງໂສ້ການສະໜອງຄວາມຕ້ອງການ, ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, ​ແບ່ງປັນ​ວິທີ​ປະຕິບັດ​ທີ່​ດີ​ທີ່​ສຸດ​ແລະ ລົງທຶນ​ເຂົ້າ​ໃນ​ການ​ສ້າງ​ຄວາມ​ສາມາດ​ ເພື່ອ​ຮັບປະກັນ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ເທົ່າ​ທຽມ​ກັນ​ຈາກ​ການ​ຮ່ວມ​ມື​. ​

© 2025 Copyright: ກະຊວງການເງິນ, ສປປ ລາວ