
ໃນວັນທີ 10 ພະຈິກ 2025 ທີ່ສະຖາບັນເສດຖະກິດການເງິນ ໄດ້ເປີດຊຸດຝຶກອົບຮົມ ທັກສະການບັນຍາຍເອກະສານ ໃຫ້ພະນັກງານ-ລັດຖະກອນ ກະຊວງການເງິນ ໂດຍການເຂົ້າຮ່ວມເປັນປະທານເປີດຊຸດຝຶກອົບຮົມຂອງທ່ານ ຟອງສີສຸພັນ ພົມມະວົງ ຫົວໜ້າສະຖາບັນເສດຖະກິດການເງິນ, ມີຮອງຫົວໜ້າກົມ, ຄະນະຮັບຜິດຊອບ, ວິທະຍາກອນ, ນັກສໍາມະນາກອນ ທີ່ມາຈາກຫ້ອງການ ແລະ ບັນດາກົມ-ສະຖາບັນອ້ອມຂ້າງກະຊວງການເງິນ ຈໍານວນ 35 ທ່ານ, ຍິງ 16 ທ່ານ ເຂົ້າຮ່ວມ.

![]() | ![]() |
ການຈັດຝຶກອົບຮົມໃນຄັ້ງນີ້ີ ແມ່ນເພື່ອເສີມສ້າງທັກສະ, ວິທີການເວົ້າຕໍ່ໜ້າຊຸມຊົນ, ເສີມສ້າງຄວາມຮູ້, ທັກສະທີ່ຈໍາເປັນດ້ານການສິດສອນ ໃຫ້ແກ່ພະນັກງານຂະແໜງການເງິນ ເຊິ່ງຜູ້ເຂົ້າຮ່ວມຝຶກອົບຮົມສາມາດກໍາແໜ້ນບົດບາດ, ທັກສະການເປັນວິທະຍາກອນ ແລະ ການສ້າງສະໄລ້ ເພື່ອນໍາສະເໜີຕໍ່ໜ້າຊຸມຊົນ.

ໂອກາດດັ່ງກ່າວ, ທ່ານ ຟອງສີສຸພັນ ພົມມະວົງ ຫົວໜ້າສະຖາບັນເສດຖະກິດ-ການເງິນ ໄດ້ມີຄໍາເຫັນຕໍ່ຊຸດຝຶກອົບຮົມ ໂດຍໃຫ້ຮູ້ວ່າ: ໃນສະພາບການປັດຈຸບັນ, ການປະຕິຮູບດ້ານການເງິນ, ການຄຸ້ມຄອງລັດດ້ວຍກົດໝາຍ ແລະ ການເຊື່ອມໂຍງເຊື່ອມຈອດພາກພື້ນ ແລະ ສາກົນ ໄດ້ກ້າວເຂົ້າສູ່ໄລຍະໃໝ່ ທີ່ມີການປ່ຽນແປງຢ່າງໄວວາ. ພ້ອມທັງຮຽກຮ້ອງໃຫ້ ພະນັກງານ-ລັດຖະກອນ ທຸກຄົນ ຕ້ອງໄດ້ມີການຍົກລະດັບຕົນເອງຢ່າງບໍ່ຢຸດຢັ້ງ ໂດຍສະເພາະ ແມ່ນທັກສະການສື່ສານ ແລະ ການນໍາສະເໜີ. ການບັນຍາຍເອກະສານທີ່ດີ ບໍ່ພຽງແຕ່ເປັນການອ່ານເນື້ອໃນເທົ່ານັ້ນ, ແຕ່ຍັງຕ້ອງໄດ້ປະກອບດ້ວຍ ສິລະປະການອະທິບາຍ ຈາກເອກະສານທີ່ມີຄວາມສະຫຼັບສັບຊ້ອນ ແລະຊັບສົນ ໃຫ້ກາຍເປັນເລື່ອງທີ່ງ່າຍຕໍ່ການເຂົ້າໃຈ, ຕ້ອງມີ ຄວາມສາມາດໃນການຕອບຄໍາຖາມ ທີ່ໜັກແໜ້ນຢ່າງເປັນມືອາຊີບ ແລະ ຕ້ອງມີ ຄວາມໜ້າເຊື່ອຖື ໃນການຖ່າຍທອດຂໍ້ມູນ, ໃຫ້ແກ່ສັງຄົມ ແລະ ພາກສ່ວນທຸລະກິດ (ນັກລົງທຶນ) ໄດ້ຢ່າງຖືກຕ້ອງ ແລະ ຊັດເຈນ.
ສະນັ້ນ, ການຝຶກອົບຮົມຄັ້ງນີ້ ຈຶ່ງເປັນເວທີທີ່ສໍາຄັນໃນການເພີ່ມພູນຄວາມຮູ້ ແລະ ຍົກລະດັບທັກສະການເປັນນັກບັນຍາຍທີ່ເປັນມືອາຊີບ ໂດຍສອດຄ່ອງກັບມາດຕະຖານສາກົນ ແລະ ເປັນໄປຕາມຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາປະເທດຊາດໃນຍຸກໃໝ່, ສ້າງຄວາມກ້າວໜ້າ, ຄວາມເຊື່ອໝັ້ນ ແລະ ຄວາມເປັນເອກະພາບຮ່ວມກັນ ໃຫ້ສໍາເລັດຕາມລະດັບຄາດໝາຍ.


