• ຂ່າວທ້ອງຖິ່ນ
  • |
  • 2025-11-10
  • |
  • ວຽກວິຊາສະເພາະ

         ໃນວັນທີ 10 ພະຈິກ 2025 ທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື, ໄດ້ຈັດກອງປະຊຸມປະເມີນການເຮັດທົດລອງມອບຫົວໜ່ວຍວິສາຫະກິດໃຫ້ແຂວງຄຸ້ມຄອງ ແລະ ວຽກກວດກາໄລ່ລຽງອາກອນ, ໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື, ມີຮອງຫົວໜ້າກົມສ່ວຍສາອາກອນ, ບັນດາກົມອ້ອມຂ້າງກະຊວງ, ພ້ອມດ້ວຍພະນັກງານການເງິນແຂວງ ແລະ ເມືອງເຂົ້າຮ່ວມ.

        ການຈັດຕັ້ງປະຕິບັດການທົດລອງມອບຫົວໜ່ວຍທຸລະກິດຂອງສູນກາງໃຫ້ແຂວງຄຸ້ມຄອງ ສາມາດຕີລາຄາໄດ້ວ່າການເຄື່ອນໄຫວຈັດເກັບລາຍຮັບງົບປະມານແຕ່ປີ 2023-2025 ໄດ້ທັງໝົດ 3,127 ຕື້ກີບ. ໃນນັ້ນ,ລາຍຮັບພາຍໃນແຂວງ 1,574 ຕື້ກີບເທົ່າກັບ 50,33% ຂອງລາຍຮັບທັງໝົດກວມເອົາ 20,05% ຂອງ GDP ແລະ ລາຍຮັບຈາກຫົວໜ່ວຍຂອງສູນກາງມອບໂອນໃຫ້ 1,553 ຕື້ກີບເທົ່າກັບ 49.67% ຂອງລາຍຮັບທັງໝົດກວມເອົາ 19.7% ຂອງ GDP.

        ສຳລັບຖານລາຍຮັບຈາກຫົວໜ່ວຍທີ່ສູນກາງມອບໂອນໃຫ້ແຂວງຄຸ້ມຄອງຈໍານວນ 16 ຫົວໜ່ວຍ, ສາມາດຈັດເກັບລາຍຮັບຕົວຈິງຈໍານວນ 14 ຫົວໜ່ວຍ ແລະ ຖານລາຍຮັບໃນປີ 2025 ທົ່ວແຂວງມີທັງໝົດ 2,735 ຫົວໜ່ວຍ, ເປັນເງິນ 913 ຕື້ກີບ. ໃນນັ້ນ, ອາກອນ 2,547 ຫົວໜ່ວຍ, ຊັບສິນ 188 ຫົວໜ່ວຍ ແລະ ມາຮອດວັນທີ 31 ຕຸລາ2025 ທົ່ວແຂວງສາມາດຈັດເກັບລາຍຮັບໄດ້ທັງໝົດ 1,218 ຕື້ກີບກວມເອົາ 15.5% ຂອງ GDP.

        ໂອກາດດັ່ງກ່າວ, ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປືໄດ້ມີຄຳເຫັນວ່າ: ການທົດລອງມອບຫົວ ໜ່ວຍວິສາຫະກິດໃຫ້ແຂວງຄຸ້ມຄອງ ແລະ ວຽກງານໄລ່ລຽງອາກອນເປັນການສ້າງຄວາມເຂັ້ມແຂງໃຫ້ກັບໜ່ວຍວິສາ ຫະກິດໃນທ້ອງຖິ່ນ, ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ກວດກາໄລ່ລຽງອາກອນມີປະສິດທິພາບ, ໂປ່ງໃສ ແລະ ສອດຄ່ອງກັບລະບົບເສດຖະກິດຍຸກໃໝ່.

        ດັ່ງນັ້ນ,ການທົດລອງມອບ-ໂອນຫົວໜ່ວຍວິສາຫະກິດຍັງການສ້າງຄວາມເຂັ້ມແຂງໃຫ້ແຂວງໄດ້ຫຼາຍຂຶ້ນ ໂດຍສະເພາະແມ່ນສ້າງລາຍຮັບກຸ້ມລາຍຈ່າຍ ແລະ ມີສ່ວນເຫຼືອດຸ່ນດ່ຽງໃຫ້ສູນກາງ, ພ້ອມທັງເກັບລາຍຮັບໃຫ້ບັນລຸຕາມແຜນການທີ່ວາງໄວ້; ໃນກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດການຈັດເກັບລາຍຮັບສ່ວຍສາອາກອນ ແລະ ຄຸ້ມຄອງຊັບສິນແຫ່ງລັດໃນໄລຍະ 10 ເດືອນຜ່ານມາ ແລະ ຄາດຄະເນ 2 ເດືອນທ້າຍປີ 2025.

        ສໍາລັບທິດທາງແຜນການ 2 ເດືອນທ້າຍປີ 2025ສູ້ຊົນຈັດເກັບລາຍຮັບງົບປະມານໃຫ້ໄດ້ 285.29 ຕື້ກີບ ແລະ ຄາດຄະເນໝົດປີໃຫ້ໄດ້ 1,676.37 ຕື້ກີບເທົ່າກັບ 158% ຂອງແຜນການປີ.ໃນນັ້ນ, ລາຍຮັບສູນກາງປະຕິບັດໃຫ້ໄດ້ 16.91 ຕື້ກີບ ແລະ ຄາດຄະເນໝົດປີໃຫ້ໄດ້ 203.49 ຕື້ກີບເທົ່າກັບ 140% ຂອງແຜນການປີ; ລາຍຮັບທ້ອງຖີ່ນປະຕິບັດໃຫ້ໄດ້ 268.36 ຕື້ກີບ ແລະ ຄາດຄະເນໝົດປີ 1,472.88 ຕື້ກີບເທົ່າກັບ 161% ຂອງແຜນການປີ.

 

© 2025 Copyright: ກະຊວງການເງິນ, ສປປ ລາວ