
ໃນລະຫວ່າງວັນທີ 3-5 ພະຈິກ 2025, ຄະນະຜູ້ແທນຂອງ ສປປ ລາວ ນໍາໂດຍ ທ່ານ ນາງ ແພງຄ່ຽມ ໄຊຍະແກ້ວ ຮອງຫົວໜ້າກົມຮ່ວມມື ແລະ ການເງິນສາກົນ ພ້ອມດ້ວຍຜູ້ຕາງໜ້າຈາກກົມຄຸ້ມຄອງໜີ້ສາທາລະນະ, ກົມນະໂຍບາຍເສດຖະກິດ ແລະ ການເງິນ, ຄັງເງິນແຫ່ງລັດ ກະຊວງການເງິນ ແລະ ຜູ້ຕາງໜ້າຄະນະກໍາມະການຄຸ້ມຄອງຕະຫຼາດຫຼັກຊັບລາວ ແລະ ຕະຫຼາດຫຼັກຊັບລາວ, ໂດຍການຮ່ວມມືກັບອົງການ JICA ແລະ ຄະນະຊ່ຽວຊານຂອງສະຖາບັນຄົ້ນຄວ້າໂນມຸຣະ, ໄດ້ເຂົ້າຮ່ວມທັດສະນະສຶກສາ ໃນຫົວຂໍ້ “ພັນທະບັດສີຂຽວ, ພັນທະບັດສັງຄົມ ແລະ ພັນທະບັດຄວາມຍືນຍົງ (Green, Social and Sustainability Bond)” ທີ່ ບາງກອກ, ປະເທດໄທ.

ການທັດສະນະສຶກສາໃນຄັ້ງນີ້ ແມ່ນນອນໃນແຜນການເຄື່ອນໄຫວກິດຈະກຳ ພາຍໃຕ້ໂຄງການຊ່ວຍເຫຼືອທາງດ້ານວິຊາການ ໃນການພັດທະນາຕະຫຼາດພັນທະບັດ ຂອງ ສປປ ລາວ ໄລຍະ 11 ທີ່ໄດ້ຮັບການຊ່ວຍເຫຼືອລ້າຈາກກອງທຶນຊ່ວຍເຫຼືອທາງດ້ານວິຊາການຍີ່ປຸ່ນອາຊຽນ (JAFTA), ໂດຍມີຈຸດປະສົງ ເພື່ອແນ່ໃສ່ການຜັນຂະຫຍາຍຂໍ້ລິເລີ່ມການພັດທະນາ ແລະ ເຊື່ອມໂຍງຕະຫຼາດພັນທະບັດ ຕາມຂອບການຮ່ວມມືດ້ານການເງິນອາຊຽນ+3, ການກະກຽມການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ ໂດຍສະເພາະໃນວຽກງານການພັດທະນາສີຂຽວ ແລະ ການລະດົມທຶນໃນຫຼາກຫຼາຍຮູບແບບ ເພື່ອຫຼຸດຜ່ອນພາລະໜີ້ສິນຂອງລັດຖະບານ ໃນການພັດທະນາໂຄງລ່າງພື້ນຖານ.


ຄະນະຜູ້ແທນ ສປປ ລາວ ໄດ້ມີການພົບປະກັບ ສໍານັກງານບໍລິຫານໜີ້ສິນສາທາລະນະ, ສໍານັກງານຄະນະກໍາມະການກໍາກັບຫຼັກຊັບ ແລະ ຕະຫຼາດຫຼັກຊັບ, ສະມາຄົມຕະຫຼາດຕາສານໜີ້ໄທ ອົງການການຮ່ວມມືສາກົນຍີ່ປຸ່ນ (JICA) ແລະ ທະນາຄານພັດທະນາອາຊີ (ADB) ເພື່ອຖອດຖອນບົດຮຽນ ກ່ຽວກັບກອບມາດຕະຖານການສະໜອງທຶນເພື່ອຄວາມຍືນຍົງຂອງໄທ, ປະສົບການການອອກພັນທະບັດພິເສດ (ຜະລິດຕະພັນ, ນັກລົງທຶນຫຼັກ, ການນໍາໃຊ້ ແລະ ການຄຸ້ມຄອງທຶນຈາກການອອກພັນທະບັດ, ການຄຸ້ມຄອງບັນຊີ ແລະ ຜູ້ປະເມີນເອກະລາດ); ວິທີການອອກພັນທະບັດຍືນຍົງ, ມາດຖານການເປີດເຜີຍຂໍ້ມູນ, ການຈັດໝວດໝູ່ ກິດຈະກໍາທຸລະກິດສີຂຽວ (taxonomy) ຂອງໄທ, ແພລັດຟອມ/ເວັບໄຊການອອກພັນທະບັດ ເພື່ອສິ່ງແວດລ້ອມ ແລະ ສັງຄົມ; ກົນໄກການສະໜອງທຶນສີຂຽວຂອງອາຊີ, ກໍລະນີສຶກສາການອອກພັນທະບັດລັດຖະບານ ແລະ ພັນທະບັດບໍລິສັດໃນອາຊຽນ, ແລະ ການຊ່ວຍເຫຼືອຂອງ ADB ໃນການສ້າງກອບການອອກພັນທະບັດສີຂຽວ ແລະ ເພື່ອສັງຄົມ.
ບົດຮຽນຈາກການທັດສະນະສຶກສາຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມສໍາຄັນ ແລະ ຈໍາເປັນຂອງການອອກພັນທະບັດທີ່ມີຈຸດປະສົງສະເພາະ ໂດຍສະເພາະເພື່ອການພັດທະນາແບບຍືນຍົງ ທີ່ຄໍານຶງເຖິງສິ່ງແວດລ້ອມ ແລະ ສັງຄົມ ໂດຍຕ້ອງໄດ້ມີການຄົ້ນຄວ້າກົນໄກ ແລະ ຂັ້ນຕອນການອອກ ແລະ ຄຸ້ມຄອງພັນທະບັດລະອຽດ ແລະ ຮອບດ້ານທີ່ສາມາດດຶງດູດນັກລົງທຶນຂັ້ນສະຖາບັນ, ບຸກຄົນ, ພາຍໃນ ແລະ ຈາກຕ່າງປະເທດ ເນື່ອງຈາກອຸປະສົງຈາກຜູ້ຊື້ ແລະ ການຄຸ້ມຄອງທີ່ເຂັ້ມແຂງ ເປັນຕົວຊີ້ບອກສໍາຄັນຂອງຜົນສໍາເລັດ ສໍາລັບການອອກພັນທະບັດສີຂຽວ ແລະ ເພື່ອສັງຄົມ.