ລັດວິສາຫະກິດໄຟຟ້າລາວ ປິດຊຸດຝຶກອົບຮົມ “ວຽກງານສ່ວຍສາອາກອນ” ປະຈໍາປີ 2025 ໂດຍການເປັນປະທານຮ່ວມຂອງທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ແລະ ທ່ານ ສຸລິຍາ ມະນີວົງ ຮອງຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ມີ ນັກວິທະຍາກອນ ຈາກ ກົມສ່ວຍສາອາກອນ, ນັກສຳມະນາກອນ ຈາກ ໄຟຟ້າລາວ ເຂົ້າຮ່ວມ ມີ: ຫ້ອງການໄຟຟ້າລາວ, ສະຖາບັນໄຟຟ້າລາວ, ພາກສ່ວນອ້ອມຂ້າງສຳນັກງານໃຫຍ່, ຝ່າຍຄຸ້ມຄອງລະບົບໄຟຟ້າພາກກາງ + 5 ສາຂາ ແຂວງພາກກາງ ແລະ ບໍລິສັດ ໄຟຟ້ານ້ຳງຶ່ມ 3 ພາວເວີ ຈຳກັດ. ການຝຶກອົບຮົມ ວຽກງານສ່ວຍສາອາກອນ ຄັ້ງນີ້ ເພື່ອເສີມສ້າງໃຫ້ພະນັກງານ ຂອງ ລັດວິສາຫະກິດໄຟຟ້າລາວ ມີຄວາມເຂົ້າໃຈ ແລະ ສາມາດຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນໃຫ້ຖືກຕ້ອງ ສອດຄ່ອງກັບລະບຽບກົດໝາຍ ເວົ້າລວມ ໂດຍສະເພາະແມ່ນບຸກຄະລາກອນທີ່ເຮັດໜ້າທີ່ໃນການຄຸ້ມຄອງວຽກງານບັນຊີ, ວຽກງານແຜນການ- ການເງິນ, ການສ້າງສັນຍາກັບຄູ່ຮ່ວມທຸລະກິດ, ວຽກງານຈັດຊື້-ຈັດຈ້າງ ແລະ ວຽກງານບໍລິຫານປິ່ນອ້ອມຂອງ ລັດວິສາຫະກິດໄຟຟ້າລາວ. ຫົວຂໍ້ທີ່ນໍາມາຝຶກອົບຮົມໃນຄັ້ງນີ້ ປະກອບມີ: ຄວາມຮູ້ພື້ນຖານກ່ຽວກັບວຽກງານສ່ວຍສາອາກອນ; ອາກອນທາງກົງ ອາກອນທາງອ້ອມ; ອາກອນປະເພດຕ່າງໆ ທີ່ຕິດພັນກັບການຈັດຊື້-ຈັດຈ້າງ ທີ່ນຳໃຊ້ບ້ວງເງິນກູ້ຢືມ ບ້ວງເງິນຊ່ວຍເຫຼືອລ້າ ແລະ ການແຈ້ງມອບອາກອນຜ່ານລະບົບ TaxRis ພ້ອມທັງວິທີການກວດກາໜີ້ຄ້າງມອບ ແລະ ກວດກາຄ່າປັບໃໝ, ພາຍຫຼັງສໍາເລັດການຝຶກອົບຮົມໃນຄັ້ງນີ້ ນັກສໍາມະນາກອນທຸກທ່ານຈະໄດ້ນໍາໃຊ້ວຽກງານດັ່ງກ່າວ ໃຫ້ຖືກຕ້ອງ ສອດຄ່ອງກັບລະບຽບກົດໝາຍ, ເພື່ອເຮັດໃຫ້ ລັດວິສາຫະກິດໄຟຟ້າລາວ ມີຄວາມເຂັ້ມແຂງທາງດ້ານວຽກງານສ່ວຍສາອາກອນ.



