
ໃນກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈໍາ 09 ເດືອນ ແລະ ທິດທາງແຜນການ 03 ເດືອນທ້າຍປີ 2025 ຂອງຂະແໜງການເງິນທົ່ວປະເທດ ໂດຍການເປັນປະທານຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ.
ທ່ານ ສິງຄຳ ເຢຍລີເຮີ ຮອງຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ ລາຍງານໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 09 ເດຶອນຕົ້ນປີ 2025 ແມ່ນມີຄວາມທ້າທາຍຫຼາຍ ອີງໃສ່ແຜນທີ່ໄດ້ຮັບເຫັນວ່າເພີ່ມຂື້ນຢ່າງກ້າວກະໂດດ, ຊຶ່ງໃນປີ 2025 ພະແນກການເງິນໄດ້ຮັບແຜນການຈັດເກັບລາບຮັບ ທັງໝົດ 10.699,95 ຕື້ກີບ ທຽບໃສ່ປີຜ່ານມາ ເພີ່ມຂື້ນ 41,44% ໃນນີ້ ລາຍຮັບສູນກາງ ຢູ່ນະຄອນຫຼວງວຽງຈັນ ໄດ້ຮັບແຜນການຈັດຕັ້ງປະຕິບັດ 7.219,10 ຕື້ກີບ ທຽບໃສ່ປີຜ່ານມາ ເພີ່ມຂື້ນ 32,65% ແລະ ລາຍຮັບທ້ອງຖີ່ນ ຢູ່ນະຄອນຫຼວງວຽງຈັນ ໄດ້ຮັບແຜນການປີ ຈໍານວນ 3.480,85 ຕື້ກີບ ທຽບໃສ່ປີຜ່ານມາ ເພີ່ມຂື້ນ 63,98%.
ພະແນກການເງິນ ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ໃນການຄຸ້ມຄອງລາຍຮັບທີ່ມີ ໃຫ້ລວມສູນໂດຍ ຜ່ານລະບົບ, ສຸມບັນດາມາດຕະການທີ່ວາງໄວ້ ມາຮອດ ເດືອນ 09 ປີ 2025 ສາມາດປະຕິບັດລາຍຮັບ: ສາມາດປະຕິບັດໄດ້ 10.007,28 ຕື້ກີບ ເທົ່າກັບ 93,53% ຂອງແຜນການປີ; ດ້ານລາຍຈ່າຍ : ສາມາດປະຕີບັດໄດ້ 674,22 ຕື້ກີບ ເທົ່າກັບ 74,61% ຂອງແຜນການປີ ແລະ ສຳລັບການດຸ່ນດ່ຽງ: ສາມາດປະຕີບັດໄດ້ 1.315,64 ຕື້ກີບ ເທົ່າກັບ 51,05% ຂອງແຜນການປີ.
ການຈັດຕັ້ງແຜນງົບປະມານຂອງນະຄອນຫຼວງວຽງຈັນ ຕິດພັນກັບຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ ໃນ 19 ຄາດໝາຍໃຫ່ຍ: ຕາມຄາດໝາຍການສູ້ຊົນສ້າງລາຍຮັບເຂົ້າງົບປະມານ ຢູ່ພູດຂອງທ້ອງຖິ່ນ ແລະ ສູນກາງ ຈັດເກັບຢູ່ພື້ນທີ່ ນະຄອນຫຼວງ ໃຫ້ໄດ້ 68.100,00 ຕື້ກີບ ໃນນັ້ນ ແຜນ 5 ປີ (2021-2025) ຂອງນະຄອນຫຼວງ ແຜນຈັດເກັບທັງໝົດ 29.114,05 ຕື້ກີບ; ຜ່ານການຈັດຕັ້ງປະຕິບັດການເກັບລາຍຮັບແຕ່ປີ 2021 ມາຮອດປະຈຸບັນ 5 ປີ ( 2021-2025 ) ສາມາດປະຕິບັດໄດ້ທັງໝົດ 38.761,90 ຕື້ກີບ ເທົ່າກັບ 133,14% ຂອງແຜນການ 5 ປີ ເປັນເງິນລື່ນແຜນ 9.647,85 ຕື້ກີບ.
ສຳລັບທິດທາງແຜນການຕໍ່ໜ້າ ແຜນງົບປະມານ 03 ເດຶອນທ້າຍປີ ແລະ ໝົດປີ 2025: ດ້ານລາຍຮັບ : ຄາດຄະເນສູ້ຊົນປະຕິບັດ 3 ເດືອນທ້າຍໃຫ້ໄດ້ 1,896.68 ຕື້ກີບ ແລະ ຄາດຄະເນໝົດປີໃຫ້ໄດ້ 12.596,63 ຕື້ກີບ ຄາດຄະເນບັນລຸເກີນແຜນ 17,73% ເປັນເງິນ 1,896.68 ຕື້ກີບ, ຖ້າທຽບໃສ່ປະຕິບັດໝົດປີຜ່ານມາ 2024 ຄາດວ່າຈະລື່ນປີຜ່ານມາ 1,862 ຕື້ກີບ ລື່ນເທົ່າກັບ 17.35%, ດ້ານລາຍຈ່າຍ : ໂດຍພື້ນຖານ ຈະໄດ້ເຂັ້ມງວດໃນການຄຸ້ມຄອງລາຍຈ່າຍງົບປະມານ ບໍ່ເກີນແຜນປີ ຕາມແຜນທີ່ສະພາປະຊາຊົນ ນະຄອນຫຼວງວຽງຈັນ (903.66 ຕື້ກີບ) ແລະ ດ້ານການດຸ່ນດ່ຽງ ພັນທະຕາມແຜນໃຫ້ສູນກາງ ໝົດປີ 2,577.19 ຕື້ກີບ ຈະໄດ້ຕາມແຜນ 100%.